spot_img
Homeຂ່າວຕ່າງປະເທດເກາະມັນດີບ ຂາດແຄນນ້ຳຈືດຂັ້ນວິກິດ ຫລັງໂຮງງານນ້ຳຖືກໄຟໄໝ້

ເກາະມັນດີບ ຂາດແຄນນ້ຳຈືດຂັ້ນວິກິດ ຫລັງໂຮງງານນ້ຳຖືກໄຟໄໝ້

Published on

male-maldives

 

ມັນດີບປະເຊີນພາວະຂາດແຄນນ້ຳຈືດຂັ້ນວິກິດ ຫລັງໂຮງງານປັບປຸງຄຸນນະພາບນ້ຳຖືກໄຟໄໝ້ ປະຊາຊົນນັບແສນຄົນ

ຍາດຊິງຂວດນ້ຳ ຄາດໃຊ້ເວລາສ້ອມແປງຄືນ 7-10 ມື້.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 9 ທັນວາທີ່ຜ່ານມານີ້ວ່າ ສະຖານະການຂາດແຄນນ້ຳຈືດໃນມັນດີບ ເກາະທ່ອງ

ທ່ຽວທີ່ມີຊື່ສຽງ ກາງມະຫາສະໝຸດອິນເດຍ ກຳລັງເຂົ້າສູ່ວິກິດການ ນັບຕັ້ງແຕ່ເກີດເຫດໄຟໄໝ້ໂຮງງານປັບປຸງຄຸນນະພາບ

ນ້ຳ ເຊິ່ງເປັນໂຮງງານປ່ຽນນ້ຳເຄັມໃຫ້ກາຍເປັນນ້ຳຈືດ ໃນມື້ວັນທີ 4 ທັນວາທີ່ຜ່ານມາ ສົ່ງຜົນເຮັດໃຫ້ບໍ່ສາມາດສົ່ງນ້ຳຈືດ

ໄປຍັງເຮືອນຊານຂອງປະຊາຊົນ ໃນນະຄອນຫລວງມາເລ ເມືອງຫລວງຂອງປະເທດ ເຊິ່ງມີປະຊາກອນກ່ວາ 120,000​ຄົນ.

 

ຊາວເມືອງມາເລ ຍາດຊີງກັນຊື້ນ້ຳດື່ມຈາກຮ້ານຄ້າ ຈົນເກີດມີການປະທະກັນຂຶ້ນໃນບາງພື້ນທີ່ ໂດຍຢ່າງໃດກໍຕາມ ປະເທດ

ເພື່ອນບ້ານເຊັ່ນ ອິນເດຍ, ຈີນ, ສີລັງກາ ແລະ ບັງກະລາເທດ ໄດ້ທະຍອຍສົ່ງນ້ຳຈືດເຂົ້າໄປຊ່ວຍເຫລືອແລ້ວ.

 

ຂະນະທີ່ທາງການຂອງມັນດີບ ໄດ້ລະບຸວ່າຮອດປັດຈຸບັນນີ້ຍັງບໍ່ສາມາດສ້ອມແປງໂຮງງານປັບປຸງຄຸນນະພາບນ້ຳໄດ້ສຳເລັດ

ແລະ ຄາດວ່າຈະໃຊ້ເວລາປະມານ 7-10 ມື້ ຈິ່ງຈະໃຫ້ສຳເລັດໄດ້.

 

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...