ວົງວຽນໜອງໄຮໂສມໃໝ່ຈະລົງມືກໍ່ສ້າງ

0
956

ອີງຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ນັບແຕ່ ທ້າຍ ເດືອນ ມັງກອນ ປີ 2024 ເປັນຕົ້ນໄປຈະໄດ້ມີການປັບປຸງ ແລະ ກໍ່ສ້າງປະຕິມະກຳໃສ່ວົງວຽນໜອງໄຮ, ຖະໜົນທ່າເດື່ອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ເຊິ່ງມີໄລຍະເວລາການກໍ່ສ້າງປະມານ 6 ເດືອນນັບແຕ່ ເດືອນ ມັງກອນ ຫາ ເດືອນ ມິຖຸນາ ປີ 2024 ຈຶ່ງຈະສຳເລັດ.

ໃນໄລຍະເວລາການກໍ່ສ້າງນີ້, ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງຂໍແຈ້ງມາຍັງ ພໍ່ແມ່ ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຜູ້ນຳເສັ້ນທາງຖະໜົນທ່າເດື່ອ ເຂດ ວົງວຽນໜອງໄຮ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ຈົ່ງມີສະຕິ ລະມັດລະວັງໃນການຂັບຂີ່ ຫຼື ການນໍາໃຊ້ ພະຫະນະຂອງຕົນໃນເຂດວົງວຽນໜອງໄຮ, ເພື່ອຫຼີກລ່ຽງຫຼຸດຜ່ອນ,ປ້ອງກັນບັນຫາການເກີດ ອຸບັດຕິເຫດທີ່ຈະເກີດຂຶ້ນ.ດັ່ງນັ້ນ,ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນທີ່ນໍາໃຊ້ເສັ້ນທາງດັ່ງກ່າວໃຫ້ລະມັດລະວັງໃນການຂັບຂີ່ຍານພາຫະນະ ເພື່ອປ້ອງກັນອຸບັດຕິເຫດທີ່ຈະເກີດຂຶ້ນ.