spot_img
Homeນານາສາລະ10 ເທັກນິກຂັບລົດແບບໃດໃຫ້ປະຢັດນຳ້ມັນ

10 ເທັກນິກຂັບລົດແບບໃດໃຫ້ປະຢັດນຳ້ມັນ

Published on

ໃນພາວະທີ່ນໍ້າມັນມີການຂາດຕະຫຼາດແບບນີ້, ຫຼາຍຄົນຄົງຈະຄິດຫາວິທີທາງຮັບມືແນວໃດເພື່ອໃຫ້ການຂັບຂີ່ລົດປະຢັດນຳ້ມັນທີ່ສຸດ, ມື້ນີ້ລາວໂພສໄດ້ນຳເອົາເທັກນິກມາຝາກໃຫ້ທຸກຄົນໄດ້ເອົາໄປລອງເຮັດກັນ, ເຊື່ອເລີຍວ່າພຽງແຕ່ທ່ານປັບປ່ຽນພຶດຕິກຳຕາມຄຳແນະນຳເຫຼົ່ານີ້ກໍຈະຊ່ວຍໃຫ້ປະຢັດນຳ້ມັນຂຶ້ນຢ່າງແນ່ນອນ.

1. ຂັບລົດດ້ວຍຄວາມໄວແບບຄົງທີ່, ສະໝໍ່າສະເໝີ.

ການຂັບລົດດ້ວຍຄວາມໄວແບບບໍ່ຄົງທີ່ ຫຼື ບໍ່ສະໝໍ່າສະເໝີຈະເຮັດໃຫ້ລົດກິນນຳ້ມັນຫຼາຍ, ແຕ່ບໍ່ໄດ້ໝາຍຄວາມວ່າການຂັບຊ້າຈະຊ່ວຍໃຫ້ປະຢັດນຳ້ມັນແຕ່ຢ່າງໃດ, ແນະນຳວ່າໃຫ້ຂັບໃນຄວາມໄວແບບຄົງທີ່ ແລະ ສະໝໍ່າສະເໝີ,ບໍ່ໄວ, ບໍ່ຊ້າເກີນໄປ ຈະຊ່ວຍຫຼຸດຜ່ອນອັດຕາການເຜົາໄໝ້ຂອງນໍ້າມັນໄດ້.

วิธีขับรถให้ประหยัดน้ำมัน - Mazda City 02

2. ບໍ່ເບຣກເລື້ອຍໆ ຫຼື ເບຣກກະທັນຫັນ.

ຮູ້ຫຼືບໍ່? ການເບຣກລົດເລື້ອຍໆ ຫຼື ເບຣກກະທັນຫັນຈະເຮັດໃຫ້ເພິ່ມອັດຕາການສິ້ນເປືອງນໍ້າມັນຫຼາຍຂຶ້ນ.ດັ່ງນັ້ນ, ໃນເວລາທີ່ຂັບລົດຄວນສັງເກດແວດລ້ອມອ້ອມຕົວແບບໄກໆເພື່ອປະເມີນສະຖານນະການຂ້າງໜ້າ ແລະ ວາງແຜນການຂັບລົດໃຫ້ເໝາະສົມ, ເມື່ອພົບສິ່ງກີດ ຂວາງທີ່ຕ້ອງເບຣກລົດກໍຈະໄດ້ຄ່ອຍໆເບຣກໄວ້ແຕ່ໄລຍະໄກໆໄວ້ກ່ອນ. ເພາະການຢຸດລົດຄັ້ງໜຶ່ງ ແລ້ວຈະເລັ່ງເຄື່ອງເພື່ອອອກຕົວລົດໃໝ່ອີກຄັ້ງແມ່ນຕ້ອງໃຊ້ພະລັງງານລົດຫຼາຍ, ພາໃຫ້ລົດເຮັດວຽກໜັກຂຶ້ນ.

วิธีขับรถให้ประหยัดน้ำมัน - Mazda City 03

3. ບໍ່ເລັ່ງລົດແບບພຸ່ງຕົວອອກແຮງ ຫຼື ຄວນເລັ່ງໃນຍາມຈຳເປັນ.

ຫຼີກລ່ຽງການເລັ່ງລົດແບບພຸ່ງຕົວອອກແຮງເລື້ອຍໆເພາະຈະເຮັດໃຫ້ສິ້ນເປືອງນໍ້າມັນຫຼາຍຂຶ້ນ, ຄວນເລັ່ງໃນຍາມທີ່ຈຳເປັນເທົ່ານັ້ນ.

วิธีขับรถให้ประหยัดน้ำมัน - Mazda City 04

4.ໃນຍາມທີ່ລົດຕິດດົນໆ ໃຫ້ໃສ່ເກຍວ່າງ.

ຖ້າລົດຕິດໄຟແດງເປັນເວລາດົນ, ສິ່ງທີ່ຄວນເຮັດແມ່ນໃຫ້ໃສ່ເກຍວ່າງປະໄວ້, ເພາະຜົນຈາກການທົດລອງເຫັນວ່າ ວິທີນີ້ຊ່ວຍປະຢັດນຳ້ມັນໄດ້ແທ້ ແລະ ຍັງຊ່ວຍບໍ່ໃຫ້ເມື່ອຍຂາຈາກການຕ້ອງຢຽບເບຣກຕະຫຼອດເວລາອີກດ້ວຍ.

วิธีขับรถให้ประหยัดน้ำมัน - Mazda City 05

5. ໝັ່ນເຊັກລົມຢາງລົດ.

ການໝັ່ນກວດເຊັກລົມຢາງລົດ, ສາມາດຊ່ວຍປະຢັດນໍ້າມັນ, ເພາະການທີ່ລົມຢາງລົດອ່ອນຈະພາໃຫ້ຢາງລົດສຽດສີກັບພື້ນຖະໜົນ ພາໃຫ້ເຄື່ອງຈັກຮັບພາລະໃນການໝຸນລໍ້ຫຼາຍຂຶ້ນ, ເປັນເຫດເຮັດໃຫ້ເຄື່ອງຈັກເຜົາໄໝ້ນໍ້າມັນຫຼາຍຂຶ້ນ.

วิธีขับรถให้ประหยัดน้ำมัน - Mazda City 06

6. ເປີດເເອໃນອຸນຫະພູມທີ່ເໝາະສົມ ບໍ່ເຢັນເກີນໄປ.

ພຽງແຕ່ຕັ້ງອຸນຫະພູມຂອງເຄື່ອງປັບອາຫາດໃນລົດໃນເໝາະສົມ, ບໍ່ເຢັນ ຫຼື ຮ້ອນຈົນເກີນໄປ ກໍສາມາດຫຼຸດຜ່ອນການເຮັດວຽກຂອງເຄື່ອງຈັກໄດ້ແລ້ວ.

วิธีขับรถให้ประหยัดน้ำมัน - Mazda City 07

7. ບໍ່ບັນທຸກເຄື່ອງໃນລົດຫຼາຍເກີນໄປ.

ເມື່ອລົດຕ້ອງບັນທຸກນຳ້ໜັກຫຼາຍຂຶ້ນ, ລົດກໍຈະໃຊ້ພະລັງງານຫຼາຍຂຶ້ນ. ດັ່ງນັ້ນ, ວິທີທີ່ຈະຊ່ວຍໃຫ້ປະຢັດນຳ້ມັນ ແລະ ເຮັດໃຫ້ລົດແລ່ນໄດ້ໄວຂຶ້ນກໍຄືການບັນທຸກເຄື່ອງໃນນຳ້ໜັກທີ່ເໝາະສົມ ແລະ ຈຳເປັນ.

วิธีขับรถให้ประหยัดน้ำมัน - Mazda City 08

8. ໝັ່ນກວດເຊັກເຄື່ອງຈັກຂອງລົດ.

ໝັ່ນກວດເຊັກເຄື່ອງຈັກຢ່າງສະໝໍ່າສະເໝີ ແລະ ປ່ຽນອາໄຫຼ່ລົດຕາມກຳນົດ ຈະຊ່ວຍຖະໜອມເຄື່ອງຈັກໃຫ້ມີອາຍຸການໃຊ້ງານຍາວນານຂຶ້ນ ແລະ ຊ່ວຍຫຼຸຸດການເປືອງນໍ້າມັນຫຼາຍຂຶ້ນ.

วิธีขับรถให้ประหยัดน้ำมัน - Mazda City 09

9. ປ່ຽນນໍ້າມັນເຄື່ອງຕາມໄລຍະເວລາທີ່ກຳນົດ.

ການປ່ຽນນຳ້ມັນເຄື່ອງ ຄວນອີງຕາມຄຳແນະນຳໃນຄູ່ມືການໃຊ້ງານລົດ ຫຼື ຕາມປະເພດຂອງນໍ້າມັນເຄື່ອງ, ປົກກະຕິກຳນົດເວລາການປ່ຽນນໍ້າມັນເຄື່ອງແມ່ນ 6 ເດືອນ, ເຖິງແມ່ນວ່າລົດຈະບໍ່ຄ່ອຍໄດ້ໃຊ້ງານກໍຕ້ອງໄດ້ປ່ຽນນໍ້າມັນເຄື່ອງເນື່ອງຈາກນໍ້າມັນເຄື່ອງອາດຈະມີການເສື່ອມສະພາບລົງຕາມເວລາ.

วิธีขับรถให้ประหยัดน้ำมัน - Mazda City 10

10. ມອດເຄື່ອງຈັກເພື່ອຈອດລົດ.

ຮູ້ຫຼືບໍ່? ເມື່ອຈອດລົດແຕ່ບໍ່ມອດຈັກລົດຈະເຮັດໃຫ້ສິ້ນເປືອງນໍ້າມັນຫຼາຍຂຶ້ນ, ຫາກມີຄວາມຈຳເປັນໃນການຈອດລົດດົນເກີນ 5 ນາທີ, ຄວນດັບຈັກລົດເພື່ອປະຢັດນໍ້າມັນ ແລະ ຫຼຸດຜ່ອນມົນລະພິດທາງອາກາດ.

วิธีขับรถให้ประหยัดน้ำมัน - Mazda City 11

 

ບົດຄວາມຈາກ: mazdacity

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...