ເຈົ້າໜ້າທີ່ພາສີ ປະຈໍາຈຸດປະສານງານນາເຕີຍ ຢຶດລົດບັນທຸກ (ຫົວລາກ) ສວມປ້າຍທະບຽນປອມ

0
1380

ໃນວັນທີ 16 ມັງກອນ 2024 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີລາຍງານວ່າມີ: ລົດບັນທຸກ (ຫົວລາກ) ສວມປ້າຍທະບຽນປອມ ຈໍານວນ 01 ຄັນ, ເຄື່ອນໄຫວຢູ່ໃນເຂດບ້ານບໍ່ປຽດເມືອງ ແລະ ແຂວງຫຼວງນ້ຳທາ.

ເຈົ້າໜ້າພາສີ, ຈຶ່ງໄດ້ເຄື່ອນໄຫວຕິດຕາມຈຶ່ງພົບເຫັນເປົ້າໝາຍ, ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບບໍ່ມີເອກະອະນຸຍາດນຳເຂົ້າ, ຍັງບໍ່ໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ.
ດັ່ງນັ້ນ, ຈຶ່ງໄດ້ນຳລົດຄັນດັ່ງກ່າວມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

ທີ່ມາ: ກະຊວງການເງິນ