ສານໃຫ້ປະກັນຕົວລຸງພົນດ້ວຍຫຼັກຊັບ 5 ແສນບາດ ໃນຄະດີການເສຍຊີວິດຂອງນ້ອງຊົມພູ່

0
1288

ສານພິພາກສາຄະດີການເສຍຊີວິດຂອງນ້ອງຊົມພູ່ ອາຍຸ 3 ປີ ໂດຍຈຳຄຸກ ລຸງພົນ 2 ຂໍ້ຫາ ລວມເປັນ 20 ປີ ສານໃຫ້ປະກັນຕົວ 500.000 ບາດ ສ່ວນປ້າແຕ໋ນແມ່ນຖືກຍົກຟ້ອງ.

ຈາກຄະດີນ້ອງຊົມພູ່ເສຍຊີວິດຢ່າງປິດສະໜາ ຢູ່ພູເຫຼັກໄຟ ທີ່ປະເທດໄທ ໃນວັນທີ 11 ພຶດສະພາ 2020 ໃນໃຄະດີນີ້ ຕຳຫຼວດຄາດວ່ານ້ອງຊົມພູ່ອາດຖືກລວງອອກມາຈາກບ້ານເປັນໄປໄດ້ວ່າເປັນເຫດຄາຕະກຳ ຜູ້ກໍ່ເຫດມີຄວາມຊຳນານ ແລະ ອາດຮູ້ຈັກຄົນໃນຄອບຄົວນີ້ ແຕ່ເຊື່ອວ່າເດັກບໍ່ໄດ້ຫຼົງປ່າພຽງຄົນດຽວ ໜ້າຈະມີຄົນພາໄປຈຸດເກີດເຫດ ແລະ ມີຄົນເຫັນຊາຍຮ່າງສູງອຸ້ມນ້ອງຊົມພູ່ເຂົ້າປ່າ.

ຄະດີນີ້ໄດ້ດຳເນີນມາເປັນເວລາ 3 ປີ 7 ເດືອນ ຈົນມຮອດວັນທີ 20 ທັນວາ 2020 ເວລາ 12:00 ໂມງ ສານຂັ້ນຕົ້ນໄດ້ພິພາກສາໃຫ້ຈຳຄຸກລຸງພົນ 20 ປີ ຖານກະທຳໂດຍປະໝາດເປັນເຫດໃຫ້ຜູ້ອື່ນເຖິງແກ່ຄວາມຕາຍ  ແລະ ແຍກເດັກອາຍຸບໍ່ເກີນ 15 ປີ ໄປຈາກມານດາ ໂດຍປາສະຈາກເຫດອັນຄວນ, ສ່ວນປ້າແຕ໋ນແມ່ນຖືກຍົກຟ້ອງ.

ໃນມື້ດຽວກັນ ເວລາ 15:30 ໂມງ ພາຍຫຼັງສານອ່ານຄຳພິພາກສາແລ້ວ ທະນາຍຂອງລຸງພົນຍື່ນຫຼັກຊັບເພື່ອຂໍປະກັນຕົວ ສານກໍພິຈາລະນາອະນຸຍາດໃຫ້ປະກັນຕົວ ໂດຍໃຊ້ຫຼັກຊັບຈຳນວນ 500.000 ບາດ.

ຢ່າງໃດກໍຕາມ ຍັງມີອີກ 2 ສານໃຫ້ຕໍ່ສູ້ ສ່ວນລຸງພົນກໍຍອມຮັບຜົນຄຳຕັດສິນຂອງສານ.

ທີ່ມາ Thairath