spot_img
Homeຂ່າວຕ່າງປະເທດເດັກນ້ອຍ 5 ຄົນຖືກໄຟໄໝ້ເສຍຊີວິດ ໃນຂະນະທີ່ພໍ່ອອກໄປຊື້ເຄື່ອງ ແລະ ຂອງຂວັນ

ເດັກນ້ອຍ 5 ຄົນຖືກໄຟໄໝ້ເສຍຊີວິດ ໃນຂະນະທີ່ພໍ່ອອກໄປຊື້ເຄື່ອງ ແລະ ຂອງຂວັນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ທັນວາ 2023 ເດັກນ້ອຍ 5 ຄົນໃນລັດເເອລິໂຊນາຂອງສະຫະລັດ ເສຍຊີວິດຈາກ ເຫດໄຟໄໝ້ບ້ານ ໃນຂະນະທີ່ພໍ່ອອກໄປຊື້ເຄື່ອງ ແລະ ຂອງຂວັນວັນຄິດສະມາດ ເຊິ່ງໃຊ້ເວລາ 2 ຊົ່ວໂມງເຄິ່ງ

ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດລະບຸວ່າ: ເດັກນ້ອຍທີ່ເສຍຊີວິດມີ ອາຍຸ 2 ປີ, 4 ປີ (ຜູ້ຍິງ), 5 ປີ, 11 ປີ ແລະ 13 ປີ ເຊິ່ງເປັນລູກອ້າຍລູກນ້ອງທີ່ມາຢ້ຽມຢາມຢູ່ບ້ານເມື່ອຕອນແລງຂອງວັນເສົາຜ່ານມາ, ແລະ ບໍ່ພົບຜູ້ລອດຊີວິດຈາກເຫດການໄຟໄໝ້ ເຊິ່ງຄາດວ່າເຫດໄຟໄໝ້ເກີດຂຶ້ນທີ່ຫ້ອງໃນຊັ້ນລຸ່ມ.

ຜູ້ເຫັນເຫດການໄດ້ເລົ່າວ່າ: ເພື່ອນບ້ານຕ່າງກໍຊ່ວຍກັນໃຊ້ຂັນໄດ ແລ້ວເອົາສາຍສີດນ້ຳ ເພື່ອພະຍາຍາມດັບໄຟ ແລະ ໄດ້ເປີດປະຕູອອກເພື່ອຂົນສິ່ງຂອງສຳຄັນອອກ ແຕ່ແຫ່ງເຂົ້າໃກ້ປະຕູເທົ່າໃດຄວັນກໍຍິ່ງເຂົ້າມາ ແລະ ເຮັດໃຫ້ທຸກຄົນສະໝັກ, ທັງນີ້ເພື່ອບ້ານໄດ້ກ່າວວ່າ: ຮູ້ຢູ່ແລ້ວວ່າບ້ານຫຼັງນີ້ມີເດັກນ້ອຍອາໄສຢູ່ ແຕ່ບໍ່ຮູ້ວ່າໃນຂະນະເກີດເຫດມີເດັກນ້ອຍຢູ່ໃນບ້ານ ເຊິ່ງຫາກຮູ້ກໍຈະພະຍາຍາມຊ່ວຍເຫຼືອໃຫ້ໄວກວ່ານີ້.

ທັງນີ້ທາງການໄດ້ຕຽມຈັດພິທີໄວ້ອາໄລ ທີ່ສວນສາທະລະນະທ້ອງຖິ່ນ ລວມເຖິງມີການລະດົມທຶນ ເຊິ່ງມີຜູ້ບໍລິຈາກເຖິງ 1.4000 ໂດລາເມື່ອວັນຄານເພື່ອຊ່ວຍຄອບຄົວສຳລັບຄ່າຍໃຊ້ຈ່າຍໃນການເຮັດພິທີ.

ຝາກເຕືອນຜູ້ປົກຄອງບໍ່ຄວນປະລູກໄວ້ໃນເຮືອນ ອາດຈະຝາກເພື່ອນບ້ານ ຫຼື ພີ່ນ້ອງ ບໍ່ດັ່ງນັ້ນອາດຈະເກີດເຫດດັ່ງຂ່າວນີ້ ຫຼື ເຫດການອື່ນຕາມມາ ດັ່ງງນັ້ນຜູ້ປົກຄອງຄວນຢູ່ໃກ້ຊິດເດັກນ້ອຍຕະຫຼອດເວລາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...