ແຂວງຄໍາມ່ວນ ກໍານົດເອົາ 3 ກິດຈະກໍາເພື່ອເປີດປີທ່ອງທ່ຽວ 2024

0
1199

ແຂວງຄໍາມ່ວນ ມີຄວາມພ້ອມເປີດປີທ່ອງທ່ຽວ 2024 ຄາດວ່າຈະຈັດຂຶ້ນໃນເດືອນກຸມພາ 2024 ທີ່ຈະມາເຖິງນີ້ ໂດຍໄດ້ກໍານົດເອົາ 3 ກິດຈະກໍາຍອດຍິ່ງຄື:

  1. ບຸນພະທາດສີໂຄດຕະບອງ ເປັນກິດຈະກໍາທ່ອງທ່ຽວທາງດ້ານວັດທະນະທໍາ (ລະດັບຊາດ)
  2. ວົງຈອນເດີລຸບ (ການທ່ອງທ່ຽວແບບວົງແຫວນ) ເປັນກິດຈະກໍາທ່ອງທ່ຽວ (ລະດັບແຂວງ)
  3. ບຸນລະນຶກເຫດການບັນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເຊິ່ງເປັນກິດຈະກໍາທາງດ້ານປະຫວັດສາດ ເຊິ່ງຄາດວ່າຈະມີນັກທ່ອງທ່ຽວປະມານ 5 ແສນຄົນ ເຂົ້າມາທ່ຽວແຂວງຄຳມ່ວນ ໃນປີທ່ອງທ່ຽວ 2024.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາ ກ່າວວ່າ: ແຂວງຄໍາມ່ວນ ມີການກະກຽມຄວາມພ້ອມຮອບດ້ານ ໂດຍໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຮັບຜິດຊອບຂັ້ນແຂວງ ເພື່ອລົງເກັບກໍາປະເມີນບັນດາຫົວໜ່ວຍທຸລະກິດການທ່ອງ ທ່ຽວຢູ່ພາຍໃນແຂວງເຊັ່ນ: ໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ ແລະ ສະຖານທີ່ທ່ອງທ່ຽວ ເພື່ອປັບປຸງໃຫ້ໄດ້ມາດຕະຖານ, ໃຫ້ມີຄວາມພ້ອມທາງດ້ານໃນຂອບເຂດບໍລິການ. ປັດຈຸບັນແຂວງຄໍາມ່ວນ ມີແຫຼ່ງທ່ອງທ່ຽວທັງໝົດ 209 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ 145 ແຫ່ງ, ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ 33 ແຫ່ງ, ແຫຼ່ງທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ, ເປີດໃຫ້ບໍລິການແລ້ວ 87 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວໄດ້ຮັບການພັດທະນາແລ້ວ 23 ແຫ່ງ.

ທ່ານຮອງເຈົ້າແຂວງຄໍາມ່ວນ ຍັງໃຫ້ຮູ້ອີກວ່າ: ໃນປີ 2023 ມີນັກທ່ອງທ່ຽວເດີນທາງມາທ່ຽວ ແຂວງຄໍາມ່ວນ 331.800 ກວ່າຄົນ, ຍິງ 120.100 ກວ່າຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 124.000 ກວ່າຄົນ, ຍິງ 61.000 ກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 207.000, ຍິງ 41.000 ຄົນ. ຖ້າທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນ 1,3% ແລະ ປີ 2024 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວ 500.000 ກວ່າຄົນ.

ໃນໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ຂໍເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆຢູ່ແຂວງຄໍາມ່ວນ, ພ້ອມທັງຮຽກຮ້ອງໃຫ້ສັງຄົມ ແລະ ຜູ້ປະກອບການທ່ອງ ທ່ຽວພາຍໃນແຂວງ ຈົ່ງເປັນເຈົ້າພາບທີ່ດີໃນການຕ້ອງຮັບນັກທ່ອງທ່ຽວທີ່ເດີ່ນທາງເຂົ້າແຂວງຄໍາມ່ວນ, ພະນັກງານຕ້ອນຮັບຢູ່ຕາມໂຮງແຮມ, ຮ້ານອາຫານ ໃຫ້ມີການນຸ່ງຖືເປັນເອກະລັກແບບລາວ, ບໍລິການດ້ວຍຄວາມປະທັບໃຈ, ບໍເອົາປຽບນັກທ່ອງທ່ຽວ, ການນໍານົດລາຄາບໍລິການລົດຕູ້-ລົດເຊົ່າ-ເຮືອທ່ອງທ່ຽວ ໃຫ້ຖືກຕ້ອງຕາມລະບຽບການ, ຄວາມເໝາະສົມ ແລະ ຍຸຕິທໍາ, ພ້ອມນັ້ນ ກໍໃຫ້ມີສ່ວນຫຼຸດ, ແຈກ, ແຖມ ແລະ ອື່ນໆ ໃນລະດູການທ່ອງທ່ຽວ.

ແຫຼ່ງຂ່າວ ປະເທດລາວ

ພາບ: The Rock at Phuphamarn