spot_img
Homeຂ່າວພາຍ​ໃນແຕ່ປີ 1975-2023 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນ 3 ພັນກວ່າເທົ່າ

ແຕ່ປີ 1975-2023 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນ 3 ພັນກວ່າເທົ່າ

Published on

ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງ ຫົວໜ້າຄະນະໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ຮູ້ເມື່ອວັນທີ 1 ທັນວາ 2023 ວ່າ: ກ່ອນປີ 1975 ສປປ ລາວ ຂອງພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກພຽງແຕ່ 3 ແຫ່ງຄື: ເຂືີ່ອນໄຟຟ້ານ້ຳງືີ່ມ1, ມີກຳລັງຕິດຕັ້ງ 30 ເມກາວັດ, ເຂືີ່ອນໄຟຟ້ານ້ຳດົງ ຢູ່ແຂວງຫຼວງພະບາງ ແລະ ເຂືີ່ອນໄຟຟ້າເຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງເຂື່ອນລະ 1 ເມກາວັດ, ນອກຈາກນີ້ ຍັງມີເຄືີ່ອງຈັກປັ່ນໄຟຟ້າທີີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ໆເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີີ່ໄດ້ໃຊ້ໄຟຟ້າ.

ແຕ່ມາຮອດທ້າຍປີ 2023 ນີ້, ປະເທດຂອງພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ແຕ່ 1 MW ຂຶ້ນໄປ ມີທັງໝົດ 97 ແຫ່ງ. ໃນນີ້, ເປັນພະລັງງານນໍ້າ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ, ລວມກໍາລັງຕິດຕັ້ງ 11.677,14 ເມັກກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ; ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 81 ແຫ່ງ. ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100%, ບ້ານ ກວມເອົາ 90 ກວ່າ% ແລະ 95% ຂອງຄົວເຮືອນທັງໝົດ; ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອືີ່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢູ່າງຕັ້ງໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ. ໃນນີ້, ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ, ລົດຈັກໄຟຟ້າ 2.039 ຄັນ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...