spot_img
Homeຂ່າວຕ່າງປະເທດເດັກນ້ອຍເປັນໂຣກປອດບວມ ລະບາດໜັກໃນປະເທດຈີນ

ເດັກນ້ອຍເປັນໂຣກປອດບວມ ລະບາດໜັກໃນປະເທດຈີນ

Published on

ຕາມການລາຍງານເພຈ World Forum ຂ່າວສານຕ່າງປະເທດລາຍາງານວ່າ: ການລະບາດຂອງໂຣກປອດບວມໃນເດັກນ້ອຍຈີນເພີ່ມຂຶ້ນຢ່າງໄວວາ ໂດຍໂຣກດັ່ງກ່າວເລີ່ມລະບາດຕັ້ງແຕ່ວັນທທີ 21-23 ພະຈິກ ເຮັດໃຫ້ໂຮງໝໍຫຼາຍແຫ່ງໃນປັກກິ່ງ, ທຽນຈິນ, ຫຼຽວໜິງ ແລະ ເມືອງອື່ນໆຄົນລົ້ນ ເນື່ອງຈາກເດັນນ້ອຍຈຳນວນຫຼາຍ ຕາມການລາຍງານໄດ້ລະບຸວ່າ: ມີຕົວເລກເພີ່ມຂຶ້ນ 7.000 ຄົນຕໍ່ມື້ເຊິ່ງເກີນຂີດຈຳກັດຂອງໂຮງໝໍເດັກນ້ອຍໃນປັກກິ່ງ ແລະ ໄດ້ທຳລາຍສະຖິຕິໂຮງມໍ່ທີ່ໃຫຍ່ທີ່ສຸດເມື່ອວັນເສົາທີ່ຜ່ານມາໂດຍມີຜູ້ປ່ວຍເຂົ້າຫ້ອງສຸກເສີນຮັບການຮັກສາ 13,000 ຄົນ.

ໃນຄະນະທີ່ທາງການຈີນຖະແຫຼງວ່າ: ພົບຜູ້ປ່ວຍນອກ ແລະ ຜູ້ປ່ວຍທີ່ຮັບເຂົ້າຮັກສາຕົວໃນໂຮງໝໍ ເຊິ່ງເປັນເດັກນ້ອຍດ້ວຍໂຣກປອດອັກເສບຈາກເຊື້ອໄມໂຄຣພາສມ່າ ເນມໂມເນຍ ເພີ່ມຂຶ້ນຕັ້ງແຕ່ເດືອນພຶດສະພາ ໃນຂະນະທີ່ເລີ່ມພົບໄວຣັດໄຂ້ຫວັດໃຫຍ່ ອາດີໂນໄວຣັດ, ໂດຍທາງການຈີນໄດ້ດຳເນີນການເຝົ້າລະວັງ ການກວດຫາໂຣກທາງລະບົບຫາຍໃຈ ຈາກຜູ້ປ່ວຍນອກ ແລະ ຜູ້ປ່ວຍໃນໂຮງໝໍຢ່າງເຂັ້ມງວດ.

ທີ່ມາ: World Forum

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...