spot_img
Homeຂ່າວຕ່າງປະເທດແຮດສຸມາຕຣາໃຫ້ກຳເນີດລູກເປັນໂຕທີ 2 ໃນປີນີ້

ແຮດສຸມາຕຣາໃຫ້ກຳເນີດລູກເປັນໂຕທີ 2 ໃນປີນີ້

Published on

“ແຮດສຸມາຕຣາ” ເປັນແຮດຫາຍາກໃກ້ສູນພັນ ໄດ້ເກີດລູກໃນເຂດອະນຸລັກພັນສັດປ່າທາງຕາເວັນຕົກຂອງປະເທດອິນໂດເນເຊຍ ແລະ ສ້າງຄວາມຫວັງໃນການຂະຫຍາຍພັນແຮດສຸມາຕຣາ ເຊິ່ງເຊື່ອວ່າມີປະຊາກອນແຮດຊະນິດນີ້ພຽງບໍ່ເທົ່າໃດໂຕໃນໂລກ.

ໃນວັນທີ 25 ພະຈິກ 2023 “ເດໄລລາ” ແຮດເພດເມຍ ໄດ້ໃຫ້ກຳເນີດລູກແຮດເພດຜູ້ ນ້ຳໜັກປະມານ 25 ກິໂລກຣາມ ທີ່ອຸທິຍານແຫ່ງຊາດຂອງປະເທດອິນໂດເນເຊຍ ສ່ວນພໍ່ແຮດເກີດໃໝ່ນີ້ຊື່ວ່າ “ຮາຣາປັນ”.

ລູກແຮດໂຕນີ້ ເປັນລູກແຮດສຸມາຕຣາ ໂຕທີ 5 ທີ່ເກີດພາຍໃຕ້ໂຄງການຂະຫຍາຍພັນເຄິ່ງທຳມະຊາດຂອງອຸທິຍານເວກຳບາສ ແລະ ການເກີດໃນຄັ້ງນີ້ ຖືເປັນການເກີດຂັ້ນທີ 2 ຂອງແຮດສຸມາຕຣາໃນປີ 2023 ເຊິ່ງຈະຊ່ວຍເສີມສ້າງຄວາມມຸ່ງໝັ້ນຂອງລັດຖະບານໃນການອະນຸລັກແຮດໃນອິນໂດເນເຊຍ.

ທັ້ງນີ້ ສະຫະພາບນາໆຊາດເພື່ອການອະນຸລັກທຳມະຊາດ (IUCN) ໄດ້ຈັດໃຫ້ “ແຮດສຸມາຕຣາ” ເປັນແຮດທີ່ນ້ອຍທີ່ສຸດໃນສາຍພັນແຮດທັງໝົດ ແລະ ຍັງຢູ່ໃນພາວະໃກ້ສູນພັນ.

ແຫຼ່ງຂ່າວ AP

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...