spot_img
Homeຂ່າວການຮ່ວມມືກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII

Published on

ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ຈັດຂຶ້ນວັນທີ 14 ພະຈິກ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ມີທ່ານຮອງລັດຖະມົນຕີ ຜູ້ຕາງໜ້າສະພາການຄ້າຈີນ ຕາງໜ້າຫົວໜ່ວຍວິສາຫະກິດ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານ ຂໍ້ສະ ດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບັນດາວິສາຫະກິດຈີນ ທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ ທັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ພົບປະ ແລກປ່ຽນຄໍາຄິດເຫັນຢ່າງກົງໄກກົງມາ ແລະ ຊອກຫາວິທີທາງການແກ້ໄຂຮ່ວມກັນ ເພື່ອເປົ້າໝາຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ແນ່ໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ.

ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ ພ້ອມດຽວກັນນັ້ນ ນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ ມີຈຳນວນຫຼາຍກ່ວາ 900 ໂຄງການ ລວມມູນຄ່າຫຼາຍກ່ວາ 13 ຕື້ໂດລາສະຫະລັດ ເຊິ່ງເປັນປະເທດທີ່ມີມູນຄ່າການລົງທືນສູງທີ່ສຸດໃນ ສປປ ລາວ ສໍາລັບ ປີ 2022 ມີການລົງທຶນຈາກ ສປ ຈີນ ທີ່ໄດ້ລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ ທັງໝົດ 30 ບໍລິສັດ ລວມເອົາມູນຄ່າການລົງທຶນທັງໝົດ 339 ລ້ານໂດລາສະຫະລັດ ໃນນັ້ນ ລົງທຶນໃນຂະແໜງບໍ່ແຮ່ ມີ 18 ໂຄງການ ພະລັງງານ 1 ໂຄງການ ຂະແໜງບໍລິການທີ່ປຶກສາ 3 ໂຄງການ ອຸດສາຫະກໍາ ແລະ ຫັດຖະກໍາ 6 ໂຄງການ ສາທາລະນະສຸກ 1 ໂຄງການ ຂະແໜງອື່ນໆ 2 ໂຄງການ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...