spot_img
Homeຂ່າວພາຍ​ໃນສສຊ ສະເໜີໃຫ້ປັບປຸງກົງຈັກການຈັດຕັ້ງຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

ສສຊ ສະເໜີໃຫ້ປັບປຸງກົງຈັກການຈັດຕັ້ງຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ

Published on

ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບວຽກງານການປະຕິບັດຄໍາຕັດສິນຂອງສານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ໄພວີ ສີບົວລິພາ ໄດ້ຊີ້ແຈງ ຕາມທີ່ຄະນະເລຂາທິການສະພາແຫ່ງຊາດໄດ້ແຈ້ງ ສັງລວມແລ້ວປະກອບມີ 2 ບັນຫາ ຄື:

1. ການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຕາມກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ສະບັບປັບປຸງປີ 2021 ໄດ້ຈັດຕັ້ງປະຕິບັດມີຜົນສໍາເລັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຄືແນວໃດ ແລະ ຈະມີທິດທາງປັບປຸງ ແກ້ໄຂຄືແນວໃດ.

  1. ປັດຈຸບັນມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດສໍາເລັດກວມເຖິງ 50.000 ກວ່າເລື່ອງ ຕໍ່ບັນຫາດັ່ງກ່າວ ກະຊວງຍຸຕິທຳ ໃນຖານະເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈະມີມາດຕະການ ແລະ ວິທີການແກ້ໄຂແນວໃດ.

ທ່ານລັດຖະມົນຕີ ໄດ້ຊີ້ແຈງວ່າ: ກ່ຽວກັບການປັບປຸງກົງຈັກການຈັດຕັ້ງພາຍຫຼັງທີ່ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ) ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວກະຊວງຍຸຕິທໍາໄດ້ປັບປຸງກົງຈັກການຈັດຕັ້ງຂອງອົງການປະຕິບັດຄໍາຕັດສິນຂອງສານ, ໄດ້ປະສານສົມທົບກັບກະຊວງພາຍໃນ, ກະຊວງການເງິນ, ອົງການປົກຄອງທ້ອງຖິ່ນ, ພະແນກຍຸຕິທໍາແຂວງ, ນະຄອນຫຼວງ, ຫ້ອງການຍຸຕິທໍາເມືອງ, ນະຄອນ ປຶກສາຫາລື, ເກັບກຳຂໍ້ມູນ ເປັນຕົ້ນບຸກຄະລາກອນ, ພື້ນຖານໂຄງລ່າງ ແລະ ອື່ນໆ; ກະຊວງຍຸຕິທໍາ ສ້າງຕັ້ງອົງການປະຕິບັດຄໍາຕັດສິນຂອງສານ 5 ກອງ 11 ຫ້ອງ ປະຈຳຢູ່ 5  ແຂວງ  ແລະ ເມືອງ ຄື:ຢູ່ນະຄອນຫຼວງວຽງຈັນ ມີ 1 ກອງ, 2 ຫ້ອງ, ແຂວງຫຼວງພະບາງ ມີ 1 ກອງ, 2 ຫ້ອງ, ແຂວງວຽງຈັນ ມີ 1 ກອງ, 2 ຫ້ອງ, ແຂວງສະຫວັນນະເຂດ ມີ 1 ກອງ, 3 ຫ້ອງ ແລະ ແຂວງຈໍາປາສັກ ມີ 1 ກອງ, 2 ຫ້ອງ.

ເພື່ອຍົກສູງຄຸນນະພາບຂອງພະນັກງານປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ມີວິທີການ ແລະ ມາດຕະການ ດັ່ງນີ້: ເອົາໃຈໃສ່ກໍ່ສ້າງພະນັກງານປະຕິບັດຄໍາຕັດສິນຂອງສານທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ. ສ້າງພະນັກງານປະຕິບັດຄໍາຕັດສິນ ໃຫ້ເປັນມືອາຊີບ, ບໍລິການສັງຄົມດ້ວຍຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທຳ. ຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ຂອງພະນັກງານປະຕິບັດຄໍາຕັດສິນ ຕໍ່ກັບແບບແຜນວິທີເຮັດວຽກ ຕາມພາລະບົດບາດໃໝ່ ແລະ ກົດໝາຍ ສະບັບປັບປຸງ, ສ້າງຕຳລາ ແລະ ດຳເນີນການຝຶກອົບຮົມວຽກງານປະຕິບັດຄໍາຕັດສິນຂອງສານໃຫ້ສອດຄ່ອງຕາມກົດໝາຍສະບັບປັບປຸງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງພະນັກງານປະຕິບັດຄໍາຕັດສິນຂອງສານ, ເດັດຂາດແກ້ໄຂພະນັກງານຜູ້ທີ່ຂາດຈັນຍາບັນ, ຈັນຍາທຳ, ຂາດຄວາມສາມາດໃນໜ້າທີ່ວຽກງານ, ສ້າງ ແລະ ຕອບສະໜອງ ເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານປະຕິບັດຄໍາຕັດສິນຂອງສານ ມາດຕະການ ແລະ ວິທີການແກ້ໄຂ ຄຳຕັດສິນ ເພື່ອຮັບປະກັນໃຫ້ຄໍາຕັດສິນ ແລະ ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງບໍ່ໄດ້ຮ້ອງຂໍຄວາມເປັນທຳ ຫຼື ຂໍຮື້ຟື້ນຄືນໃໝ່ ໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມກົດໝາຍ ກະຊວງຍຸຕິທຳ ມີວິທີການ ແລະ ມາດຕະການດັ່ງນີ້: ປະເມີນການປະຕິບັດຄຳແນະນຳຂອງລັດຖະມົນຕີ ສະບັບເລກທີ 204/ກຍ, ລົງວັນທີ 2 ກຸມພາ 2023 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017.

ປະເມີນຄືນການຈັດຕັ້ງປະຕິບັດຄໍາແນະນໍາ 5 ສະບັບ ກ່ຽວກັບການປະຕິບັດຄໍາຕັດສິນຂອງສານຂອງກະຊວງຍຸຕິທໍາ, ຊີ້ນໍາອົງການປະຕິບັດຄໍາຕັດສິນຈັດຕັ້ງປະຕິບັດບັນດານິຕິກຳ ແລະ ກົດໝາຍສະບັບປັບປຸງຢ່າງເຂັ້ມງວດ, ກວດກາສຳນວນຄໍາຕັດສິນແຕ່ລະຄະດີທີ່ຢູ່ໃນຄວາມຮັບຜິດ ຊອບຂອງພະນັກງານແຕ່ລະຄົນ ເພື່ອຊອກຮູ້ສາເຫດ ແລະ ຊີ້ນຳໃຫ້ນໍາອອກມາຈັດຕັ້ງປະຕິບັດໃຫ້ສໍາເລັດ, ກົມ, ກອງ, ຫ້ອງ, ຂະແໜງ ແລະ ໜ່ວຍງານ ຕ້ອງມີແຜນການກໍານົດໂຕເລກຄາດໝາຍໃນການປະຕິບັດໃຫ້ສຳເລັດແຕ່ລະເດືອນ ບົນພື້ນຖານທີ່ກໍານົດໃນມະຕິ 080/ສພຊ, ລົງວັນທີ 17 ພະຈິກ 2017, ສັງລວມບັນຊີ ແລະ ຮີບໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງ, ເຂັ້ມງວດ ແລະ ເດັດຂາດໃນການນໍາໃຊ້ມາດຕະການຕໍ່ຜູ້ທີ່ມີເງື່ອນໄຂແຕ່ບໍ່ຍອມປະຕິບັດຄໍາຕັດສິນຂອງສານ, ຄຳຕັດສິນທີ່ບໍ່ມີເງື່ອນໄຂປະຕິບັດຈະໄດ້ອອກຄຳສັ່ງໂຈະການປະຕິບັດ (ມາດຕາ 43), ເມື່ອໝົດກໍານົດເວລາໃນການໂຈະຈະໄດ້ສະເໜີໃຫ້ໄອຍະການຖະແຫຼງໃຫ້ສານປະຊາຊົນ ຕັດສິນຍົກເລີກຄ່າອາກອນ, ຄ່າປັບໃໝ ແລະ ເງິນຮີບ (ມາດຕາ 73, 74 ແລະ 75 ຂອງກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ), ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ເກັບກຳບັນຊີລາຍຊື່ນັກໂທດ ທີ່ຍ້າຍໄປປະຕິບັດໂທດຢູ່ຄ້າຍຄຸມຂັງໃໝ່ເພື່ອມອບໝາຍໃຫ້ອົງການປະຕິບັດຄໍາຕັດສິນທີ່ມີຄວາມສະດວກປະຕິບັດແທນ, ສົມທົບກັບປະຊາຊົນທີ່ກ່ຽວຂ້ອງເພື່ອຄວາມເປັນເອກະພາບໃນການປະຕິບັດຄຳຕັດສິນບາງກໍລະນີ, ສົມທົບກັບອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການນຳໃຊ້ມາດຕະການຕໍ່ຜູ້ປະຕິບັດຄຳຕົກລົງຂອງສານ ແລະ ຜູ້ຂັດຂວາງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ (ມ 389.396 ປະມວນອາຍາ) ແລະ ສຳລັບຄຳຕັດສິນຄະດີອາຍາໃນກໍລະນີທີ່ຜູ້ຖືກປະຕິບັດຄຳຕັດສິນ ມີເງື່ອນໄຂປຽນໂທດ ປັບໃໝເປັນໂທດອື່ນ ຈະໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາ (ມາດຕາ 46 ແລະ 59 ຂອງສານປະມວນກົດໝາຍ).

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...