spot_img
Homeຂ່າວພາຍ​ໃນປະຕູໄຊ ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນວັນທີ 2 ທັນວາ

ປະຕູໄຊ ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນວັນທີ 2 ທັນວາ

Published on

ກອງປະຊຸມປຶກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອານຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາ ຫົວຫນ້າພະແນກການກ່ຽວຂ້ອງ ແລະ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື ບັນດາຫນ້າວຽກຕ່າງໆທີ່ກ່ຽວຂ້ອງກັບການປະຕິສັງຂອນປະຕູໄຊ ຜ່ານການປຶກສາຫາລືບັນດາຫນ້າ ວຽກແຕ່ລະດ້ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ມີທິດຊີ້ນໍາແຕ່ລະຫນ້າວຽກເຊັ່ນ ມອບໃຫ້ກອງບັນຊາການ ປກສ ນວ ຂຶ້ນແຜນກໍາລັງມາ ປ້ອງກັນໃນໄລຍະການປັບປຸງປະຕູໄຊຈົນກ່ວາຈະສໍາເລັດພ້ອມທັງຂຶ້ນແຜນງົບປະມານຕ່າງໆໃນໄລຍະປະຕິບັດງານ ມອບໃຫ້ຫ້ອງການ ຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ ຮັບຜິດຊອບມ້າງປະຕູມ້ວນເຫຼັກທາງຂຶ້ນປະຕູໄຊທັງ 4 ດ້ານ ພ້ອມທັງເຮັດ ເອກະສານຄ່າບໍລິການເຂົ້າຊົມປະຕູໄຊຈາກ 10.000 ກີບ ມາເປັນ 30.000 ກີບ ເຮັດອອກແຈ້ງການ ພ້ອມທັງກໍານົດວັນທີ່ເປີດເປັນທາງການ ແມ່ນກໍານົດເອົາ ວັນຊາດທີ 2 ທັນວາ 2023 ການປະສານງານໃຫ້ປຶກສາກັບພະແນກ ຖວທ ນວ ພະແນກການເງິນ ພະແນກແຜນການ ແລະ ການ ລົງທຶນ ເພື່ອຈັດລະບຽບການເຂົ້າຊົມສວນປະຕູໄຊ ພ້ອມທັງຄົ້ນຄ້ວາຜູ້ຮັບຜິດຊອບໃນການບໍລິການເປີດຟັງສຽງເປັນພາສາຕ່າງປະເທດ ແຕ່ລະຊັ້ນ ມອບໃຫ້ພະແນກການເງິນ ນວ ເປັນຜູ້ເຈລະຈາຕໍ່ລອງລາຄາກັບທາງບໍລິສັດ ພ້ອມທັງກວດກາຜົນສໍາເລັດແຕ່ລະຫນ້າວຽກພ້ອມທັງ ຊໍາລະເງີນຕາມຫນ້າວຽກຕົວຈິງ ການອອກແບບລາຍມອບໃຫ້ພະແນກ ຖວທ ນວ ສົມທົບກັບທີ່ປຶກສາສະຖາປະຕິຍະກໍາຕົບແຕ່ງ ປູພົມ ທາສີ ດອກໄຟ ຊັ້ນ 2 ແລະ ຊັ້ນ 3 ໃຫ້ສໍາເລັດ ມອບໃຫ້ພະແນກ ຍທຂ ນວ ແຕ່ງຕັ້ງຄະນະຮັບຜິດຊອບຄຸມງານເພື່ອຕິດຕາມທາງດ້ານເຕັກນິກ ການປັບປຸງປະຕູໄຊຈົນໂຄງການສໍາເລັດ ພ້ອມທັງປະສານກັບບໍລິສັດຮັບເຫມົາປັບປຸງປະຕູໄຊເຮັດປ້າຍວາຍນີວ (ຫ້າມເຂົ້າທາງໃນມີການ ປັບປຸງເພື່ອຄວາມປອດໄພຂອງຜູ້ມາທ່ຽວຊົມ) ມອບໃຫ້ພະແນກ ຍທຂ ນວ ຄົ້ນຄ້ວາທາງດ້ານເຕັກນິກພ້ອມທັງຢັ້ງຢືນມູນຄ່າການສ້ອມແປງ ທັງຫມົດ ແລະ ອອກອະນຸມັດໃບສັ່ງວຽກໃຫ້ບໍລິສັດດັ່ງກ່າວສາມາດດໍາເນີນການໂດຍໄວ ແລະ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາທາງດ້ານເຕັກນິກປະຈໍາປະຕູໄຊໃນໄລຍະການກໍ່ສ້າງຈົນກ່ວາຈະສໍາເລັດ.

ນອກຈາກນີ້ກໍໄດ້ຊີ້ນໍາໃຫ້ບໍລິສັດບໍລິສັດລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວທີ່ເປັນບໍລິສັດ ຮັບເຫມົາຕ້ອງມີການກວດກາຫນ້າວຽກຕົວຈິງ ຈັດວາງເວລາຢ່າງລະອຽດໃນການເຮັດວຽກເພື່ອບໍ່ໃຫ້ລົບກວນ ແລະ ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມບໍລິເວນ ສວນປະຕູໄຊ ຮັບປະກັນການຈັດຕັ້ງປະຕິບັດຫນ້າວຽກຕ່າງໆໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ຕ້ອງມີການກໍານົດຫນ້າວຽກທີ່ເປັນບູລິມະສິດຂອງໂຄງການພ້ອມທັງຮັບປະກັນດ້ານຄຸນນະພາບອີກດ້ວຍ.

ທີ່ມາ Vientiane Mai

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...