spot_img
Homeຂ່າວພາຍ​ໃນລາຍລະອຽດ ຊາຍຫຼອນຢາບ້າກໍ່ເຫດຄາຕະກຳລູກເມຍແລະຕົນເອງ

ລາຍລະອຽດ ຊາຍຫຼອນຢາບ້າກໍ່ເຫດຄາຕະກຳລູກເມຍແລະຕົນເອງ

Published on

ເວລາ 1:00 ໂມງຂອງວັນທີ 7 ພະຈິກ 2023  ເກີດເຫດຜູ້ຊາຍເສບຢາບ້າຈົນປະສາດຫຼອນ ແລ້ວຄາດຕະກໍາລູກ ເມຍ  ກ່ອນເອົາສາຍໄຟຟ້າມາຊອດຕົວເອງຈົນເສຍຊີວິດ ເຫດການດັ່ງກ່າວເກີດຂຶ້ນຢູ່ບຶງຫົວນາ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ.

ເຈົ້າໜ້າທີ່ ປກສ ເມືອງເຊບັ້ງໄຟ ໃຫ້ຮູ້ວ່າ: ພາຍຫຼັງຮັບແຈ້ງເຫດໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຊັນລະສູດສະຖານທີ່ເກີດເຫດຕົວຈິງ ພົບເຫັນຜູ້ເສຍຊີວິດ 3 ຄົນ ຄື: ຜູ້ທີ 1 ຊື່ທ້າວ ສົມບັດ (ບັດ) ອາຍຸ 29 ປີ, ມືເບື້ອງຂວາ ກໍາສາຍໄຟຟ້າທີ່ຍັງມີກະແສໄຟ ນອນຄວໍ້າໜ້າເສຍຊີວິດຢູ່ພື້ນເຮືອນ, ຜູ້ທີ 2 ຊື່ ນາງ ພັນ (ເມຍ) ອາຍຸ 31 ປີ, ຖືກພ້າປາດຢູ່ບໍລິເວນຄໍ ແລະ ມືເບື້ອງຊ້າຍກໍມີຮອຍພ້າປາດ ເສຍຊີວິດຢູ່ບ່ອນນອນ ແລະ ຜູ້ທີ 3 ຊື່ ທ້າວ ດໍາ (ລູກຊາຍ) ອາຍຸ 4 ປີ ຖືກພ້າປາດຢູ່ບໍລິເວນຄໍ ເສຍຊີວິດຢູ່ນອກຫ້ອງນອນ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນຈາກ ພະຍານຜູ້ເຫັນເຫດການ ຈຶ່ງຮູ້ວ່າ: ກ່ອນເກີດເຫດ ປະຊາຊົນເຂດໃກ້ຄຽງ ເຊິ່ງເປັນພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ຍິນສຽງຄ້າຍຄືຄົນຜິດຖຽງກັນ ຈຶ່ງໄດ້ຊວນໝູ່ທີ່ຢູ່ເຮືອນໃກ້ກັນຂຶ້ນໄປເບິ່ງ ຈຶ່ງພົບເຫັນ ທ້າວ ດໍາ ເເລະ ນາງ ພັນ ( ແມ່, ລູກ) ນອນເສຍຊີວິດຢູ່ ແຕ່ທ້າວ ສົມບັດ ແມ່ນຍັງບໍ່ທັນເສຍຊີວິດ ຜູ້ກ່ຽວໄດ້ໂດດລົງເຮືອນແລ້ວແລ່ນໄປເອົາຈົກມາທໍາຮ້າຍເຄື່ອງຂອງພາຍໃນເຮືອນ ຈາກນັ້ນ, ໄດ້ໄປດຶງເອົາສາຍໄຟທີ່ຍັງມີກະແສໄຟຟ້າ ແລ້ວນອນແນບສາຍໄຟຟ້າລົງກັບພື້ນ ຈຶ່ງເຮັດໃຫ້ຜູ້ກ່ຽວເສຍຊີວິດ.

ສາເຫດຄາດຕະກໍາຄັ້ງນີ້ ແມ່ນເກີດຈາກ ທ້າວ ສົມບັດ ໄດ້ມີການເສບຢາບ້າຢ່າງໜັກໜ່ວງໃນໄລຍະທີ່ຜ່ານມາ ຈຶ່ງອາດເຮັດໃຫ້ເກີດອາການປະສາດຫຼອນ ແລ້ວລົງມືຄາດຕະກໍາລູກເມຍຂອງຕົນເອງ.

ແຫຼ່ງຂ່າວ ວາລະສານ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...