ໃນທຸກໆມື້ ເຮົາໄດ້ຮັບ ລັງສີຢູວີ ຈາກ ດວງຕາເວັນ ເຊິ່ງມີທັງປະໂຫຍດ ແລະໂທດ ແຕ່ກໍຍັງມີແຫລ່ງກຳເນີດແສງຕ່າງໆທີ່ສາມາດປ່ອຍ ລັງສີຢູວີ ໄດ້ເຊັ່ນກັນ ເຊິ່ງມາຈາກອຸປະກອນເຄື່ອງໃຊ້ໃນຊີວິດປະຈຳວັນຂອງເຮົານັ້ນເອງ ເຊັ່ນ ໂທລະພາບ ຫລອດໄຟ ຄອມພິວເຕີ ແລະ ອື່ນໆ ເຊິ່ງມີຜົນກະທົບຕໍ່ສຸຂະພາບຂອງເຮົາ ໄປເບິ່ງກັນເລີຍວ່າ ລັງສີຢູວີ ທີ່ມາຈາກແຫລ່ງຕ່າງໆ ມີຜົນກະທົບຕໍ່ສຸຂະພາບຂອງເຮົາແບບໃດແດ່
ລັງສີຢູວີ ຈາກແສງແດດ
ລັງສີຢູວີ ນັ້ນມີທັງປະໂຫຍດ ແລະ ໂທດຕໍ່ມະນຸດ ໂດຍ ລັງສີຢູວີ ໃນຂະໜາດຕ່ຳໆ ຈະຊ່ວຍໃນການສັງເຄາະວິຕາມິນດີທີ່ຜິວໜັງ ແຕ່ຖ້າໄດ້ຮັບໃນປະລິມານທີ່ສູງເກີນໄປ ລັງສີຢູວີບີ ຈະທຳລາຍຈຸລັງຜິວໜັງຊັ້ນໃນຫນັງ ເຮັດໃຫ້ເກີດຜິວໄໝ້ແສບລອກ ຜິວໝອງຄໍ້າ
ສ່ວນລັງສີຍູວີເອ ເມື່ອໄດ້ຜ່ານລົງໄປໄດ້ເຖິງຊັ້ນໜັງແທ້ ແລະ ໄດ້ຮັບຕໍ່ເນື່ອງເປັນເວລາດົນໆ ຈະທຳລາຍຄໍລາເຈນ ແລະ ອີລາຕິນ ທຳລາຍໄຟໂບຮົບລາດ ຈຶ່ງເຮັດໃຫ້ເກີດຮ່ອງຮອຍຫ່ຽວຍານ ຈຸດດ່າງດຳກົດພູມຄຸ້ມກັນຂອງຜິວໜັງ ທຳລາຍ DNA ເຮັດໃຫ້ຈຸລັງກາຍພັນ ແລະ ແບ່ງຕົວຜິດປົກກະຕິ ຕາມມາດ້ວຍຊີ້ນປົ່ງ ຫລື ມະເຮັງຜິວໜັງໄດ້ ໂດຍຜູ້ທີ່ມີຜິວຂາວຈະມີຄວາມສ່ຽງຫລາຍກວ່າເນື່ອງຈາກມີ ເມລານິນ ທີ່ຊ່ວຍປົກປ້ອງຢູ່ນ້ອຍກວ່ານັ້ນເອງ
ນອກຈາກນີ້ ລັງສີຢູວີ ຍັງສົ່ງຜົນກໍ່ໃຫ້ເກີດອັນຕະລາຍຕໍ່ດວງຕານໍາອີກ ແຕ່ມີຜົນຄ່ອນຂ້າງນ້ອຍ ຖ້າໄດ້ຮັບ ລັງສີຢູວີ ຄວາມເຂັ້ມສູງ ຈະເກີດແກ້ວຕາອັກເສບ ມີອາການແສບຕາ ນ້ຳຕາໄຫລ ພ່າຍແສງ ຕາແດງ ສ່ວນ ໄລຍະຍາວຈະເກີດ ຕໍ້ກະຈົກ ໃນອະນາຄົດຈໍຕາອາດເສື່ອມໄດ້
ລັງສີຢູວີ ຈາກເຄື່ອງຖ່າຍເອກະສານ
ຄົົນທີ່ເຮັດວຽກກັບເຄື່ອງຖ່າຍເອກະສານທຸກມື້ ຫລື ຄົົນທີ່ຕ້ອງນັ່ງໃກ້ເຄື່ອງປິ້ນເອກະສານ ມີໂອກາດສ່ຽງທີ່ຈະໄດ້ຮັບ ລັງສີ ອຸນຕ້າໄວໂອເລດ ເຊິ່ງເປັນແສງທີ່ອອກຈາກຫລອດຟລູອໍເລດເຊນ ທີ່ຢູ່ໃນເຄື່ອງປິ້ນເອກະສານໂດຍສ່ວນໃຫຍ່ ຫລອດທີ່ໃຊ້ໃນເຄື່ອງປິ້ນເອກະສານເປັນຫລອດຟະລູອໍເລດເຊນ ທີ່ມີສ່ວນປະກອບຂອງ metal halide ຫລື quarts ແສງທີ່ອອກມາຈາກເຄື່ອງຖ່າຍເອກະສານເປັນແສງອຸນຕ້າໄວໂອເລດ ເຊິ່ງຖ້າຫາກສຳຜັດກັບດວງຕາໂດຍກົງ ຈະເຮັດໃຫ້ເກີດການຄາຍເຄືອງຕາ ປວດຕາ ປວດແສບຕາ ແລະ ມີອາການເຈັບຫົວໄດ້ ນອກຈາກນີ້ຄວາມຮ້ອນຈາກເຄື່ອງປິ້ນເອກະສານຍັງສາມາດເຮັດໃຫ້ເກີດຝ້າ ໄດ້ນໍາອີກ ດັ່ງນັ້ນ ທຸກເທື່ອທີ່ອັດເອກະການຈະຕ້ອງປິດແຜ່ນປິດ cover ທຸກເທື່ອເພື່ອປ້ອງກັນແສງທີ່ຈະສຳຜັດກັບເຮົາໂດຍກົງ ນອກຈາກນີ້ ໄອລະເຫຍຈາກ ໝຶກ ກໍສາມາດເຮັດໃຫ້ລະຄາຍເຄືອງຕໍ່ລະບົບທາງເດີນຫາຍໃຈ ເກີດອາການໄອ ຈາມ ເຈັບຫົວ ລະຄາຍເຄືອງຕາໄດ້ນໍາອີກ ຈຶ່ງຄວນຕັ້ງເເຄື່ອງຖ່າຍເອກະສານໃນທີ່ໆມີການລະບາຍອາກາດທີ່ດີ
ລັງສີຢູວີ ຈາກຫລອດໄຟຊະນິດຕ່າງໆ
ຫລອດໄຟແຕ່ລະປະເພດກໍສາມາດປ່ອຍລັງສີອອກມາໄດ້ເຊັ່ນກັນ ແຕ່ວ່າຫລາຍ ຫລືໜ້ອຍນັ້ນຂຶ້ນຢູ່ກັບຊະນິດ ບາງຊະນິດກໍມີອັນຕະລາຍຫລາຍ ແຕ່ບາງຊະນິດກໍບໍ່ມີອັນຕະລາຍ ແລະ ກໍ່ປະຕິເສດບໍ່ໄດ້ວ່າ ໃນຊີວິດປະຈຳວັນຂອງເຮົາມັກພົບກັບຫລອດໄຟຫລາກຫລາຍຊະນິດ ໄປເບິ່ງກັນດີກວ່າວ່າ ຫລອດໄຟແຕ່ລະຊະນິດ ມີອັນຕະລາຍຫລາຍໜ້ອຍພຽງໃດ
ຫລອດໄສ້ (Incandescent Light Bulb) ອາໄສກະແສໄຟຟ້າແລ່ນຜ່ານໄສ້ທັງສະເຕນຈົນເກີດຄວາມຮ້ອນ ແລະ ແສງສະຫວ່າງ ໃຫ້ແສງເຫລືອງສົ້ມ ອາຍຸການໃຊ້ງານສັ້ນ ແລະ ເປືອງໄຟ ແຕ່ມີ ລັງສີຢູວີ ຕ່ຳຫລາຍ ຈຶ່ງບໍ່ຄ່ອຍມີຜົນກະທົບຕໍ່ສຸຂະພາບ
ຫລອດຟລູໂອເລດເຊນ (Fluorescent Light) ຫລື ທີ່ເອີ້ນກັນວ່າ ຫລອດນີອອນ ຄື ຫລອດແກ້ວສູນຍາກາດທີ່ໃສ່ໄອປອດໄວ້ ເມື່ອຜ່ານກະແສໄຟຈະເຮັດໃຫ້ໄອປອດປ່ອຍພະລັງງານໃນຮູບ ລັງສີຢູວີ ຄວາມຍາວຄື້ນ 254 ນາໂນແມັດໄປກະທົບສານເຮືອງແສງຟອດຟໍລັດ ທີ່ຢູ່ດ້ານໃນຫລອດ ສານເຮືອງແສງຈະດູດຊັບ ລັງສີຢູວີ ແລ້ວເປັ່ງແສງໃນຄວາມຍາວຄື້ນທີ່ຕາເບິ່ງເຫັນແທນ ຫລອດຊະນິດນີ້ອາດມີ ລັງສີຢູວີ ຫລຸດລອດອອກມາໄດ້ນຳໃນລະດັບທີ່ບໍ່ເປັນອັນຕາຍ
ຫລອດຮາໂລເຈນ (Halogen Lamp) ໃຊ້ກະແສໄຟຟ້າຜ່ານໄສ້ທັງສະເຕນແບບຫລອດໄສ້ ແຕ່ມີໄອຂອງທາດ ຮາໂລເຈນ ເຊັ່ນ ຄໍລີນ ຟລູໂອລີນ ໃນຫລອດແກ້ວ ເພື່ອໃຫ້ໄດ້ແສງສີຂາວ ມີການແຜ່ ລັງສີຢູວີ ໃນລະດັບທີ່ປອດໄພຫລອດເມທັນຮາໄລ (Metal Halide Lamp) ເປັນຫລອດທີ່ໃຫ້ຄວາມເຂັ້ມແສງສູງ ແລະ ຄວາມຖືກຕ້ອງຂອງສີໃກ້ຄຽງແສງແດດ ມັກໃຊ້ໃນສະໜາມກິລາ ຫລື ງານໂທລະພາບ ມີການແຜ່ ລັງສີຢູວີ ໃນລະດັບສູງທີ່ອາດເກີດອັນຕະລາຍ ກັບ ດວງຕາໄດ້
ຫລອດ LED (Light Emitting Diode) ແສງສະຫວ່າງມາຈາກການເຄື່ອນທີ່ຂອງ ອິເລັກໂທນິກໃນ ເຊມິຄອນດັກເຕີ ຈຶ່ງບໍ່ມີການແຜ່ ລັງສີຢູວີ ແລະ ຄວາມຮ້ອນປອດໄພຈາກສານຫລອດ ຈຶ່ງບໍ່ອັນຕະລາຍຕໍ່ສຸຂະພາບ
ຫລອດ(Black Light) ຫລັກການຄືຫລອດນີອອນ ແຕ່ບໍ່ໄດ້ເຄືອບຟອດຟໍລັດໄວ້ທາງໃນຫລອດ ແຜ່ລັງສີ UVA ຄວາມຍາວຄື້ນ 345-400 nm ເຊິ່ງໃກ້ຄຽງກັບແສງທີ່ຕາເບິ່ງເຫັນ ຈຶ່ງມີອັນຕະລາຍໜ້ອຍເມື່ອເປີດໃຊ້ງານໃນບ່ອນມືດຈະເຫັນເປັນສີມ້ວງຈາງໆ ສິ່ງຂອງທີ່ມີ ຟອດຟໍລັດ
ເຮືອງແສງຂຶ້ນ
ຫລອດ ຢູວີ ຂ້າເຊື້ອພະຍາດ (Germicide Lamp) ແຜ່ລັງສີ UVC ໃຊ້ເພື່ອຂ້າເຊື້ອພະຍາດໃນນ້ຳ ຫລື ໃນໂຮງໝໍ ມີອັນຕະລາຍ ອາດເຮັດໃຫ້ເກີດຜິວໜັງໄໝ້ ແລະ ເຍື່ອຕາອັກເສບຖ້າສຳຜັດໂດຍກົງເຄື່ອງຖ່າຍເອກະສານ ໃຊ້ ຫລອດຟລູໂອເລດເຊນ ຄວາມເຂັ້ມສູງ ຫລື ຫລອດຮາໂລເຈນ ອາດມີ ລັງສີຢູວີ ໄດ້ນຳ ຈຶ່ງຄວນໃຊ້ຢ່າງລະມັດລະວັງ
ລັງສີຢູວີ ຈາກຈໍໂທລະພາບ
ຈໍໂທລະພາບແບບ CRT (Cathode Ray Tube) ຄື ຈໍແກ້ວແບບໂຄ້ງ ທີ່ພົບໃນໂທລະພາບລຸ້ນເກົ່າໆນັ້ນ ຈໍຊະນິດນີ້ແຜ່ ລັງສີຢູວີ ພຽງເລັກນ້ອຍບໍ່ເຮັດອັນຕະລາຍຕໍ່ສາຍຕາ ຫລື ເຮັດໃຫ້ຜິວໝອງຄ້ຳ ແຕ່ຖ້າເພງຫລາຍໆ ອາດເຮັດໃຫ້ຕາເມື່ອຍລ້າ ປວດຫົວໄດ້ ຍົກເວັ້ນແຕ່ວ່າ ໃນຜູ້ປ່ວຍພະຍາດບາງຊະນິດທີ່ມີອາການຜິວໄວແສງຄວນຫລີກລ້ຽງຈໍຊະນິດນີ້
ຈໍໂທລະພາບແບບ LCD (Liquid Crystal Display) ແລະ Plasma ບໍ່ແຜ່ ລັງສີຢູວີ ແຕ່ຈໍຍິ່ງໃຫຍ່ຈະມີຄວາມຮ້ອນສູງ
ລັງສີຢູວີ ຈາກຈໍຄອມພິວເຕີ ແລະ ຈໍໂທລະພາບໄດ້
ຈໍຄອມພິວເຕີ ແລະ ຈໍໂທລະສັບກໍມີ ລັງສີຢູວີ ອອກມາເຊັ່ນກັນ ແຕ່ໂດຍທົ່ວໄປແລ້ວຜູ້ຜະລິດກໍຈະຄວບຄຸມການຜະລິດໃຫ້ຢູ່ໃນລະດັບທີ່ປອດໄພ ແຕ່ຖ້າຫາກເຮົາໃຊ້ຄອມພິວເຕີ ຫລື ໂທລະສັບ ຢ່າງຜິດວິທີ ເຊັ່ນ ຫລິ້ນໂທລະສັບໃນບ່ອນມືດ ປິດໄຟ ເບິ່ງໂທລະສັບ ລ້ວນເປັນປັດໄຈສ່ຽງທີ່ຈະໄດ້ຮັບລັງສີເພີ່ມຫລາຍຂຶ້ນ ຄົົນທີ່ມີພຶດຕິກຳການໃຊ້ຄອມພິວເຕີ ໂທລະສັບສະມາດໂຟນ ແທັບເລັດ ຕິດຕໍ່ກັນເປັນເວລາດົນໆ ຈະເຮັດໃຫ້ຕາແຫ້ງ ແລະ ພັບຕານ້ອຍລົງ ເກີດການແສບຕາ ການເບິ່ງເຫັນເລີ່ມຜິດປົກກະຕິ ເຫັນພາບຊ້ອນ ເບິ່ງບໍ່ແຈ້ງ ເຈັບເບົ້າຕາ ກ້າມຊີ້ນຕາອ່ອນແຮງ ເປັນອາການເລີ່ມຕົ້ນຂອງພະຍາດຄອມພິວເຕີ ວິຊັ່ນຊິນໂດລົມ ແລະ ເປັນການກະຕຸ້ນໃຫ້ ຈໍປະສາດຕາເສື່ອມໄວຂຶ້ນດ້ວຍ ທາງທີ່ດີຄວນເປີດໄຟເບິ່ງໂທລະສັບ ຫລື ໃຊ້ໂທລະສັບ ປັບໄຟໜ້າຈໍໃຫ້ເໝາະສົມ ແລະ ບໍ່ໃຊ້ຕິດຕໍ່ກັນເປັນເວລາດົນເກີນໄປ ຄວນພັກສາຍຕາດ້ວຍການເບິ່ງໄປທີ່ອື່ນນຳ ກໍຈະເຮັດໃຫ້ເຊົາເມື່ອຍຕາໄດ້