Homeຂ່າວພາຍ​ໃນແຂວງເຊກອງ ມີ 4 ຂະແໜງຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວ

ແຂວງເຊກອງ ມີ 4 ຂະແໜງຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວ

Published on

ທ່ານ ສາກົນ ພອນປເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ລາຍງານໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນຕົ້ນປີ ໃນທ້າຍອາທິດຜ່ານມາໃຫ້ຮູ້ວ່າ: ຂະແໜງການຕົ້ນຕໍທີ່ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງແຂວງເຊກອງ ຂະຫຍາຍຕົວໃນລະດັບ 5%, ມີມູນຄ່າລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 2,657 ຕື້ກີບ ແລະ ມູນຄ່າສະເລ່ຍໃສ່ຫົວຄົນປະມານ 19,43 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.143 ໂດລາສະຫະລັດ ມີ 4 ຂະແໜງການຄື: ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງອຸດສາຫະກຳ, ຂະແໜງພະລັງງານ-ບໍ່ແຮ່ ແລະຂະແໜງບໍລິການ.

ເຊິ່ງຂະແໜງກະສິກໍາ ແລະ ປ່າໄມ້ ຄາດວ່າຈະຂະຫຍາຍຕົວໄດ້ 5,42% ກວມເອົາ 67,87% ຂອງ GDP, ໃນນີ້: ການຜະລິດເຂົ້າປະຕິບັດໄດ້ 43.222 ໂຕນ, ເທົ່າກັບ 90,23%, ການຜະລິດພືດສະບຽງອາຫານຕ່າງໆສາມາດ ປະຕິບັດໄດ້ 38.538 ໂຕນ, ເທົ່າກັບ 114,66% ຂອງແຜນການ, ການຜະລິດພືດເປັນສິນຄ້າ ປະຕິບັດໄດ້ 396,489 ໂຕນ, ເທົ່າກັບ 168,65%, ການລ້ຽງສັດ ມີການຂະຫຍາຍຕົວ ໃນລະດັບ 2-3%, ໄດ້ຊຸກຍູ້ ແລະ ສົ່ງເສີມທາງດ້ານ ການລ້ຽງສັດແບບເປັນຟາມ ຈໍານວນ 27 ຟາມ; ລະດູແລ້ງສະໜອງນໍ້າໄດ້ທັງໝົດ 1.335 ເຮັກຕາ, ເທົ່າກັບ 78,52%.

ຂະແໜງອຸດສາຫະກຳ ຄາດວ່າຈະຂະຫຍາຍຕົວໄດ້ 3,96% ກວມເອົາ 16,71% ຂອງ GDP, ໃນນີ້: ມີໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທັງໝົດ 303 ຫົວໜ່ວຍ, ມີມູນຄ່າການລົງທຶນ 220,38 ຕື້ກີບ, ປະຕິບັດໄດ້: 97,14% ແລະ ສົມທຽບໄລຍະດຽວກັນຂອງປີຜ່ານມາ ເທົ່າ 88,96%; ຂະແໜງພະລັງງານ-ບໍ່ແຮ່ ປັດຈຸບັນທົ່ວແຂວງມີຄວາມຍາວຂອງຕາຂ່າຍໄຟຟ້າ 22 ກິໂລໂວນ ທັງໝົດ 996,1 ກິໂລແມັດ/ວົງຈອນ, ເພີ່ມຂຶ້ນ 53,58 ກິໂລແມັດ; ຕາຂ່າຍໄຟຟ້າ 22,7 ກິໂລໂວນ ມີຄວາມຍາວທັງໝົດ 29,89 ກິໂລແມັດ/ວົງຈອນ; ຕາຂ່າຍໄຟຟ້າ 0,4 ກິໂລໂວນ ມີຄວາມຍາວທັງໝົດ 431,55 ກິໂລແມັດ/ວົງຈອນ, ເພີ່ມຂຶ້ນ 8,28 ກິໂລແມັດ ແລະ ຕາຂ່າຍໄຟຟ້າ 0,23ກວ ມີຄວາມຍາວທັງໝົດ 1,65 ກິໂລແມັດ/ວົງຈອນ; ມີໝໍ້ແປງທັງໝົດ 628 ໜ່ວຍ, ເພີ່ມຂຶ້ນ 28 ໜ່ວຍ, ມີກຳລັງຕິດຕັ້ງ 91.547 KVA, ເພີ່ມຂຶ້ນ 8.775 KVA.

ຂະແໜງບໍລິການ ຄາດວ່າຈະຂະຫຍາຍຕົວໄດ້ 5,24% ກວມເອົາ 15,42% ຂອງ GDP, ໃນນີ້: ການຈາລະຈອນສິນຄ້າ ຂາຍຍົກ-ຂາຍຍ່ອຍ ປະຕິບັດໄດ້ 177,93 ຕື້ກີບ, ເທົ່າກັບ 70,68% ຂອງແຜນການປີ, ໃນນັ້ນ: ການຈໍລະຈອນສິນຄ້າປະເພດກະສິກຳ ແລະ ສິນຄ້າທົ່ວໄປ 70,08 ຕື້ກີບ ແລະ ການຄ້າຂາຍຍົກ- ຂາຍຍ່ອຍ ແລະ ບໍລິການສ້ອມແປງ 107,85 ຕື້ກີບ, ທົ່ວແຂວງມີໂຮງແຮມ ແລະ ເຮືອນພັກທັງໝົດ 34 ແຫ່ງ, ໃນນີ້ໂຮງແຮມມີ 9 ແຫ່ງ, ຮ້ານອາຫານ ແລະ ບັນເທິງ 47 ແຫ່ງ, ຣີສອດ ແລະ ສວນອາຫານ 9 ແຫ່ງ ເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ປັດຈຸບັນມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງບັນລຸ 22,765 ເທື່ອຄົນ, ສາມາດສ້າງລາຍຮັບ ໄດ້ 2.04 ລ້ານໂດລາສະຫາລັດ.

ແຫຼ່ງຂ່າວ ຂ່າວເຊກອງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...