spot_img
Homeຂ່າວພາຍ​ໃນປກສ ອອກຄໍາສັ່ງ ຊອກຈັບຕົວ ນາງ ເພັດສະພອນ ຊາມູນຕີ

ປກສ ອອກຄໍາສັ່ງ ຊອກຈັບຕົວ ນາງ ເພັດສະພອນ ຊາມູນຕີ

Published on

ປກສ ອອກຄໍາສັ່ງ ຊອກຈັບຕົວ ນາງ ເພັດສະພອນ ຊາມູນຕີ, ວັນເດືອນປີເກີດ 7 ທັນວາ 1977, ອາຊີບ ນັກທຸລະກິດ, ໜັງສືຜ່ານ ແດນເລກທີ P2478198, ລົງວັນທີ 1 ທັນວາ 2022, ປັດຈຸບັນຢູ່ບ້ານທາດຫຼວງໃຕ້, ໜ່ວຍ 13, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໂດຍມີຂໍ້ກ່າວຫາ ການສໍ້ໂກງຊັບ ແລະ ການນໍາໃຊ້ແຊັກ ຫຼື ພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ ຕາມມາດຕາ 233 ແລະ 281 ຂອງປະມວນກົດໝາຍອາຍາ ປີ 2017.

ຜູ້ກ່ຽວມີຄວາມສູງ 155 ຊັງຕີແມັດ ສີຜິວຂາວ, ພໍ່ຊື່ ທ້າວ ຍຸນຄຳ ຊາມູນຕີ ແລະ ແມ່ຊື່ ນາງ ບຸນເຖິງ ວິໄລສານ ທັງສອງຢູ່ບ້ານໂພຍຊອງ ເມືອງວຽງຄຳ ແຂວງວຽງຈັນ.

ຖ້າຜູ້ໃດພົບເຫັນຜູ້ກ່ຽວ ສາມາດຈັບຕົວໄດ້ທັນທີເພື່ອນຳມາໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...