Homeຂ່າວຕ່າງປະເທດກິນເຂົ້າຢູ່ໂຮງຮຽນບໍ່ເຄີຍອີ່ມ ແຕ່ເມື່ອຄູເຫັນເດັກຊາຍກິນເຂົ້າຢູ່ບ້ານເຖິງກັບຕົກໃຈ

ກິນເຂົ້າຢູ່ໂຮງຮຽນບໍ່ເຄີຍອີ່ມ ແຕ່ເມື່ອຄູເຫັນເດັກຊາຍກິນເຂົ້າຢູ່ບ້ານເຖິງກັບຕົກໃຈ

Published on

ທີ່ປະເທດຈີນມີເດັກຊາຍຄົນໜຶ່ງ ອາຍຸ 5 ປີ ລາວມັກບອກແມ່ວ່າ ຮູ້ສຶກບໍ່ມີຄວາມສຸກເມື່ອຢູ່ໂຮງຮຽນ ທາງພໍ່ແມ່ເລີຍແປກໃຈເລີຍໄປໂຮງຮຽນເພື່ອໂອ້ລົມກັບຄູອະນຸບານຂອງລູກຊາຍ ຂໍໃຫ້ຄູເບິ່ງລູກ ແລະ ເພີ່ມປະລິມານເຂົ້າໃນແຕ່ລະມື້ຕື່ມອີກ.

ເມື່ອຄູໄດ້ຍິນຄຳແນະນຳຈາກຜູ້ປົກຄອງແນວນັ້ນກໍຮູ້ສຶກແປກໃຈ ພ້ອມກັບອະທິບາຍວ່າ ເມື່ອທຽບນັກຮຽນຄົນອື່ນໃນຊັ້ນຮຽນ ເດັກຊາຍມັກຈະບອກວ່າບໍ່ອີ່ມ ແລ້ວກໍໃຫ້ອາຫານຫຼາຍກວ່າຄົນອື່ນເຖິງ 2 ເທົ່າອີກດ້ວຍ.

ຢ່າງໃດກໍຕາມ ເນື່ອງຈາກກັງວົນວ່ານັກຮຽນຈະກິນໄວ ແລະ ຫຼາຍເກີນໄປ ກະເພາະຂອງເຂົາອາດຈະບໍ່ຍ່ອຍໄດ້ທັນເວລາ ສິ່ງສຳຄັນຄືປະລິມານທີ່ຮ່າງກາຍເດັກນ້ອຍຄວນໄດ້ຮັບຢ່າງພຽງພໍ ເພື່ອຫຼີກລ່ຽງໂຣກຕຸ້ຍ ນັ້ນຈຶ່ງເປັນສາເຫດທີ່ຄູບໍ່ກ້າໃຫ້ອາຫານຫຼາຍກວ່ານີ້ອີກ.

ດັ່ງນັ້ນ ຜູ້ເປັນແມ່ຈຶ່ງຕັດສິນໃຈຖ່າຍຮູບວ່າລູກກິນເຂົ້າຢູ່ບ້ານໃຫ້ຄູໄດ້ເບິ່ງ ເພື່ອທີ່ຈະໃຫ້ຄູໄດ້ເຂົ້າໃຈຕື່ມເຖິງປະລິມານການກິນຂອງລູກຕົນເອງ ແຕ່ເມື່ອຄູໄດ້ເຫັນຮູບພາບກໍບໍ່ເຫັນດີກັບພໍ່ແມ່ທີ່ລ້ຽງລູກແບບນີ້.

ເຊິ່ງໃນພາບກໍສະແດງໃຫ້ເຫັນວ່າ ເດັກຊາຍກິນອາຫານໃນປະລິມານຫຼາຍ ບາງເທື່ອກໍໃຊ້ຊາມ ຈານໃຫຍ່ ແຕ່ລະຄັ້ງທີ່ກິນອາຫານກໍຈະເປັນກອງພູນຂຶ້ນມາ ແລະ ເບິ່ງວ່າເດັກຊາຍຈະມັກກິນອາຫານທີ່ບໍ່ເປັນປໂຫຍດຕໍ່ຮ່າງກາຍເຊັ່ນ ຜັດໝີ່ ໄສ້ກອກ ໂດນັດ ແລະ ອື່ນໆ ອາຫານເຫຼົ່ານີ້ລ້ວນແຕ່ເປັນອັນຕະລາຍຖ້າກິນເປັນປະຈຳ.

ເຖິງວ່າຮູບຮ່າງຂອງເດັກນ້ອຍຈະບໍ່ຕຸ້ຍກໍຕາມ ແຕ່ຖ້າຍັງບໍ່ມີການປ່ຽນພຶດຕິກຳໃນການກິນກໍຈະສົ່ງຜົນຕໍ່ຮ່າງກາຍຂອງເດັກຊາຍໃນອະນາຄົດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...