spot_img
Homeຄວາມງາມງາມ​ຢ່າງ​ປະ​ຫຍັດ ຕັ້ງ​ແຕ່​ຫົວ​ຮອດຕີນ ^^

ງາມ​ຢ່າງ​ປະ​ຫຍັດ ຕັ້ງ​ແຕ່​ຫົວ​ຮອດຕີນ ^^

Published on

index

         ໃນ​ເວລາ​ທີ່​ເລັ່ງ​ດວ່ນ​ເຈົ້າ​ເຄີຍ​ປະ​ສົບ​ບັນຫາ​ສຸກ​ເສີນ ເຊັ່ນ ຄີມ​ບຳ​ລຸງ​ຜິວ​ໝົດ ຄີມ​ນວດ​ຜົມ​ກໍ​ໝົດ ຊວຍ​ຫຍັງ​ຂະໜາດ​ນີ້​​ບໍ ຕໍ່ໄປ​ນີ້​ໝົດ​ກັງ​ວົນ​ເລື່ອງ​ນີ້​ໄປ​ໄດ້​ເລີຍ ເຮົາ​ມີ​ສູດ​ເດັດ​ຈາກ​ຂອງ​ໃຊ້​ທີ່​ເຮືອນ​ມາ​ຝາກ​ກັນ

– ໃບ​ໜ້າ ໝາກນາວ​ເພື່ອ​ຄວາມ​ໝົດ​ຈົດ  ນ້ຳ​ໝາກນາວ​ນີ້​ ນຳ​ມາ​ປະສົມ​ກັບ​ໄຂ່​ຂາວ​ສາມາດ​ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ໄດ້​ຢ່າງ​ດີ ສຳລັບ​ສາວ​ຜິວ​ມັນ ບີບ​ນ້ຳ​ໝາກ​ນາວ​ປະສົມ​ກັບ​ໄຂ່​ຂາວ 1 ໜ່ວຍຕີ​ໄຂ່​ຂາວ​ໃຫ້ເປັນ​ຟອງ ແລະ ​ເທ​ລົງ​ກະ​ທະ​ພ້ອມນ້ຳ​ມະ​ນາວ​ຕັ້ງ​ໄຟ​ອ່ອນໆ ຈົນກະທັ້ງ​ຂຶ້ນ​ຟູ​ໜາປະ​ໄວ້​ໃຫ້​ເຢັນ ນຳ​ມາ​ທາ​ທົ່ວ​ໃບ​ໜ້າ ຖິ້ມ​ໄວ້ 2-3 ນາ​ທີ ແລະ ​ເຊັດ​ອອກ​ດ້ວຍ​ສຳ​ລີ​ຊຸບ​ນ້ຳ​ໝາດໆ

 ຜັກໜອກ  ຊະ​ລໍ​ຄວາມແກ່  ໃບ​ຜັກໜອກ​ທີ່​ແສນ​ດີ ຈະ​ເປັນ​ຜູ້​ຊ່ວຍ​ກະຕຸ້ນ​ການສ້າງ​ຄອນ​ລາ​ເຈນ ແລະ ​ອີ​ລາ​ຕິ​ນ ຖ້າ​ຢາກ​ຈະ​ຍືດ​ໄລ​ຍະ​ເວລາ​ຄວາມ​ເຕັ່ງ​ຕຶງ​ໄວ້​ດົນ​ ໄປ​ຕະ​ຫລາດ​ຊື້​ໃບ​ຜັກໜອກ​ສົດໆ ມາ​ປັ່ນ​ຫລື​ຕຳ​ໃຫ້​ລະອຽດ​ແລ້​ວ​ກອງ​ເອົາ​ແຕ່​ນ້ຳ ໃຊ້​ສຳ​ລີ​ຊຸບ​ນ້ຳ​ພອກ​ ຫລື ​ທາ​ເທິງ​ໃບ​ໜ້າປະ​ໄວ້ 15 ນາ​ທີ ແລ້ວ​ລ້າງ​ອອກ ເຮັດ​ທຸກ​ມື້​ກ່ອນ​ນອນ​
ຜິວ​ພັນ  ຂັດ​ຕົວ​ດ້ວຍ​ນ້ຳ​ຕາລ ເຮົາ​ໃຊ້​ນ້ຳ​ຕານ​​ເມັດ​ໃຫຍ່​ໆ ເປັນ​ສະຄຣັບ​ຂັດ​ຜິວ​ໄດ້​ ດ້ວຍ​ນ້ຳ​ຕານ​ຊາຍ 1 ຖ້ວຍ​ປະສົມ​ຄີມ​ອາບ​ນ້ຳ​ໃນ​ເຮືອນ ປະ​ມານ 2 ບ່ວງກະແຟ ນຳ​ມາ​ນວດ​ໃຫ້​ທົ່ວ​ຕົວ ບໍລິເວນ​ໃດ​ແຫ້ງ​ຫລາຍ​ກໍ​ນວດ​ໃຫ້​​ດົນ​​ກວ່າ​ສ່ວນ​ອື່ນ​ ເຊັ່ນ ແຂນສອກ ຫົວ​ເຂົ່າ ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ ຜິວ​ພັນ​ຈະ​ສົດ​ໃສ​ເປັ່ງ​ປະ​ກາຍ
ຜົມ​ເງົາ​ງາມ  ດ້ວຍໝາກພ້າວ ສຳລັບ​ຜົມ​ແຫ້ງ​ເສຍ ເພື່ອ​ການ​ບຳ​ລຸງ​ທີ່​ເລິກ​ລ້ຳ ລອງ​ປະສົມ​ນ້ຳເ​ຜຶ້ງ 1 ບ່ວງກະແຟ ກັບ​ນ້ຳ​ມັນ​ໝາກພ້າວ 2 ບ່ວງກະແຟນວດ​ໃຫ້​ທົ່ວ​ຫົວ ປ່ອຍ​ຖິ້ມ​ໄວ້ 10 ນາ​ທີ ແລ້ວ​ລ້າງ​ອອກ ກ່ອນ​ສະ​ດ້ວຍ​ແຊມ​ພູ​ອີກ​ເທື່ອ
ໝາກຂີ້​ຫູດ  ກຳຈັດ​ລັງ​ແຄ  ສະ​ຜົມ​ດ້ວຍ​ແຊມ​ພູ​ໃຫ້​ສະ​ອາດ​ໝົດ​ຈົດ​ແລ້ວ ໃຊ້​ໝາກຂີ້ຫູດ 1-2 ໜວ່ຍໃສ່​ນ້ຳ 3-5 ຈອກຕົ້ມ​ໃຫ້​ເດືອດປະໄວ້​ຈົນ​ອຸ່ນ​ແລ້​ວບົດ​ໝາກ​ຂີ້​ຫູດ​ທີ່​ຕົ້ມ​ແລ້ວ​ໃຫ້​ລະອຽດ ກອງ​ເອົາ​ເນື້ອ ​ແລະ ​ກາກ​ອອກ ນຳ​ນ້ຳ​ມະ​ກູດ​ມາດ​ໂລມ​ຜົມ ຖິ້ມ​ໄວ້ 5-10 ນາ​ທີ ແລ້ວ​ຈຶ່ງ​ລ້າງ​ອອກ ເຮັດ​ອາທິດ​ລະ 3 ເທື່ອ​ກໍ​ພໍ​

  ຖະ​ໜອມ​ມື  ມື​ນຸ່ມ​ດ້ວຍ​ເຂົ້າ​ໂອ໊ດ  ໃຊ້​ເຂົ້າ​ໂອ໊​ດ 2 ບ່ວງປະສົມ​ກັບ​ນົມ 2 ບ່ວງປະສົມ​ກັນ​ພໍ​ເຂົ້າ​ກັນ​ໄດ້​ດີ​ແລ້ວ ນຳ​ມາ​ທາ​ຖູ​ມື​ທັງ​ສອງ​ຂ້າງ ລ້າງ​ອອກ​ແລ້ວ​ເຮັດ​ຊ້ຳ​ອີ​ກຈະ​ຊ່ວຍ​ໃຫ້​ມື​ທັງ​ຂາວ​ຂຶ້ນ ແລະ​ນຸ່ມ​ຂຶ້ນ

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...