spot_img
Homeຂ່າວຄາດຕະກຳຈັບກຸມຜູ້ກໍ່ເຫດໃຊ້ມີດຄາດຕະກຳໝູ່ຢູ່ຄ້າຍທະຫານ 301 ບໍລິຄຳໄຊ ໄດ້ແລ້ວ

ຈັບກຸມຜູ້ກໍ່ເຫດໃຊ້ມີດຄາດຕະກຳໝູ່ຢູ່ຄ້າຍທະຫານ 301 ບໍລິຄຳໄຊ ໄດ້ແລ້ວ

Published on

ໃນຕອນທ່ຽງຂອງ ວັນທີ 15 ຕຸລາ 2023 ຜ່ານມາ, ເກີດເຫດແທງຄໍກັນ ຢູ່ຄ້າຍທະຫານ 301 ບ້ານໄຊສະຫວ່າງ.ເມືອງທ່າພະບາດ ແຂວງບໍລິຄຳໄຊ ບໍລິຄຳໄຊ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ຕາມຂໍ້ມູນຈາກຫຼາຍແຫຼ່ງຂ່າວທີ່ຍັງບໍ່ເປັນທາງການໄດ້ລະບຸວ່າ: ຜູ້ກໍ່ເຫດຊື່ທ້າວ ສອນສັກສິດ ໄດ້ໃຊ້ມີດແທງບໍລິເວນຄໍຂອງຄູ່ກໍລະນີທີ່ ຊື່ທ້າວ ແຮັກເລີ ໄຊເສນາ ເຊິ່ງເປັນຄົນແຂວງອັດຕະປື ທີ່ກຳລັງນອນພັກທ່ຽງຈົນເຮັດໃຫ້ເສຍຊີວິດ ຫຼັງຈາກນັ້ນຜູ້ກໍ່ເຫດ ຫຼົບໜີລີ້ຢູ່ຫ້ອງນ້ຳ ຫຼັງຈາກນັ້ນກໍ່ໄດ້ແລ່ນໜີເຂົ້າປ່າ

ຫຼ້າສຸດທາງເຈົ້າໜ້າທີໄດ້ຕິດຕາມຈົນມາຮອດມື້ວັນທີ 16 ຕຸລາ 2023 ເຈົ້າໜ້າທີ່ ປກສ ເມືຶງປາກງຶ່ມ ຈຶ່ງທຳການນຳກຳລັງເຂົ້ຈັບກຸມໂຕເພຶ່ອສົ່ງໃຫ້ການຈັດຕັ້ງເທິງດຳເນີນຄະຄີຕາມກົດໜາຍບ້ານເມືອງ.

ສ່ວນສາເຫດ ແລະ ແຮງຈູງໃຈໃນການຄາຕະກຳຄັ້ງນີ້ ຍັງຢູ່ໃນຂັ້ນຕອນານສືບສວນຂອງເຈົ້າໜ້າທີ່.

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...