spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຫັດເຂັມ ມີປະໂຫຍດຫຍັງແດ່ຕໍ່ຮ່າງກາຍ

ເຫັດເຂັມ ມີປະໂຫຍດຫຍັງແດ່ຕໍ່ຮ່າງກາຍ

Published on

ເຫັດເຂັມ ເປັນເຫັດຊະນິດໜຶ່ງທີ່ຄົນລາວເຮົານິຍົມກິນພໍສົມຄວນ ດ້ວຍການເອົາມັນມາປຸງແຕ່ງ ບໍ່ວ່າຈະເປັນຄົ່ວເຫັດ ທອດເຫັດ ຫຼື ເອົາມາກິນເປັນຈຸ່ມ ຢ່າງໃດກໍຕາມເຫັດເຂັມບໍ່ໄດ້ແຊບພຽງຢ່າງດຽວ ແຕ່ມັນກໍຍັງມີປະໂຫຍດອີກຫຼາຍ ທີ່ດີຕໍ່ຮ່າງກາຍຂອງຄົນເຮົາເຊັ່ນ:

  1. ຊ່ວຍດັກຈັບໄຂມັນສ່ວນເກີນໃນເລືອດ.
  2. ເຮັດໃຫ້ລະບົບຂັບຖ່າຍດີ.
  3. ບຳລຸງຜິວພັນໃຫ້ມີນ້ຳມີນວນຂຶ້ນ.
  4. ຊ່ວຍຫຼຸດຄໍເລສເຕີລໍໃນຮ່າງກາຍ.
  5. ຮັກສາພະຍາດຕັບ ກະເພາະອາຫານ ແລະ ລຳໄສ້ຊຳເຮື້ອ.
  6. ມີສານ Flammulin ທີ່ສາມາດຢຸດການເຕີບໂຕຂອງເຊວມະເຮັງ.
  7. ເສີມສ້າງລະບົບຄຸ້ມກັນພະຍາດໃຫ້ຮ່າງກາຍ.
  8. ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໄດ້.
  9. ບຳລຸງສະໜອງ ເສີມສ້າງຄວາມຈຳໃຫ້ດີຂຶ້ນ.
  10. ກະຕຸ້ນການເຮັດວຽກຂອງລະບົບເຜົາຜານ ຊ່ວຍໃຫ້ຮ່າງກາຍດູດຊຶມສານອາຫານໄດ້ດີຂຶ້ນ.

ສຸດທ້າຍນີ້ ການກິນເຫັດເຂັມກໍຄວນລ້າງໃຫ້ສະອາດ ແລະ ຕ້ອງປຸງແຕ່ງໃຫ້ສຸກກ່ອນກິນ.

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...