Homeຂ່າວພາຍ​ໃນຫຼວງພະບາງເນັ້ນໜັກກ່ຽວກັບການໃສ່ບາດໃຫ້ເປັນລະບຽບ ແລະ ໃຫ້ຖືກຕາມຮີດຄອງປະເພນີ

ຫຼວງພະບາງເນັ້ນໜັກກ່ຽວກັບການໃສ່ບາດໃຫ້ເປັນລະບຽບ ແລະ ໃຫ້ຖືກຕາມຮີດຄອງປະເພນີ

Published on

ຈາກກໍລະນີທີ່ມີນັກທ່ອງທ່ຽວໄທມາຫຼວງພະບາງ ແລ້ວຖືກແມ່ຄ້າສວຍໂອກາດໃນຂະນະທີ່ໃສ່ບາດແລ້ວເອົາສິນຄ້າມາໃສ່ໃຫ້ ແລ້ວຈຶ່ງຄິດໄລ່ເງິນໃນເວລາທີ່ໃສ່ບາດແລ້ວໃນລາຄາທີ່ສູງເກີນຄວາມເປັນຈິງ ທັ້ງນີ້ ຈຶ່ງເຮັດໃຫ້ມີຫາງສຽງຫາຍຈາກທາງນັກທ່ອງທ່ຽວຕ່າງປະເທດ ແລະ ຍັງເປັນການສ້າງຄວາມເສຍຫາຍຕໍ່ພາບຫຼັກການທ່ອງທ່ຽວພາຍໃນປະເທດອີກດ້ວຍ.

ໃນວັນທີ 12 ຕຸລາ 2023 ທີ່ຫ້ອງວ່າການນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ຕາມຮີດຄອງປະເພນີຂອງຫຼວງພະບາງ, ທ່ານ ຄຳຜຸຍ ສີຫານາດ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ນະຄອນ ຫຼວງພະບາງ ໄດ້ລາຍງານວ່າ: ການປະຕິບັດວຽກງານການຄຸ້ມຄອງການຂາຍເຄື່ອງໃສ່ບາດ ໄລຍະຜ່ານມາໄດ້ປະຕິບັດຕາມກົດລະບຽບຂອງເຈົ້ານະຄອນ ຫຼວງພະບາງ ແນ່ໃສ່ຊຸກຍູ້, ສົ່ງເສີມການປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ທີ່ເຄີຍສືບທອດກັນມາແຕ່ດົນນານ, ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບປະຈຳແຕ່ລະຈຸດ, ກຳນົດເຂດຢ່າງລະອຽດລວມມີ 3 ຈຸດໃຫຍ່ ໃນກຸ່ມຊຽງທອງ ຄື: ຢູ່ບ້ານວັດແສນ, ບ້ານວັດໜອງ, ບ້ານຫົວຊຽງ ແລະພວມກະກຽມຂຶ້ນບັນຊີຄຸ້ມຄອງຢູ່ເຂດ ກຸ່ມມະໂນອີກ 1 ຈຸດ, ໄດ້ຂຶ້ນບັນຊີຄຸ້ມຄອງມີທັງໝົດ 85 ຄົນ ແລະ ໄດ້ອອກບັດໃຫ້ເພື່ອເປັນລາຍລັກອັກສອນ.

ຜ່ານການຈັດຕັ້ງປະຕິບັດເລີ່ມແຕ່ຕົ້ນປີ 2022 ຄະນະກຳມະການ ໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນບາງໄລຍະ ໂດຍໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແມ່ຄ້າຂາຍເຂົ້າໃສ່ບາດທີ່ບໍ່ເປັນລະບຽບ ຈຳນວນ 7 ກໍລະນີ, ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ພໍ່ແມ່ຜູ້ປົກຄອງເດັກນ້ອຍທີ່ມາໂຕ່ງເຂົ້າໃສ່ບາດ ຈຳນວນ 5 ກໍລະນີ, ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແມ່ຄ້າຂາຍເຄື່ອງທີ່ເຊື່ອມຄຸນນະພາບ ພ້ອມທັງຍຶດເອົາເຄື່ອງ ຈຳນວນ 9 ກໍລະນີ.

ສັງລວມແລ້ວ ການຄຸ້ມຄອງວຽກງານການໃສ່ບາດ ຜ່ານມາສາມາດຄຸ້ມຄອງ ໄດ້ຕາມລະບຽບການ, ຮັກສາໄດ້ຮີດຄອງປະເພນີອັນດີງາມ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ແຫຼ່ງຂ່າວ ຫ້ອງການ ຖວທ ນະຄອນຫຼວງພະບາງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...