Homeຂ່າວພາຍ​ໃນແຈ້ງການກ່ຽວກັບລາຍເຄື່ອນບຸນອອກພັນສາປະວໍລະນາ ນະມັດສະການພະທາດຈອມສີ ແລະ ບຸນໄຫຼເຮືອໄຟ ທີ່ນະຄອນຫຼວງພະບາງ

ແຈ້ງການກ່ຽວກັບລາຍເຄື່ອນບຸນອອກພັນສາປະວໍລະນາ ນະມັດສະການພະທາດຈອມສີ ແລະ ບຸນໄຫຼເຮືອໄຟ ທີ່ນະຄອນຫຼວງພະບາງ

Published on

ເຈົ້ານະຄອນຫຼວງພະບາງ ອອກແຈ້ງການກ່ຽວກັບລາຍເຄື່ອນບຸນອອກພັນສາປະວໍລະນາ ນະມັດສະການພະທາດຈອມສີ ແລະ ບຸນໄຫຼເຮືອໄຟ ໃນລະຫວ່າງວັນທີ 28 – 30 ຕຸລາ 2023 ທີ່ນະຄອນຫຼວງພະບາງ ມໍລະດົກໂລກ

1. ມື້ ອອກໃຫມ່ 14 ຄໍ່າ ເດືອນ 11 ພສ 2566 ກົງກັບ ວັນເສົາ ທີ 28 ຕຸລາ(10) 2023. ມື້ຫ້າງຫາກະກຽມບຸນມະຫາຊາດ ນະມັດສະການພະທາດຈອມສີ.
-ເວລາ 8:00 າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ.
-ເວລາ 13:00 ເຕົ້າໂຮມ ພຣະສົງ, ສາມະເນນ, ປະຊາຊົນບັນດາເຜົ່າ ທໍາພິທີທາງສາສະຫນາ.
-ເວລາ 14:00 ສູດປະລິຕະມຸງຄຸນ ພະທາດຈອມສີ, ເທດສະຫຼອງອຸປະຄຸດ, ເທດສັງກາດຫຼວງ, ສູດໂພ ແລະ ອິຕິໂສ.
-ເວລາ 18:30 ທ່ຽວຊົມຄວາມງົດງາມໄຟແສງສີ ການໄຕ້ປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ.
2. ມື້ ອອກໃຫມ່ 15 ຄໍ່າ ເດືອນ 11 ເພັງ ພສ 2566 ກົງກັບ ວັນອາທິດ ທີ 29 ຕຸລາ(10) 2023.
ມື້ບຸນມະຫາຊາດ ນະມັດສະການ ພະທາດຈອມສີ.
-ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ.
-ເວລາ 9:00 ທໍາພິທີທາງສາສະຫນາທີ່ພະທາດຈອມສີ: ສຸດ, ສັກອານິຈາ, ຖະຫວາຍສັງຄະທານ-ສັງຄະແທນ, ແຈກເພນ ແລະ ເທດມະຫາຊາດກ້ອມຕະຫຼອດວັນ.
-ເວລາ 18:30 ທ່ຽວຊົມຄວາມງົດງາມໄຟແສງສີ ການໄຕ້ປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ.

3. ມື້ ແຮມ 1 ຄໍ່າ ເດືອນ 11 ພສ 2566 ກົງກັນ ວັນຈັນ ທີ່ 30 ຕຸລາ(10) 2023.
ມື້ບຸນໄຫຼເຮືອໄຟ.
-ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ຫນ້າຫໍພິພິດທະພັນ(ຕິນພູສີ). ເວລາ 18:30 ການນໍາຂັ້ນແຂວງ, ນະຄອນ ແລະ ແຂກຖືກເຊີນ ມາເຖິງສະຖານທີ່ເປີດງານ.
-ເວລາ 18:30 ເລີ້ມພິທິທາງສາສະຫນາ ເທດສະຫຼອງເຮືອໄຟຢູ່ “ວັດປ່າຮວກ” ຈໍານວນ 1 ກັນ.
-ເວລາ 19:00 ເປີດພິທີບຸນໄຫຼເຮືອໄຟຢ່າງເປັນທາງງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງ ຂະບວນເຮືອໄຟແຕ່ລະພາກສ່ວນແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ
ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ
– ເວລາ 20:30 ການນໍາພັກ-ລັດ ເຂົ້າຮ່ວມລອຍປະທັບຢູ່ ທ່ານໍ້າຂອງ ບ້ານວັດຫນອງ.
ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ຽວຊົມຄວາມງົດງາມໄຟແສງສີ ການໄຕ້ປະທີບ(ໂຄມໄຟ) ຕາມວັດ ແຫ່ງ ຕ່າງໆ ພາຍໃນນະຄອນຫຼວງພະບາງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...