spot_img
Homeຄົນຈົມນ້ຳພົບສົບຊາຍຈົມນ້ຳ! ຢູ່ເຮືອແພເມືອງເຟືອງ ແຂວງວຽງຈັນ

ພົບສົບຊາຍຈົມນ້ຳ! ຢູ່ເຮືອແພເມືອງເຟືອງ ແຂວງວຽງຈັນ

Published on

ໃນຕອນເຊົ້າມືດເວລາປະມານ 2:00 ໂມງ ຂອງວັນທີ 8 ຕຸລາ 2023, ເກີດເຫດນັກທ່ອງທ່ຽວຈົມນໍ້າຢູ່ເຮືອນແພ ເມືອງເຟືອງ ແຂວງວຽງຈັນ ຂໍ້ມູນເບື້ອງຕົ້ນ: ເປັນເພດຊາຍ ຊື່ (ທ້າວ ວິລະພັນ ຫລື ໂນ້ ) ອາຍຸ 27 ປີ, ຢູ່ບ້ານວຽງສະຫວັນ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພາຍຫລັງເກີດເຫດທາງຄອບຄົວຜູ້ສູນຫາຍໄດ້ໂພສໂດຍມີເນື້ອໃນວ່າ: ຂໍຄວາມຊ່ວຍເຫລືອຄອບຄົວເຮົາແນ່ ຕອນນີ້ເຮົາຕ້ອງການເຮືອດ່ວນ ມີຄົນຈົມນ້ຳຢູ່ແຖວເຮືອແພເມືອງເຟືອງ ໃຜມີຂໍຄວາມຊ່ວຍເຫລືອແນ່ ຕິດຕໍ່ຫາເຮົາແນ່ 57784778.

ເຊິ່ງປັດຈຸບັນເວລາປະມານ 1:30 ໂມງຂອງວັນທີ 9 ຕຸລາ 2023 ທີມງານຄົ້ນຫາໃຕ້ນໍ້ານາກນ້ອຍໄດ້ພົບເຫັນສົບແລ້ວ ເຊິ່ງຫ່າງຈາກຈຸດເກີດເຫດປະມານ 3 ກິໂລແມັດ ເຈົ້າໜ້າທີ່ຈຶ່ງໄດ້ທຳການເກັບກູ້ສົບຂຶ້ນຈາກນ້ຳ ຂໍສະແດງຄວາມເສຍໃຈຕໍ່ຄອບຄົບຜູ້ເສຍຊີວິດດ້ວຍ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...