spot_img
Homeຂ່າວເສົ້າປະຫວັດ ແລະ ຜົນງານຂອງ ທ່ານ ພຸດດາມອນ ຈັນທະລາສີ

ປະຫວັດ ແລະ ຜົນງານຂອງ ທ່ານ ພຸດດາມອນ ຈັນທະລາສີ

Published on

ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນຫວນກັບຄືນມາຂອງ ທ່ານ ພຸດດາມອນ ຈັນທະລາສີ ຫຼື ຈ່ອຍເຊຍລາວ ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ ບຸກຄົນສຳຄັນ ຂອງວົງການສື່ມວນຊົນ ແລະ ກິລາລາວ.

ທ່ານ ພຸດດາມອນ ຈັນທະລາສີ ເກີດເມື່ອວັນທີ 23/02/1977 ແລະ ໄດ້ເສຍຊີວິດ ທີ່ເມືອງຫາງໂຈ ສປຈີນ ໃນຄະນະທີ່ ທ່ານ ກຳລັງປະຕິບັດໜ້າທີ່ ເກັບກຳ ແລະ ລາຍງານຂ່າວກິລາ ໃນງານກິລາ ເອຊ້ຽນເກມ ຄັ້ງທີ່19 ທີ່ເມືອງຫາງໂຈ ສປ ຈີນ ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸໄດ້ 46ປີ ອະດີດພະນັກງານ,ພິທີກອນ ແລະ ຜູ້ປະກາດຂ່າວໂທລະພາບລາວສະຕາຣ໌ ເຊິ່ງເລີ່ມເຂົ້າເປັນພິທີກອນໂທລະພາບລາວສະຕາຣ໌ ຕັ້ງແຕ່ວັນທີ 01/09/2009 ເປັນຕົ້ນມາ ລາຍການ ເຊຍລາວເປັນລາຍການທຳອິດທີ່ ທ່ານ ພຸດດາມອນ ຈັນທະລາສີ ຫລື ຈ່ອຍເຊຍ ເຂົ້າມາເປັນພິທີກອນ ເຊີ່ງເປັນລາຍການທີ່ລາຍງານຂ່າວສານ ກ່ຽວກັບຂ່າວກິລາທັງພາຍໃນ ແລະ ຕ່າງປະເທດ ນອກຈາກນັ້ນຍັງມີລາຍການ ສະໂມສອນຊາວບ້ານ ລາຍການຂ່າວຕ່າງໆໃນໂທລະພາບລາວສະຕາຣ໌ ອີກຫລາຍລາຍການ ແລະ ທ່ານກໍ່ເປັນພິທີກອນຜູ້ໜຶ່ງທີ່ສັງຄົມໃຫ້ການຍອມຮັບທ່ານ ແລະ ກໍຍັງເປັນ​ ອະດີດ, ອະດີດຄະນະອະນຸກຳມະການ ການຕະຫຼາດ ແລະ ສື່ມວນຊົນ ສະຫະພັນບານເຕະແຫ່ງຊາດລາວ, ອະດີດຜູ້ບັນລະຍາຍ ການແຂ່ງຂັນລາຍການຕ່າງໆ ຂອງສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນນັກພາກກິລາຫລາຍປະເພດຂອງວົງການກິລາລາວ

ຕະຫຼອດໄລຍະແຫ່ງການເຄື່ອນໄຫວຮັບໃຊ້ປະເທດຊາດໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເວົ້າລວມແລະເວົ້າສະເພາະໃນວຽກງານສື່ມວນຊົນ,ທ່ານ ພຸດດາມອນ ຈັນທະລາສີ ຫລື ຈ່ອຍເຊຍລາວ ໄດ້ເຄື່ອນໄຫວເຮັດວຽກດ้ວຍຄວາມຫ້າວຫັນມີຄວາມຮັບຜິດຊອບສູງ ເຖິງແມ່ນຈະໄດ້ຮັບການມອບໝາຍໃຫ້ເຮັດວຽກງານນ້ອຍ, ໃຫຍ່, ໜັກໜ່ວງ ແລະ ສັບສົນຫຍຸ້ງຍາກຊໍ່າໃດກໍ່ໄດ້ສູ້ຊົນບຸກບືນ, ອົດທົນຜ່ານຜ່າ ໄດ້ອຸທິດເຫື່ອແຮງສະຕິປັນຍາຂອງຕົນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ,ລັດການຈັດຕັ້ງມອບໝາຍໃຫ້ໄດ້ເປັນຢ່າງດີ,ທ່ານຍັງເປັນພະນັກງານວິຊາການຜູ້ໜຶ່ງທີ່ມີບົດຮຽນ, ປະສົບການ ແລະ ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ,ມີພອນສະຫວັນໃນການເປັນໂຄສົກລາຍການພາກຂ່າວກິລາ ແລະ ທ່ານຍັງເປັນຄົນທີ່ໃຫ້ຄວາມຊ່ວຍເຫລືອເຫື່ອແຮງເພື່ອຊ່ວຍເຫລືອສັງຄົມດ້ວຍຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ສະແດງອອກເຖິງຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ແລະ ຄວາມຮັກເຊື້ອແພງຊາດ,ທ່ານ ພຸດດາມອນ ຈັນທະລາສີ ຫລື ຈ່ອຍເຊຍລາວ ຈຶ່ງໄດ້ຮັບຄວາມໄວ້ເນີື້ອເຊື່ອໃຈ ແລະ ຄວາມເຄົາລົບນັຮັກແພງ ຈາກທຸກຄົນໃນອ້ອມຂ້າງ

ການລ່ວງລັບໄປຂອງທ່ານ ພຸດດາມອນ ຈັນທະລາສີ ເຮັດໃຫ້ພວກເຮົາສູນເສຍພະນັກງານວິຊາການທີ່ມີບົດຮຽນ,ປະສົບການອີກຜູ້ໜຶ່ງ. ຊຶ່ງໄດ້ນໍາຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງແກ່ການຈັດຕັ້ງ, ຄອບຄົວ, ຍາດຕິພີ່ນ້ອງຜູ້ຢູ່ໃກ້ ແລະ ໄກ, ທ່ານ ພຸດດາມອນ ຈັນທະລາສີ ທີ່ອາໄລຮັກ.

ທ່ານໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຫວນກັບຄືນມາອີກແລ້ວ, ພວກເຮົາຂໍຈາລຶກຄຸນງາມຄວາມດີ ແລະ ຜົນງານຂອງທ່ານໄວ້ຢ່າງບໍ່ມີວັນຫຼົງລືມ, ຊື່ສຽງ ແລະ ຜົນງານຂອງທ່ານຍັງຄົງຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.
ຂໍໃຫ້ດວງວິນຍານຂອງທ່ານ ພຸດດາມອນ ຈັນທະລາສີ ຈົ່ງໄປສູສຸຂະຕິເຖີ້ນ

Cr:ໂທລະພາບ ລາວສະຕາຣ໌

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...