ຢາກໄດ້ວຽກທີ່ດີຫວາ? ອົດສາອ່ານກ່ອນໄດ້ບໍ?

laopost.com
ູບປະກອບ ສາວພິທີກອນ ແຫຼ້ ສຸນັນທາ

ຕ້ອງບອກກ່ອນວ່າ ຈຸດອ່ອນຂອງຄົນລາວຈໍານວນຫຼາຍນັ້ນຄືຂີ້ຄ້ານອ່ານ ໂດຍສະເພາະແມ່ນອັນໃດທີ່ຍາວແດ່ ແລະ ອັນໃດທີ່ເປັນວິຊາການແດ່ຄົນຈະບໍ່ສົນໃຈອ່ານ, ເມື່ອບໍ່ອ່ານກໍ່ຖືວ່າເຮົາພາດສິ່ງທີ່ເປັນສາລະທີ່ຄວນຮູ້.

ສິ່ງທີ່ຢາກໃຫ້ທ່ານທັງຫຼາຍທີ່ເປັນຜູ້ຊອກວຽກໃຫ້ຄິດນໍາກັນຄື: ເປັນຫຍັງຄົນຈໍານວນຫຼວງຫຼາຍຈຶ່ງໄດ້ວຽກຍາກແທ້ ທັ້ງໆທີ່ຜູ້ປະກອບການກໍ່ຕ້ອງການຢູ່ຢ່າງຫຼວງຫຼາຍ? ມີໃຜເຄີຍຄິດບໍວ່າ ທຸກມື້ນີ້ເຮົາເຫັນວ່າມີວຽກຢູ່ໃສແດ່… ເຮົາເຫັນຕາມປະກາດຕ່າງໆບໍ່ວ່າຈະເປັນສື່ອອນໄລນ໌ ເຊັ່ນ: ເພຈໄອຈ໋ອບ, 108ອາຊີບ ແລະ ອື່ນໆກໍ່ເຫັນໄດ້້ທົ່ວໄປ ນອກນັ້ນຍັງມີສື່ສິ່ງພິມເຊັ່ນ: ໜັງສືພິມຕ່າງໆກໍ່ມີໃຫ້ເຮົາຮູ້ ໃຫ້ເຮົາເຫັນ…ແຕ່ວ່າເປັນຫຍັງເຮົາຈຶ່ງເອົາວຽກນັ້ນບໍ່ໄດ້??? ເຫັນບໍ່? ຕາມປະກາດຜ່ານມານັ້ນແຫຼະ ມີແຕ່ວຽກດີໆ ແຕ່ເອົາໄດ້ບໍ່?

ຫຼາຍຄົນໄປສະໝັກແຕ່ກໍ່ບໍ່ໄດ້ວຽກ ບາງຄົນຈົນທໍ້. ສິ່ງທີ່ແອັດມິນຢາກບອກຄື ຍ້ອນຜູ້ສະໝັກ (ພວກເຮົາທັງຫຼາຍນີ້ແຫຼະ) ບໍ່ຮູ້ຊູຈຸດແຂງທີ່ເປັນຈຸດຂາຍຂອງຕົນ ນາຍຈ້າງ(ຜູ້ທີ່ຈະຮັບເຮົາ)ເຂົາຈຶ່ງບໍ່ສົນໃຈ, ຖ້າຈະປຽບທຽບແລ້ວຄືເຮົາຂາຍສິນຄ້າຊະນິດໜຶ່ງ ແລ້ວຄົນບໍ່ຊື້ (ບໍ່ໄດ້ຂາຍ) ແນ່ນອນວ່າສິ່ງທີ່ເຮົາຄວນເຮັດຄືຕ້ອງປັບປຸງສິນຄ້າເພື່ອໃຫ້ເປັນທີ່ຕ້ອງການຂອງລູກຄ້າ…ເຊັ່ນດຽວກັນ ເຮົາໃນຖານະຜູ້ຊອກວຽກເຮົາກໍ່ຕ້ອງປັບຕົວເຮົາໃຫ້ເປັນທີ່ຕ້ອງການຂອງນາຍຈ້າງ.. ແລ້ວຈະປັບຫຍັງແດ່? ຈະປັບແນວໃດ?

ກ່ອນອື່ນໝົດເຮົາຕ້ອງຮູ້ໃຈຂອງນາຍຈ້າງວ່າເຂົາຕ້ອງການຄົນແນວໃດເສຍກ່ອນ? ແອັດມິນຂໍບອກຢ່າງໝັ້ນໃຈເລີຍວ່າ ເຂົາຕ້ອງການຄົນແບບນີ້:
1.) ຄົນທີ່ດີ (ຄໍາວ່າດີແມ່ນຄົນທີ່ເລື່ອງຂອງຄຸນສົມບັດ ແມ່ນຄົນຊື່ສັດ, ຈິງໃຈ, ຕັ້ງໃຈເຮັດວຽກ ແລະ ເຂົ້າກັບຄົນໄດ້ງ່າຍ). ເພາະຄວາມດີແມ່ນສິ່ງຫຼັກທີ່ນາຍຈ້າງຈະພິຈາລະນາກ່ອນໝູ່ ເພາະຄົນດີເຖິງບໍ່ເກັ່ງເຂົາຍັງສອນໄດ້.

2.) ຄົນທີ່ມີຄວາມສາມາດ (ເປັນຄົນສະຫຼາດ, ເຮັດວຽກເປັນ, ເຮັດວຽກໄດ້) ແນ່ນອນແຫຼະຈຸດປະສົງເຂົາຮັບເຮົາໄປເຮັດວຽກຄົນທີ່ເຂົາຈະຮັບເຂົ້າຕ້ອງເຮັດວຽກໄດ້, ເຮັດວຽກເປັນ, ຖ້າບໍ່ເກັ່ງແຕ່ກໍ່ຕ້ອງເປັນຄົນທີ່ມັກຮຽນຮູ້ ແລະ ພ້ອມຈະພັດທະນາຕົນເອງໃຫ້ເຮັດວຽກເກັ່ງ.

3.) ຄົນທີ່ມີໃຈຢາກເຮັດວຽກ ແລະ ທັດສະນະຄະຕິທີ່ດີ, ຄົນທີ່ຈະຫາວຽກໄດ້ງ່າຍ ແມ່ນຄົນທີ່ຊ່າງຄິດ (ຄິດສ້າງສັນ, ຄິດໃນແງ່ບວກ) ຕ້ອງມີວິໄນ, ມີຄວາມຮັບຜິດຊອບ…ຕ້ອງພ້ອມຈະເຮັດວຽກ ບໍ່ແມ່ນເຂົ້າໄປແລ້ວຫຼິ້ນແຕ່ເຟສບຸກ ບໍ່ສ້າງຜົນງານຫຍັງເລີຍ.

ຖ້າໃຜເຮັດໄດ້ 3 ຢ່າງນີ້ ແນ່ນອນວ່າຫາວຽກບໍ່ຍາກຈັກດີ້, ສໍາລັບຂໍ້ 1 ກໍ່ແລ້ວແຕ່ວ່າເຮົາຝຶກຝົນມາດີສໍ່າໃດ ພໍ່ແມ່ລ້ຽງດູມາແນວໃດ? ສ່ວນຂໍ້ 2 ກໍ່ແລ້ວແຕ່ວ່າຍາມຮຽນເຮົາເອົາໃຈໃສ່ເກັບເອົາຄວາມຮູ້ໃສ່ສະໝອງໄດ້ຫຼາຍສໍ່າໃດ? ບໍ່ແມ່ນຍາມໃດກໍ່ຢູ່ແຕ່ຮ້ານເບຍ ແບບນັ້ນລໍາບາກແນ່ ເພາະບໍ່ມີໃຜຊ່ວຍເຮົາໄດ້ນອກຈາກໂຕເຮົາເອງ. ຂໍ້ທີ 3 ນີ້ ເຮົາກໍ່ຕ້ອງຄິດເປັນຫັ້ນແຫຼະໃຫຍ່ແລ້ວ ຈົບການສຶກສາແລ້ວຄິດບໍ່ເປັນກໍ່ບໍ່ສົມຄວນທີ່ຈະໄດ້ວຽກເຮັດຫັ້ນແຫຼະ.

ສ່ວນວ່າຜູ້ທີ່ມີຄວາມດີໃນຕົວ, ມີຄວາມຮູ້ໃນລະດັບທີ່ເຮັດວຽກໄດ້ແລ້ວ ແຕ່ຂາດຄວາມຫມັ້ນໃຈ ບໍ່ຮູ້ວິທີສ້າງຈຸດເດັ່ນໃຫ້ເປັນທີ່ສົນໃຈແກ່ນາຍຈ້າງ ອັນນີ້ ເຮົາສາມາດຊ່ວຍໄດ້ແນ່ນອນ…ຢໍ້າອີກເທື່ອຫນຶ່ງ ພຽງແຕ່ເຮົາປັບຕົວໃຫ້ເປັນທີ່ສົນໃຈຂອງນາຍຈ້າງເຮົາກໍ່ເປັນທີ່ສົນໃຈຂອງນາຍຈ້າງແລ້ວ ໂດຍສະເພາະໃນສະຖານະການທີ່ຜູ້ຄົນທັງຫຼາຍບໍ່ຮູ້ສ້າງຈຸດເດັ່ນໃນການສະໝັກງານ ຖ້າເຮົາເດັ່ນກວ່າຄົນອື່ນ ແນ່ນອນວ່າເຮົາມີຫວັງຫຼາຍກວ່າຄົນອື່ນແນ່.

ຖ້າທ່ານຜູ້ອ່ານເຫັນວ່າມີປະໂຫຍດ ຢ່າລືມປະກອບຄຳເຫັນ ແລະສົ່ງຕໍ່ໃຫ້ໝູ່ຂອງທ່ານແດ່ເດີ !!

ຂຽນໂດຍ: ແອັດມິນເພຈ iJob.la