spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທບຸກໂຮງງານຢາຈູດກັນຍຸງທີ່ມີສານພິດ

ເຈົ້າໜ້າທີ່ໄທບຸກໂຮງງານຢາຈູດກັນຍຸງທີ່ມີສານພິດ

Published on

ຕຳຫຼວດບຸກທຳລາຍໂຮງງານຜະລິດຢາກັນຍຸງເຖື່ອນ ໃນປະເທດໄທ ແລະ ຮ້ານຄ້າສົ່ງທີ່ຂາຍສິນຄ້າປະເພດນີ້ ໂດຍພົບວ່າຖ້າຫາຍໃຈຄວັນເຂົ້າໄປໃນປະລິມານຫຼາຍອາດເຮັດໃຫ້ຊັກ ແລະ ໝົດສະຕິ.

ໃນວັນທີ 22 ກັນຍາ 2023 ທີ່ຜ່ານມາ ທາງເຈົ້າໜ້າທີ່ໄທໄດ້ບຸກທຳລາຍໂຮງງານຜະລິດຢາກກັນຍຸງເຖື່ອນໃນແຂວງສະມຸດສາຄອນ ແລະ ຮ້ານຄ້າສົ່ງໃນ 3 ແຂວງ ໂດຍຍຶດຂອງກາງທີ່ມີສານເຄມີອັນຕະລາຍ 227.000 ກ່ອງ ມູນຄ່າ 4.540.000 ບາດ ຫຼື 2,5 ຕື້ກີບ.

ທາງກົມອາຫານ ແລະ ຢາ ປະເທດໄທ ຫຼື ອຍ ກວດພົບຢາຈູດການຍຸງຈີນ ຍີ່ຫໍ້ Goldeer ແລະ Laojun ບໍ່ມີພາສາໄທໃນກ່ອງ ບໍ່ມີເລກຜະລິດຕະພັນ ວາງຈຳໜ່າຍໃນອອນລາຍ ແລະ ຕາມຮ້ານຄ້າຍ່ອຍ ທີ່ໜ້າກ່ອງເປັນຮູບເດັກນ້ອຍ ຈຶ່ງເຮັດໃຫ້ປະຊາຊົນເຂົ້າໃຈຜິດວ່າບໍ່ມີສານເຄມີອັນຕະລາຍ ແຖມຍັງລາຄາຖືກ ພຽງ 18-20 ບາດ ຫຼື ບໍ່ຮອດ 15.000 ກີບ ເຮັດໃຫ້ເປັນທີ່ນິຍົມຂອງປະຊາຊົນທົ່ວໄປ.

ເມື່ອ ອຍ ນຳມາກວດ ກໍພົບສານເຄມີໃນກຸ່ມ Pyrethriods, Meperfluthrin ແລະ Dimefluthrin ເປັນພິດຕໍ່ຄົນ ແລະ ສັດ ຖ້າດົມຄວັນມັນເຂົ້າໄປໃນປະລິມານຫຼາຍ ກໍຈະເຮັດໃຫ້ຮູ້ສຶກມຶນງົງ ເຈັບຫົວ ຫ້າມຊີ້ນກະຕຸກ ອ່ອນເພຍ ຊັກ ແລະ ໝົດສະຕິ.

ຈາກການສອບສວນກໍພົບວ່າ ເຈົ້າຂອງໂຮງງານສັ່ງຊື້ຢາຈູດກັນຍຸງຊະນິດຂົດສີດຳມາຈາກປະເທດຈີນ ນຳເຂົ້າມາເພື່ອອົບສານເຄມີທີ່ໃຊ້ໄລ່ຍຸງແທ້ ໂດຍສານເຄມີດັ່ງກ່າວ ກໍບໍ່ໄດ້ອະນຸຍາດໃຫ້ນຳເຂົ້າ ແລະ ຜະລິດເພື່ອຈຳໜ່າຍແຕ່ຢ່າງໃດ.

ທັ້ງນີ້ ປະເທດລາວເຮົາກໍມັກຈະນຳເຂົ້າສິນຄ້າມາຈາກປະເທດໄທເປັນສ່ວນໃຫຍ່ ຈຶ່ງຢາກໃຫ້ທຸກຄົນລະວັງສິນຄ້າປະເພດນີ້ ເພາະອາດມີສິນຄ້າປະເພດນີ້ນຳເຂົ້າມາພາຍໃນປະເທດລາວ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...