spot_img
Homeຂ່າວພາຍ​ໃນສະຫະກອນ 3 ເອັຟ ຈໍາໜ່າຍຊີ້ນໝູລາຄາໜ້າຟາມ ຊ່ວຍຫຼຸດຜ່ອນຄ່າຄອງຊີບ

ສະຫະກອນ 3 ເອັຟ ຈໍາໜ່າຍຊີ້ນໝູລາຄາໜ້າຟາມ ຊ່ວຍຫຼຸດຜ່ອນຄ່າຄອງຊີບ

Published on

ສະຫະກອນ 3 ເອັຟ ກະສິກໍາຍືນຍົງຂອງລາວ ໄດ້ນໍາຊີ້ນໝູ ແລະ ໄຂ່ໄກ່ມາຈໍາໜ່າຍໃນລາຄານະໂຍບາຍ ກໍຄື ລາຄາໜ້າຟາມ ເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບ ເລີ່ມຈໍາໜ່າຍມາແຕ່ວັນທີ 9 ສິງຫາ ເປັນຕົ້ນມາ ແລະ ຄາດວ່າຈະຈໍາໜ່າຍຮອດເດືອນ ທັນວາ 2023 ພ້ອມຈະຂະຫຍາຍເວລາອອກຕື່ມໄດ້.

ທ່ານ ຂັນທອງ ສີປະເສີດ ປະທານສະຫະກອນ 3 ເອັຟ ກະສິກໍາຍືນຍົງຂອງລາວໃຫ້ສໍາພາດວັນທີ 19 ກັນຍາ 2023 ວ່າ:ໂດຍໄດ້ຮັບການສະໜັບສະໜູນຈາກພາກລັດ ເພື່ອຊ່ວຍເຫຼືອສັງຄົມຫຼຸດຜ່ອນຄ່າຄອງຊີບໃນປັດຈຸບັນ ສະຫະກອນ 3 ເອັຟ ກະສິກໍາຍືນຍົງຂອງລາວ ໄດ້ນໍາຊີ້ນໝູ ແລະ ໄຂ່ໄກ່ ລາຄານະໂຍບາຍໜ້າຟາມຈໍາໜ່າຍຢູ່ທີ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 9 ສິງຫາເປັນຕົ້ນມາຈົນເຖິງປັດຈຸບັນ ຈຳໜ່າຍໃນວັນຈັນ ຫາ ວັນເສົາ ເລີ່ມແຕ່ເວລາ 6:00-19:00 ໂມງ ໂດຍຊີ້ນໝູທີ່ນໍາມາຈໍາໜ່າຍໄດ້ມີການລ້ຽງແບບຄົບວົງຈອນ ບໍ່ມີຢາຕ້ານເຊື້ອ ບໍ່ມີສານເລັ່ງຊີ້ນແດງ ໄດ້ຮັບມາດຕະຖານປອດໄພ ແລະ ໄດ້ຮັບການຢັ້ງຢືນສຸຂະອະນາໄມຈາກຂະແໜງສັດຕະວະແພດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

ຊີ້ນໝູທີ່ນໍາຈໍາໜ່າຍມີປະມານ 1.000 ກິໂລຕໍ່ມື້ ປະກອບມີ ຊີ້ນກ້ອນໝູມາດຕະຖານປົກກະຕິ (ໝູຂຸນ ໝູພັນຊີ້ນ) 73.000 ກີບຕໍ່ກິໂລ ຊີ້ນກ້ອນໝູໃຫຍ່ເກີນນໍ້າໜັກມາດຕະຖານ 65.000 ກີບຕໍ່ກິໂລ ພ້ອມນັ້ນຍັງມີໄຂ່ໄກ່ຈາກກຸ່ມຟາມໄກ່ໄຂ່ 500-1.000 ແຕະຕໍ່ມື້ ໃນນີ້ໄຂ່ຂັດພິເສດມີລາຄາຈໍາໜ່າຍ 65.000 ກີບຕໍ່ແຕະ ຄາດວ່າຈະຈໍາໜ່າຍໄປເຖິງເດືອນ ທັນວາ 2023 ແຕ່ຖ້າຫາກໄດ້ຮັບການສະໜັບສະໜູນຈາກພາກລັດຕື່ມອີກກໍ່ສາມາດເພີ່ມຈໍານວນ ແລະ ຂະ ຫຍາຍເວລາອອກໄປຕື່ມອີກ ປັດຈຸບັນກໍາລັງກະກຽມຈໍາໜ່າຍຢູ່ຕະຫຼາດສົມຫວັງ ຫຼັກ 8 ແລະ ຈຸດບໍລິການອື່ນໆ ທີ່ຍັງລໍຖ້າພາກລັດກໍານົດຈຸດກະຈາຍສິນຄ້າແລ້ວຈະແຈ້ງລ່ວງໜ້າ.

ນອກຈາກຈໍາໜ່າຍຊີ້ນໝູ ແລະ ໄຂ່ໄກ່ແລ້ວຍັງມີກິດຈະກໍາກໍາໄຂ່ແຕກ ແຈກໄຂ່ 5 ໜ່ວຍ ເລີ່ມວັນທີ 19 ກັນຍາ ຫາ 30 ຕຸລາ 2023 ທຸກໆວັນອັງຄານ ວັນພະຫັດ ແລະ ວັນເສົາຂອງແຕ່ລະອາທິດ ຮອບທີ 1 ເລິ່ມ 8:30-9:00 ໂມງ ຮອບທີ 2 ເວລາ 13:00-14:00 ໂມງ ແລະ ຮອບທີ 3 ເວລາ 16:00-18:00 ໂມງ.

ແຫຼ່ງຂ່າວ VientianeMai

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...