spot_img
Homeຂ່າວພາຍ​ໃນປກສ ເມືອງໄຊທານີ ຈັບຕົວຄົນຮ້າຍປຸ້ນຊັບ ຢູ່ຫຼັກ 21

ປກສ ເມືອງໄຊທານີ ຈັບຕົວຄົນຮ້າຍປຸ້ນຊັບ ຢູ່ຫຼັກ 21

Published on

ເຈົ້າໜ້າທີ່  ນະຄອນຫຼວງວຽງຈັນ ສາມາດຈັບຕົວຄົນຮ້າຍປຸ້ນຊັບ ຢູ່ຫລັກ 21 ບ້ານໂຄກສີວິໄລ ເມືອງໄຊທານີ ຊື່ ທ້າວ ບຸນຫນາຍ ອາຍຸ 30 ປີ ພັກເຊົາຢູ່ບ້ານໂນນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຄົນຮັກ (ຊາຍຮັກຊາຍ) ພ້ອມທັງເກັບກູ້ຊັບໄດ້ທັງໝົດ.

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປີດເຜີຍໃນວັນທີ 20 ກັນຍາ 2023 ວ່າ: ວັນທີ 17 ກັນຍາ 2023 ເວລາປະມານ 23:00 ໂມງ ເຈົ້າໜ້າທີ່ ພວກເຮົາໄດ້ຮັບແຈ້ງເຫດຈາກການຈັດຕັ້ງບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ໄດ້ມີເຫດການຄົນຮ້າຍປຸ້ນຊັບເກີດຂຶ້ນຢູ່ແຖວໄຟແດງ ຫຼັກ 21 ທີ່ຂຶ້ນກັບບ້ານໂຄກສີວິໄລ ເມືອງໄຊທານີ ຈາກນັ້ນ ປກສ ເມືອງໄຊທານີ ຈີ່ງໄດ້ແຕ່ງຕັ້ງໃຫ້ໜ່ວຍງານວິຊາສະເພາະລົງກວດກາສະຖານທີ່ເກີດເຫດຕົວຈີ່ງ ເຫັນວ່າ: ມີມູນຄວາມຈິງແທ້, ຜູ້ຖືກເຄາະຮ້າຍຊື່: ທ້າວ ຈັນດີ ອາຍຸ 30 ປີ ພະນັກງານ ຢູ່ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມາຮອດເວລາ 16:00 ໂມງ ຂອງວັນທີ 18 ກັນຍາ 2023 ທາງເຈົ້າໜ້ທີ່ກໍສາມາດຈັບທ້າວ ບຸນໜາຍ ອາຍຸ 30 ປີ ພັກເຊົາບ້ານໂນນທອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ລົງມືກໍ່ເຫດໄດ້.

ທ້າວ ບຸນໜາຍ ສັກດາ ໃຫ້ການຮັບສາລະພາບວ່າ: ໃນຊ່ວງເດືອນ ສິງຫາ 2023 ຜູ່ກ່ຽວ ໄດ້ມີການພົວພັນກັບ ທ້າວ ຈັນດີ ແບບຊູ້ສາວ (ຊາຍຮັກຊາຍ) ຈາກນັ້ນພວກກ່ຽວທັງສອງຈຶ່ງໄດ້ພາກັນເປີດບ້ານພັກ ພ້ອມທັງຖ່າຍຮູບພາບ ແລະ ຄິບວີດີໂອ.

ຕົກມາຮອດວັນທີ 17 ກັນຍາ 2023 ພວກກ່ຽວທັງສອງຈຶ່ງເກີດຜິດຖຽງກັນຂັ້ນຮ້າຍແຮງຍ້ອນການຫຶງຫວງ ທ້າວ ຈັນດີ ບໍ່ໃຫ້ ທ້າວ ບຸນໜາຍ ໄປພົວພັນກັບບຸກຄົນອື່ນ, ຖ້າບອກບໍ່ຟັງຈະສົ່ງຄິບວິດີໂອ ແລະ ຮູບພາບລົງສື່ສັງຄົມອອນລາຍ.

ຈາກນັ້ນ ທ້າວ ບຸນໜາຍ ຈຶ່ງເກີດມີແນວຄຽດແຄ້ນຢາກຄາດຕະກໍາເພື່ອປິດປາກ ແລະ ເອົາຊັບສິນ ທ້າວ ຈັນດີ ແກ້ວດີ, ຮອດເວລາ 22:30 ໂມງ ຂອງວັນດຽວກັນພວກກ່ຽວທັງສອງຈຶ່ງໄດ້ນັດພົບກັນຢູ່ຈຸດໄຟແດງຫຼັກ 21 ເພື່ອຈະປັບຄວາມເຂົ້າໃຈກັນ, ທ້າວ ບຸນໜາຍ ໄດ້ຊ້ອນທ້າຍລົດຈັກຂອງ ທ້າວ ຈັນດີ ຂັບຂີ່ມຸ້ງໜ້າໄປເຮືອນພັກເຂດບ້ານ ໂຄກສີວິໄລ ເມືອງໄຊທານີ ທີ່ ທ້າວ ຈັນດີ ເປີດໄວ້ແລ້ວ, ພໍຂັບຂີ່ລົດໄປຮອດຈຸດເກີດເຫດ ທ້າວ ບຸນໜາຍ ຈຶ່ງໄດ້ເຮັດໃຫ້ລົດຈັກລົ້ມລົງແຄມທາງ ຈາກນັ້ນ ທ້າວ ບຸນໜາຍ ຈຶ່ງໄດ້ຈົກເອົາມີດແຫຼມທີ່ກະກຽມມາແລ້ວນັ້ນ, ຟັນໃສ່ຫົວ, ແທງໃສ່ຕົນໂຕຈໍານວນຫຼາຍບາດ ທ້າວ ຈັນດີ ຈຶ່ງໄດ້ລຸກແລ່ນຂ້າມທາງເພື່ອໄປຂໍຄວາມຊ່ວຍເຫຼືອແຕ່ ທ້າວ ບຸນໜາຍ ໄດ້ແລ່ນຕາມໄປເອົາມີດຝັນ, ແທງຈຳນວນຫຼາຍບາດເຮັດໃຫ້ ທ້າວ ຈັນດີ ລົ້ມລົງຄິດວ່າ ຜູ້ກ່ຽວ ເສຍຊີວິດແລ້ວຈຶ່ງໄດ້ດຶງເອົາຊັບສິນ, ປະເພດສາຍຄໍຄໍາ 1 ເສັ້ນບໍ່ຮູ້ນໍ້າໜັກ, ແຫວນຄໍາ 1 ວົງບໍ່ຮູ້ນໍ້າໜັກແລ້ວເອົາຕົວລົບໜີ, ເອົາມີດທີ່ໃຊ້ກໍ່ເຫດຖິ້ມລົງຫ້ວຍນໍ້າໃນປ່າ, ເຄື່ອງທີ່ເປື້ອນເລືອດນໍາໄປຈູດໄຟຖິ້ມ.

ແຫຼ່ງຂ່າວ ຄວາມສະຫງົບ

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...