spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ກຽມອອກກົດໝາຍ ຫຼັງຈາກທົ່ວໂລກຮຽກຮ້ອງໃຫ້ຢຸດບໍລິໂພກເນື້ອໝາ

ເກົາຫຼີໃຕ້ກຽມອອກກົດໝາຍ ຫຼັງຈາກທົ່ວໂລກຮຽກຮ້ອງໃຫ້ຢຸດບໍລິໂພກເນື້ອໝາ

Published on

ໃນວັນທີ 14 ກັນຍາ 2023 ທີ່ຜ່ານມາ, ເກົາຫຼີໃຕ້ໄດ້ສະເໜີຮ່າງກົດໝາຍພິເສດເພື່ອຫ້າມບໍລິໂພກຊີ້ນໝາ ຫຼັງຈາກທົ່ວໂລກຮຽກຮ້ອງໃຫ້ຢຸດບໍລິໂພກເນື້ອໝາ, ເຊິ່ງປະເພນີການບໍລິໂພກຊີ້ນໝາຂອງ​ ສ.ເກົາຫຼີ ໄດ້ດຳເນີນມາຫຼາຍສັດຕະວັດອາດເຖິງຈຸດສິ້ນສຸດລົງໃນອະນາຄົດອັນໃກ້ນີ້ ຫຼັງ​ຈາກ​ພັກ​ພະລັງປະ​ຊາ​ຊົນ ພັກ​ລັດຖະບານ ສ.ເກົາຫຼີ​ໃຕ້​ໄດ້​ປະກາດ​ຈຸດ​ຢືນກ່ຽວ​ກັບ​ການ​ຮັບ​ເອົາ​ຮ່າງ​ກົດໝາຍ​ຂອງ​ພັກ​ປະຊາທິປະ​ໄຕ ພັກຝ່າຍຄ້ານຂອງ​ ສ.ເກົາຫຼີ ທີ່ຕ້ອງການຫ້າມການບໍລິໂພກ ແລະ ຂາຍຊີ້ນໝາຢ່າງເປັນທາງການໃນ ສ.ເກົາຫຼີ.

ນອກຈາກນີ້, ຍັງ​ບໍ່​ທັນມີກຳນົດຊັດເຈນ​ວ່າ​: ກົດໝາຍ Kim Gun Hee (ຕາມຊື່ຂອງແມ່ຍິງໝາຍ​ເລກ​ 1 ປະທານາທິບໍດີ​ ສ.ເກົາຫຼີ​) ຈະ​ດຳເນີນການລົງ​ຄະ​ແນນ​ສຽງ​ໃນ​ເວລາ​ໃດ ​ແຕ່​ການ​ທີ່​ພັກ​ລັດຖະບານ​ອອກ​ມາ​ສະໜັບສະໜູນ​ກໍ​ໝາຍ​ຄວາມ​ວ່າ ຮ່າງ​ກົດໝາຍ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ພຽງພໍ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ລັດຖະສະພາ, ໂດຍກໍລະນີນີ້ທ່ານ ​ປັກ ແດ ຊູລ ຫົວໜ້າ​ຄະນະ​ກຳມະການຝ່າຍນະ​ໂຍບາຍ​ຂອງ​ພັກ​ພະລັງ​ປະຊາຊົນ ພັກ​ລັດຖະບານ ສ.​ເກົາຫຼີ​ກ່າວ​ວ່າ: ມີ​ປະຊາຊົນປະມານ 10 ລ້ານ​ຄອບຄົວ​ທີ່​ເບິ່ງ​ແຍງ​ສັດລ້ຽງ ດັ່ງນັ້ນ, ຈຶ່ງເຖິງເວລາແລ້ວທີ່ປະເພນີການບໍລິໂພກຊີ້ນໝາຈະຕ້ອງໝົດໄປ.

ສື່​ ສ.​ເກົາຫຼີ ​ຍັງ​ລາຍ​ອີກ​ວ່າ ທ່ານ​ນາງ Kim Gun Hee ແມ່ຍິງ​ໝາຍ​ເລກ​ 1 ​ຂອງ​ປະທານາທິບໍດີ​ ສ.ເກົາຫຼີ Yoon Seok Yeol ​ໄດ້ອອກໂຕມາຕະຫຼອດ​ກ່ຽວ​ກັບ​ການ​ຍົກ​ເລີກ​ການ​ບໍລິໂພກ ​ແລະ​ ຂາຍ​ຊີ້ນ​ໝາ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ລັດຖະສະພາ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ ໃຫ້​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ ​ແລະ​ ກິດຈະກຳ​ຜິດ​ກົດໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ຊີ້ນ​ໝາ​ຄວນ​ຈົບລົງໄປ ເຊິ່ງເປັນທີ່ມາ​ຂອງການຕັ້ງ​ຊື່​ຮ່າງ​ກົດໝາຍ​ແບນ​ຊີ້ນ​ໝາ​ວ່າກົດໝາຍ Kim Gun Hee, ​ເຖິງ​ຢ່າງ​ໃດ​ກໍຕາມ ມີສະມາຊິກ​ພັກ​ບາງສ່ວນວິພາກວິຈານ​ວ່າ ເປັນການຍົກຍ້ອງເກີນໄປ ຫຼື ບໍ່ ທີ່ຈະຕັ້ງຊື່ກົດໝາຍຕາມຊື່ພັນລະຍາຂອງປະທານາທິບໍດີ?
ສຸດທ້າຍຈະເປັນແນວໃດຕໍ່ນັ້ນ ລໍຖ້າຕິດຕາມນຳກັນຕໍ່ໄປ.

Cr.Korea Times

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...