spot_img
Homeຂ່າວພາຍ​ໃນໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດລາດຕະເວນທາງນ້ຳຕາມຊາຍແດນຮ່ວມ ລາວ-ໄທ

ໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດລາດຕະເວນທາງນ້ຳຕາມຊາຍແດນຮ່ວມ ລາວ-ໄທ

Published on

ເມື່ອບໍ່ດົນມານີ້, ໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດປະຈຳແຂວງບໍລິຄຳໄຊ ໄດ້ອອກກວດກາລາດຕະເວນທາງນ້ຳຝ່າຍດຽວ ລວມໄລຍະທາງເຄື່ອນໄຫວລາດຕະເວນປະມານ 100 ກິໂລແມັດ ເຊິ່ງແບ່ງເປັນ 2 ໄລຍະຄື:

ຈຸດທີ 1 ແຕ່ປ້ອມກອງຮ້ອຍທະຫານຊາຍແດນ 255 ເຂດສວນຢາງພາລາ ບ້ານທ່ານາ ເມືອງປາກຊັນ ຫາ ດ່ານປະເພນີ ບ້ານປາກກະດິງໃຕ້ ເມືອງປາກກະດີງ

ຈຸດທີ 2 ແຕ່ປ້ອມກອງຮ້ອຍທະຫານຊາຍແດນ 255 ເຂດສວນຢາງພາລາ ບ້ານທ່ານາ ຫາ ດ່ານສາກົນ ປາກຊັນ ແຂວງ ບໍລິຄຳໄຊ ໂດຍອີງຕາມການປະສານສົມທົບລະຫວ່າງໜ່ວຍງານປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ກັບຫ້ອງການປະສານງານຊາຍແດນຕ້ານອາຊະຍາກຳຂ້າມຊາດ(BLO).

ການລາດຕະເວນທາງນ້ຳ ຄັ້ງນີ້, ນຳໂດຍ ທ່ານ ພັອ ຄຳແພງ ນຳພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງຫົວໜ້າໜ່ວຍປະສານງານແກ້ໄຂບັນຫາຢາເສບຕິດ ແຂວງບໍລິຄຳໄຊ ແລະ ທ່ານ ແສງເດືອນ ໂພມະວົງສາ ຕາງໜ້າໃຫ້ແກ່ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳ ສປປ ລາວ ແລະ ຫ້ອງການພາກພື້ນ ອາຊີປາຊີຟິກ (UNODC) ພ້ອມດ້ວຍຄະນະ ແລະ ກອງເລຂາເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...