6 ເຫດຜົນທີ່ທ່ານຄວນ ຫົວ ຫຼາຍຂຶ້ນ

A1262_resize032

ນອກຈາກການຫົວຈະເຮັດໃຫ້ທ່ານ ມີຄວາມສຸກແລ້ວ ຍັງເຮັດໃຫ້ທ່ານອາລົມດີ ສຸຂະພາບດີ ຫົວໃຈດີ ເຊິ່ງແຕ່ກ່ອນອາດຈະເປັນແຕ່ຄວາມຮູ້ສຶກ ແຕ່ຕອນນີ້ມີເຫດຜົນມາສະໜັບສະໜຸນ ຢ່າງແນ່ນອນແລ້ວ! ແລະວິທີນີ້ກໍເໝາະສົມຫຼາຍ ກັບຄົນໃນປັດຈຸບັນທີ່ເຮັດວຽກ ໃນສະພາບແວດລ້ອມທີ່ມີ ຄວາມຄຶງຄຽດສູງ ການຫົວນີ້ແຫຼະທີ່ຈະຊ່ວຍທ່ານໄດ້.

ນອກຈາກນີ້ຖ້າທ່ານເປັນຄົນທີ່ມີສຽງຫົວ ຢູ່ສະເໝີ ທ່ານຈະເປັນຄົນທີ່່ມີສະເໜ່ຫຼາຍ ໃຜໆກໍຢາກເຂົ້າໃກ້ທ່ານອີກດ້ວຍ ເອົາເປັນວ່າຂໍ້ດີຂອງການຫົວມີຫຼວງຫຼາຍ ສົງໄສນັບແຕ່ມື້ນີ້ເປັນຕົ້ນໄປ ທ່ານຄວນຄົບເພື່ອນທີ່ອາລົມດີ ຫຼືເບິ່ງໜັງ ເບິ່ງລະຄອນແນວຕະຫຼົກ ໃຫ້ຫຼາຍຂຶ້ນແລ້ວລະ.

1. ຊ່ວຍເລື່ອງຄວາມຊົງຈຳ

ນັກວິໄຈຈາກມະຫາວິທະຍາໄລ Loma Linda ໃນແຄລິຟໍເນຍພົບວ່າ ຄົນສູງອາຍຸທົດສອບຄວາມຈຳໄລຍະສັ້ນ ໄດ້ດີຂຶ້ນຫຼັງຈາກເບິ່ງວິດີໂອຕະຫຼົກ ເພາະມັນຊ່ວຍກະຕຸ້ນຄື້ນສະໝອງແກມມາ ທີ່ກ່ຽວກັບຄວາມສາມາດໃນການຈົດຈຳນັ້ນເອງ! ແລ້ວມື້ນີ້ລະ ທ່ານຫົວແລ້ວຫຼືຍັງ?

2. ປ້ອງກັນໂລກຫົວໃຈ

ຈາກຜົນວິໄຈໃນປີ 2009 ຂອງມະຫາວິທະຍາໄລ Maryland Medical Center ພົບວ່າ ຜູ້ປ່ວຍໂລກຫົວໃຈ ຈະຫົວໜ້ອຍກວ່າຄົນອາຍຸດຽວກັນ ທີ່ບໍ່ມີໂລກຫົວໃຈເຖິງ 40% ແລະການຫົວທຸກວັນມີສ່ວນຊ່ວຍປ້ອງກັນ ໂລກຫົວໃຈໄດ້!.

3. ເຜົາຜານແຄລໍລີ່

ຂໍ້ດີສຳລັບຄົນຫຼຸດນ້ຳໜັກ ທ່ານມີວິທີຊ່ວຍທ່ານເອງເພິ່່ມອີກ ວິທີໜຶ່ງແລ້ວລະ ນອກຈາກຫຼຸດອາຫານແລະອອກກຳລັງກາຍແລ້ວ ການຫົວຈະຊ່ວຍທ່ານໄດ້ອີກ ເພາະຈາກຜົນການວິໄຈທີ່ຕີພິມໃນ  International Journal of Obesity ບອກວ່າ ການຫົວເປັນເວລາ 15 ນາທີ ຈະຊ່ວຍເຜົາຜານພະລັງງານກວ່າ 10-40 ແຄລໍລີ່ ແລະຍັງເຮັດໃຫ້ຫົວໃຈເຕັ້ນແຮງຂຶ້ນ ກ້າມຊີ້ນເຮັດວຽກເພິ່ມຂຶ້ນ 10-20% ເຊິ່ງເຖິງແມ່ນວ່າມັນຈະຊ່ວຍໄດ້ໜ້ອຍ ແຕ່ຖ້າທ່ານຫົວທຸກມື້ ທ່ານຈະຫຼຸດນ້ຳໜັກໄດ້ສູງເຖິງ 1.8 ກິໂລຕໍ່ປີ.

4. ຫຼຸດການເຈັບປວດ

ນີ້ບໍ່ແມ່ນເວົ້າຫຼິ້ນ ເພາະເວລາທີ່ທ່ານຫົວ ຮ່າງກາຍຂອງທ່ານຈະຫຼັ່ງສານ ຫຼຸດຄວາມເຈັບປວດຈາກທຳມະຊາດອອກມາ ເຊິ່ງ Mayo Clinic ລາຍງານວ່າ ມັນຈະຊ່ວຍໃຫ້ວົງຈອນຂອງ ການເຈັບປວດຖືກລົບກວນ ແລະລະງັບໃນທີ່ສຸດ.

5. ປ່ອຍສານເອັນດໍຟິນ

ເປັນທີ່ພິສູດວ່າ ການເປັ່ງສຽງຫົວ ເຮັດໃຫ້ສະໝອງຫຼັ່ງສານເຄມີທີ່ເອີ້ນວ່າ ເອັນດໍຟິນ ຫຼາຍຂຶ້ນ ເຊິ່ງເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກ.

ກໍຄືກັບທີ່ Elle Woods ຊີ້ວ່າ ສານເອັນດໍຟິນເຮັດໃຫ້ທ່ານມີຄວາມສຸກ ສຽງຫົວເຮັດໃຫ້ທ່ານມີຄວາມສຸກ ທ່ານກໍຈະກາຍເປັນຄົນມີຄວາມສຸກໄປ ໂດຍປະລິຍາຍ.

6. ຫຼຸດຜ່ອນຄວາມຕຶງຄຽດ

ການຫົວເຮັດໃຫ້ກ້າວຊີ້ນມີຄວາມຜ່ອນຄາຍ ຫຼາຍຂຶ້ນ ອົກຊີແຊນເຂົ້າໄປລ້ຽງຮ່າງງກາຍຫຼາຍຂຶ້ນ ແລະແນ່ນອນມັນເຮັດໃຫ້ທ່ານຫາຍຄຽດ ນອກຈາກນີ້ ມັນຍັງເຮັດໃຫ້ການໝຸນວຽນເລືອດ ຂອງທ່ານເພິ່່ມຂຶ້ນ ຫົວໃຈເຕັ້ນແຮງຂຶ້ນ.

ທ່ານຜູ້ອ່ານຮູ້ສຶກຈັ່ງໃດກັບການອ່ານ ບົດຄວາມນີ້? ຖ້າຄິດວ່າເປັນປະໂຫຍດ ກໍຢ່າລືມແບ່ງປັນປະໂຫຍດນີ້ ແດ່ໝູ່ເພື່ອນ ຫຼືຄົນທີ່ທ່ານຮັກເດີ !!