spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ການຄ້າລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 833 ລ້ານໂດລາ

6 ເດືອນຕົ້ນປີ 2023 ການຄ້າລະຫວ່າງ ລາວ-ຫວຽດນາມ ບັນລຸໄດ້ 833 ລ້ານໂດລາ

Published on

ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້, ມູນຄ່າການຄ້າລະຫວ່າງສອງປະເທດ ລາວ-ຫວຽດນາມ ບັນລຸໄດ້ 833,54 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນ 1,06%. ໃນນັ້ນ, ມູນຄ່າສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ບັນລຸໄດ້ 267,87 ລ້ານໂດລາສະຫະລັດ, ຫຼຸດລົງ 13,67% ແລະ ມູນຄ່າສິນຄ້າທີ່ລາວສົ່ງອອກໄປຫວຽດນາມ ບັນລຸ 565,67 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 9,94%.

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລາຍງານໃຫ້ຮູ້ ໃນກອງປະຊຸມກາງສະໄໝ ຜັນຂະຫຍາຍສັນຍາຮ່ວມມືທະວິພາຄີ ລາວ-ຫວຽດນາມ ໄລຍະປິີ 2021-2025 ແລະ ຂໍ້ຕົກລົງແຜນການຮ່ວມມື ລາວ-ຫວຽດນາມ ປະຈຳປີ 2023 ຢູ່ແຂວງກວາງບິ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 11-14 ກັນຍາ 2023 ນີ້ວ່າ: ໃນໄລຍະຜ່ານມາ ສອງຂະແໜງອຸດສາຫະກຳ ແລະ ການຄ້າ ຂອງສອງປະເທດລາວ-ຫວຽດນາມ ໄດ້ປະສານສົມທົບກັນເປັນປົກກະຕິ ເພື່ອສົ່ງເສີມການຄ້າ, ເຊື່ອມຕໍ່ການຄ້າ ລະຫວ່າງ ລາວ ແລະ ຫວຽດນາມ. ພ້ອມນີ້, ສອງຝ່າຍ ຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ ກ່ຽວກັບ ການຮ່ວມມືພັດທະນາບັນດາໂຄງການເຂື່ອນໄຟຟ້າຢູ່ລາວ, ການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ ລະຫວ່າງສອງປະເທດ ທີ່ໄດ້ເຊັນກັນໃນໄລຍະຜ່ານມາ.

ໃນໄລຍະປີ 2021-2025 ຫວຽດນາມນໍາເຂົ້າໄຟຟ້າ ຈາກ ສປປ ລາວ ໂດຍພື້ນຖານແມ່ນບັນລຸເປົ້າໝາຍທີ່ວາງອອກ, ມາຮອດປັດຈຸບັນ, ບັນດາໂຄງການ ທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າຫວຽດ ນາມ EVN ມີທັງໝົດ 26 ໂຄງການ ລວມກໍາລັງຕິດຕັ້ງ 2.240 MW, ໃນນັ້ນ ມີ 3 ໂຄງການ ທີ່ໄດ້ດໍາເນີນການຜະລິດສົ່ງໄຟອອກຂາຍແລ້ວ (ເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3 ລວມກໍາລັງການຜະລິດ 572 MW), ສ່ວນອີກ 23 ໂຄງການ (ກໍາລັງຕິດຕັ້ງ 1.668 MW) ແມ່ນພວມດໍາເນີນການກໍ່ສ້າງ ແລະ ຄາດວ່າຈະສາມາດສົ່ງໄຟຂາຍໄປຫວຽດນາມ ໄດ້ໃນໄລຍະ 2023-2025.

ທ່ານ ຄໍາເຈນ ວົງໂພສີ ກ່່າວອີກວ່າ: ໄລຍະແຕ່ປີ 2021 ຮອດປັດຈຸບັນ, ສປປ ລາວ ໄດ້ອະນຸຍາດການລົງທຶນໃໝ່ໃຫ້ວິສາຫະກິດຫວຽດນາມ ປະຕິບັດໂຄງການຈໍານວນໜຶ່ງ ດ້ວຍມູນຄ່າລົງທຶນທັງໝົດປະມານ 458,2 ລ້ານໂດລາສະຫະລັດ, ສະເພາະແຕ່ຕົ້ນປີ 2023 ຮອດປັດຈຸບັນ, ສປປ ລາວ ໄດ້ອອກໃບອະນຸຍາດການລົງທຶນ ໃຫ້ແກ່ວິສາຫະກິດຫວຽດນາມ ຈໍານວນ 6 ໂຄງການ (ຂະແໜງບໍ່ແຮ່ 3 ໂຄງການ, ກິດຈະການທົ່ວໄປ 1 ໂຄງການ ແລະ ໂຄງການພະລັງງານລົມ 2 ໂຄງການ).

ແຫຼ່ງຂ່າວຈາກ ກະຊວງແຜນການ ແລະ ການລົງທຶນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...