spot_img
Homeນານາສາລະນ້ຳ​ຫມາກໄມ້​ຄັ້ນ (ບໍ່​ສົດ) ດີ​ຕໍ່​ສຸຂະພາບ​ແທ້ບໍ່?

ນ້ຳ​ຫມາກໄມ້​ຄັ້ນ (ບໍ່​ສົດ) ດີ​ຕໍ່​ສຸຂະພາບ​ແທ້ບໍ່?

Published on

3a93aec5746628b7cdec9a686cc5460c

 

        ນ້ຳ​ຫມາກໄມ້​ເປັນ​ຕົວ​ຢ່າງ​ຂອງ​ອາຫານ​ທີ່​ອ້າງ​ວ່າ​ດີ​ຕໍ່​ສຸກຂະພາບແຕ່​ແທ້ໆ ແລ້ວ​ກັບ​ບໍ່ແມ່ນ ເນື່ອງ​ຈາກ​ນ້ຳ​ຫມາກໄມ້​ບາງ​ຍີ່​ຫໍ້​ບໍ່​ມີ fiber ແລະ​ ສານ​ອາຫານ​ອື່ນໆ ອີກ​ທັງ​ຍັງມີ​ແຄ​ລໍ​ລີ່​ສູງ ແມ່ນ​ກະ​ທັ້ງ​ນ້ຳ​ຫມາກໄມ້​ສົດ 100% ທີ່​ໄດ້​ນ້ຳ​ຕານ​ຈາກ​ທຳມະຊາດ​ນັ້ນ ກໍ​ເປັນ​ອັນຕະລາຍ​ຕໍ່​ຮ່າງກາຍແຕ່​ຜູ້​ຄົນ​ຍັງ​ຄົງ​ນິຍົມ​ດື່ມ​ກັນ ແຖມ​ດື່ມ​ໃນ​ປະລິມານ​ຫລາຍ​ເກີນ​ໄປ​ດ້ວຍ ເພາະ​ພວກເຂົາ​ບໍ່​ຮູ້​ວ່າ​ມັນ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ໄດ້
        ນ້ຳ​ສົ້ມ​ຄັ້ນ 1 ກ່ອງ​ນ້ອຍ​ມີ​ນ້ຳ​ຕານ​ປະ​ມານ 2 ບ່ວງ​ເຄຶ່ງກະແຟ ໃນ​ຂະນະ​ທີ່​ນ້ຳ​ສົ້ມ​ຄັ້ນ​ກ່ອງ​ໃຫຍ່​ມີ​ນ້ຳ​ຕານ 5 ບ່ວງກະແຟ ສ່ວນໝາກກ້ຽງ​ສົດ​ນັ້ນ​ມີ​ນ້ຳ​ຕານ 2 ບ່ວງກະແຟ ແຕ່​ມີ​ໄຟ​ເບີ​ຫລາຍກວ່າ ປະ​ມານ 3 ກຣາມ ເມື່ອ​ທຽບ​ກັບ​ນ້ຳ​ໝາກກ້ຽງຄັ້ນ​ກ່ອງ​ທີ່​ບໍ່​ມີ​ໄຟ​ເບີ​ເລີຍ ນ້ຳ​ຫມາກໄມ້​ມີ​ນ້ຳ​ຕານ​ຫລາຍ​ພໍໆ ກັບ​ນ້ຳ​ອັດ​ລົມ​ປົກກະຕິ ແລະ​ ຖືກ​ດູດ​ຊຶມ​ຢ່າງ​ວ່ອງໄວ ລອງ​ປ່ຽນ​ມາ​ກິນ​ຫມາກໄມ້​ສົດ​ແທນ​ຈະ​ດີກວ່າ ນອກ​ຈາກ​ຈະ​ເຮັດໃຫ້​ເຮົາ​ອິ່ມ​ທ້ອງ​ໄດ້​ງ່າຍ​ຂຶ້ນ ຍັງ​ຊ່ວຍ​ລຸດ​ຄວາມ​ຢາກ​ກິນ​ອາຫານ​ຈຸບ​ຈິບ​ໄດ້​

3a93aec5746628b7cdec9a686cc5460c

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...