spot_img
Homeຂ່າວພາຍ​ໃນລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າໂອດ໋ອບ

ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າໂອດ໋ອບ

Published on

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2023 ນີ້ ຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງໄດ້ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ່າໂອດ໋ອບ ຢູ່ທີ່ ບ້ານ ຫ້ວຍອຸນ ເມືອງໃໝ່ ແຂວງ ຜົ້ງສາລີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມແປນ ວົງອິນປອນ ກຳມະການພັກເມືອງ ຫົວໜ້າຫ້ອງການ ອຸສາຫະກຳ-ການຄ້າ ເມືອງ ມີ ທ່ານ ພອນບຸນ ລໍວັນທອງ ເລຂາພັກບ້ານ ນາຍບ້ານ ຫ້ວຍອຸນ ມີບັນດາຄະນະຮັບຜິດ, ກອງເລຂາສິນຄ້າໂອດອບຂັ້ນເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຂັ້ນເມືອງເຂົ້າຮ່ວມ.

ການລົງປະເມີນໃນຄັ້ງນີ້ກໍເພື່ອຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນໜໍ່ຫວັນ ແລະ ເພື່ອຍົກໃຫ້ກາຍເປັນສິນຄ້າໂອດ໋ອບຂອງເມືອງ ເຊິ່ງສາມາດເຮັດໃຫ້ປະຊາຊົນມີອາຊີບເສີມ ມີລາຍຮັບເຂົ້າໃນຄອບຄົວເພີ່ມຂື້ນ ຈາກນັ້ນຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງໄດ້ພ້ອມກັນເກັບກຳຂໍ້ມູນຢ່າງລະອຽດ ກ່ຽວກັບວິທີການແຮູບ, ຕົ້ນທຶນການຜະລິດ ຂັ້ນຕອນໃນການຜະລິດນັ້ນແມ່ນນຳເອົາໜໍໄມ້ມາ ຊອຍ, ຕົ້ມ, ປຸງ, ນຳໄປຕາດແດດໃຫ້ແຫ້ງ ເຊິ່ງລວມມີ 3 ສູດ: ສູດທີ່ 1 ແມ່ນການເອົາໜໍ່ມາປຸງໃສ່ກັບຊອດຫອຍ, ສູດທີ່ 2 ແມ່ນເອົາໜໍ່ປຸງໃສ່ ນ້ຳຕານ, ສູດທີ່ 3 ແມ່ນການເອົາໜໍ່ມາປຸງໃສ່ ຊອດຫອຍ ກັບ ນຳ້ຕານ ທັງສາມສູດນີ້ພາຍຫຼັງປຸງແຕ່ງສຳເລັດແລ້ວ ແມ່ນນຳໄປຕາກແດດໃຫ້ແຫ້ງ ຈາກນັ້ນກໍເກັບຮັກສາໄວ້ເພື່ອນຳໄປປຸງແຕ່ງເປັນອາຫານ ໂດຍສະເພາະແມ່ນການທອດກິນເປັນອາຫານ ເຊິ່ງປະລິມານໃນການແປຮູບນີ້ແມ່ນ ໜໍ່ໄມ້ດິບ 15 ກິໂກ ຈະໄດ້ໜໍ່ສະຫວັນທີ່ສຳເລັດ ສົມບູນ 1 ກິໂລ ແລະ ພາຍໃນບ້ານໄດ້ຜະລິດໜໍ່ສະຫວັນເປັນກຸ່ມຄອບມົວຕົວແບບທັງໝົດ 5 ຄອບຄົວ ພ້ອມນັ້ນ ທ່ານ ສົມແປນ ວົງອິນປອນ ໄດ້ມີຄຳເຫັນວ່າຈະພະຍາຍາມສືບຕໍ່ສົ່ງເສີມບັນດາບ້ານໃນທົ່ວເມືອງ ທຳການຜະລິດ ຜະລິດຕະພັນພື້ນບ້ານ ໃຫ້ກາຍເປັນສິນຄ້າໂອດອບພາຍໃນ 1 ປີ ໃຫ້ໄດ້ 2 ຜະລິດຕະພັນໃນທົ່ວເມືອງ ແລະ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ຜະລິດໜໍ່ສະຫວັນ ໂດຍສະແມ່ນເນັ້ນໃຫ້ມີຄວາມສະອາດ, ປອດໄພ ແລະ ມີປະລິມານຫຼາຍຂື້ນ ຈົນສາມາດສົ່ງລົງທອງຕະຫຼາດ ພາຍໃນ ບ້ານ, ເມືອງ, ແຂວງ, ປະເທດ ຫຼື ຕ່າງປະເທດ ເພື່ອໃຫ້ພຽງພໍຕໍ່ຜູ້ບໍລິໂພກ ຢ່າງທົ່ວເຖິງ.
( ພາບ ຂ່າວ: ວັນວິໄລ )

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...