spot_img
Homeຂ່າວພາຍ​ໃນປກສ ແຂວງອຸດົມໄຊຈູດທໍາລາຍ ອຸປະກອນການພະນັນທີ່ຕ້ອງຫ້າມ

ປກສ ແຂວງອຸດົມໄຊຈູດທໍາລາຍ ອຸປະກອນການພະນັນທີ່ຕ້ອງຫ້າມ

Published on

ວັນທີ 28 ກໍລະກົດ 2023 ເຈົ້າໜ້າທີ່ກົມຕໍາຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມ້າງເປົ້າໝາຍມີການບໍລິການຫຼິ້ນການພະນັນ 4 ຈຸດຂອບເຂດເທດສະບານເມືອງໄຊ ແຂວງອຸດົມໄຊ, ໃນນີ້ຢູ່ຫົວໜ່ວຍທຸລະກິດໂຮງແຮມ 3 ຈຸດ, ສາມາດກັກຕົວເປົ້າໝາຍມີສ່ວນກ່ຽວຂ້ອງໃຫ້ການບໍລິການຫຼິ້ນການພະນັນ (ຕູ້ເກມໄຟຟ້າ) ໄດ້ຈໍານວນ 5 ຄົນ ພ້ອມທັງຍຶດຂອງກາງອຸປະກອນການພະນັນອີກຫຼາຍປະເພດ.

ພັຕ ພອນເດດ ວົງສະຫວັນ ຮອງພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ອຸປະກອນການພະນັນທີ່ນຳມາຈູດທໍາລາຍໃນຄັ້ງນີ້ ມີໂຕະຕູ້ເກມຈໍານວນ 3 ໂຕະ, ຕູ້ເກມ 3 ໜ່ວຍ, ໜ້າຈໍ 66 ເຄື່ອງ, ເຕົາໝູນ 2 ເຕົາ, ໄພ້ຈໍານວນ 8 ແກັດ, ມີ 1.179 ຊຸມ, ອີກ 340 ຊຸດ ແລະ 14 ກັບ, ຕູ້ປາ ແລະ ຕູ້ປາສະລັອດ ຈໍານວນ 6 ໜ່ວຍ, ໂຕະແຈກໄພ້ ຈໍານວນ 9 ໂຕະ, ໂຕະເກມຍິງປາຈໍານວນ 3 ຊຸດ, ໂຕະເກມເສືອ-ມັງກອນ ຫຼົງຟູ ຈໍານວນ 2 ໂຕະ, ໂຕະການພະນັນໝາຈຽງ ຫຼື ໄພ້ນົກກະຈອກເທບ ຈໍານວນ 2 ຊຸດ, ຕູ້ຢອດຫຼຽນ ຈໍານວນ 3 ຕູ້, ໂຕະໄພ້ໝາກກະຈອກ 1 ໂຕະ ແລະ ຂອງກາງກ່ຽວຂ້ອງອື່ນໆອີກຈໍານວນໜຶ່ງ.

ມາໃນຕອນເຊົ້າວັນທີ 28 ສິງຫາ 2023 ຈິ່ງໄດ້ຈັດພິທີຈູດທໍາລາຍຂອງກາງຄະດີຈໍານວນດັ່ງກ່າວ ຢູ່ພື້ນທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນປະທານຂອງພັທ ກອງແກ້ວ ຫັດສະຈັນ ຄະນະພັກ, ຮອງກອງບັນຊາການ, ຜູ້ຊີ້ນໍາຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ຕໍ່ພາກສ່ວນທີ່ລະເມີດທາງເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ແລະ ປະຕິບັດລະບຽບຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ ປກສ ອຸດົມໄຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...