spot_img
Homeຂ່າວພາຍ​ໃນຄົນເຈັບ ອາຍຸ 16 ປີ ເປັນໂຣກກ້າມຊີ້ນຫົວໃຈໃຫຍ່ ພົບປະຫວັດໃຊ້ຢາເສບຕິດ

ຄົນເຈັບ ອາຍຸ 16 ປີ ເປັນໂຣກກ້າມຊີ້ນຫົວໃຈໃຫຍ່ ພົບປະຫວັດໃຊ້ຢາເສບຕິດ

Published on

ຄົນເຈັບ ອາຍຸ 16 ປີ ມາພົບໝໍດ້ວຍອາການແໜ້ນໜ້າເອິກ ຫາຍໃຈຝືດ ເມື່ອກວດແລ້ວພົບວ່າຄົນເຈັບເປັນຫົວໃຈຊຸດໂຊມຂັ້ນສຸດທ້າຍ.

ໃນວັນທີ 25 ສິງຫາ 2023 ທ່ານໝໍ Phetvilay Sennavong ທີ່ປະຈຳຢູ່ໂຮງໝໍແຂວງສະຫວັນນະເຂດ ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ “ຄົນເຈັບ ອາຍຸ16 ປີ ມີປະຫວັດໃຊ້ຢາເສບຕິດ ມາດ້ວຍອາການແໜ້ນໜ້າເອິກ ຫາຍໃຈຝືດ ກະວົນກະວາຍ”.

ໂດຍທ່ານໝໍກໍໄດ້ບອກວ່າ ຄົບເຈັບເປັນໂຣກກ້າມຊີ້ນຫົວໃຈໃຫ່ຍ ມີອາການຫົວໃຈຊຸດໂຊມຂັ້ນສຸດທ້າຍແລ້ວ ແລະ ມີຄວາມສ່ຽງທີ່ຈະເສຍຊີວິດສູງ.

ອ້າງອີງຈາກ phuket hospital ໃຫ້ຮູ້ວ່າ: ໃນໂຣກຫົວໃຈໃຫຍ່ ສ່ວນຫຼາຍຈະພົບໃນກຸ່ມຜູ້ສູງອາຍຸ ກົງກັນຂ້າມກັບກໍລະນີນີ້ ທີ່ມີອາຍຸພຽງ 16 ປີ.

ສະນັ້ນ ຈຶ່ງຢາກຂໍໃຫ້ພໍ່ແມ່ຜູ້ປົກຄອງ ໃນການເຝົ້າລະວັງລູກຫຼານຂອງຕົນ ບໍ່ໃຫ້ພົວພັນກັບຢາເສບຕິດທຸກປະເພດ.

ກຸ່ມທີ່ມີຄວາມສ່ຽງຕໍ່ການເກີດໂຣກຫົວໃຈໃຫຍ່

  • ສູບຢາ ຫຼື ໄດ້ຮັບຄັວນຈາກຢາສູບ ຫຼື ທູບຫຼາຍ.
  • ກຸ່ມຜູ້ສູງອາຍຸ.
  • ການຕິດທາດເຫຼົ້າ ແລະ ສານເສບຕິດທີ່ໃຫ້ໂທດຊະນິດອື່ນໆ.
  • ໂຣກອ້ວນ.
  • ກຸ່ມໂຣກຄວາມດັນເລືອດສູງ ໂຣກເບົາຫວານ ໂຣກໄຂມັນໃນເລືອດສູງ.
  • ກຸ່ມໂຣກຫົວໃຈພິການແຕ່ກຳເນີດ ໂຣກລີ້ນຫົວໃຈ ໂຣກເລືອດຈາງເປັນເວລາດົນ.
  • ຄົນໃນຄອບຄົວມີປະຫວັດເປັນໂຣກຫົວໃຈ ໂດຍສະເພາະໂຣກຫຼອດເລືອດຫົວໃຈ.

ຂໍ້ມູນຈາກ phukethospital, Phetvilay Sennavong

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...