spot_img
Homeຂ່າວອຸບັດຕິເຫດອຸບັດຕິເຫດ ຕຳຄົນເສຍຊີວິດ ແລ້ວເອົາຕົວຫຼົບໜີ

ອຸບັດຕິເຫດ ຕຳຄົນເສຍຊີວິດ ແລ້ວເອົາຕົວຫຼົບໜີ

Published on

ໃນຄັ້ງວັນທີ 21 ສິງຫາ 2023 ຜ່ານມາ, ເວລາ 11 ໂມງ 00 ນາທີ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າມີອຸບປະຕິເຫດ ລົດໃຫຍ່ຕຳລົດຈັກ ແລະ ມີຄົນເສຍຊີດວິດ ຄາທີ່ 01 ຄົນ ຢູ່ສະຖານທີ່ເກີດເຫດ, ເສັ້ນທາງເລກທີ 15A, ຂອບເຂດບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ, ເຊິ່່ງຫ່າງຈາກເທດສະບານແຂວງປະມານ 20 ກິໂລແມັດ.

ພາຍຫຼັງໄດ້ຮັບແຈ້ງເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກໍໄດ້ຮີບດ່ວນລົງໄປກວດກາຊັນນະສູດວັດແທກສະຖານທີ່ເກີດເຫດ ເກັບກຳຂໍ້ມູນຫຼັກຖານເບື້ອງຕົ້ນ ຕາມຫຼັກການວິຊາສະເພາະ ພົບເຫັນຄົນເສຍຊີວິດຄາທີ່ 01 ຄົນ ພ້ອມລົດຈັກ 01 ຄັນ, ສີດຳແດງ, ຍີ່ຫໍ້ຮອນດ້າ, ໝາຍເລກທະບຽນ ຈຕ 1343 ເອກະຊົນລາວ ອອກຊື່ ທ້າວ ລາຍ, ອາຍຸ 33 ປີ, ອາຊີບປະຊາຊົນ, ບ້ານໜອງໂງ່ງ, ເມືອງວາປີ, ແຂວງສາລະວັນ, ສ່ວນລົດໃຫຍ່ (ຄູ່ກໍລະນີ) ແມ່ນໄດ້ຫຼົບໜີຈາກສະຖານທີ່ເກີດເຫດ.

ເມື່ອຊາບດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຮີບຕິດຕາມ ແລະ ປະສານກັບພາກສ່ວນຕ່າງໆ ເພື່ອຊອກຫາລົດຕ້ອງສົງໃສດັ່ງກ່າວ ຈາກນັ້ນ ບໍ່ດົນໄດ້ຮັບແຈ້ງວ່າ ພົບລົດຕ້ອງສົງໃສ ເປັນປະເພດລົດບັນທຸກ ແລ່ນມາຈອດປະໄວ້ ຫ່າງຈາກສະຖານທີ່ເກີດເຫດ ປະມານ 10 ກິໂລແມັດ ສ່ວນຜູ້ຂັບຂີ່ແມ່ນ ບໍ່ພົບເຫັນ ໄດ້ເອົາຕົວຫຼົບໜີ.

ມາຮອດຕອນເຊົ້າຂອງວັນທີ 22 ສິງຫາ ທາງເຈົ້າໜ້າທີ່ວິຊາສະເພາະຂໍ້ມູນຮູ້ຂໍ້ມູນເບື້ອງຕົ້ນແລ້ວ ໄດ້ແຈ້ງແຕ່ລະພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ວ່າ ລົດບັນທຸກທີ່ເກີດອຸບປະຕິເຫດນັ້ນແມ່ນລົດ ຂອງບໍລິສັດ ໄຊຊະນະ ຄອນກີດ ເປັນລົດບັນທຸກ 10 ລໍ້, ຍີ່ຫໍ້ຮຸນໄດ, ສີຂາວ, ໝາຍເລກທະບຽນ ບຂ 4077 ທຸລະກິດ 1% ກຳແພງນະຄອນ ໂດຍບໍລິສັດດັ່ງກ່າວມີສາຂາ ຕັ້ງຢູ່ແຂວງຈຳປາສັກ ພາຍຫຼັງກວດຄົ້ນຂໍ້ມູນ ພົບວ່າຜູ້ຂັບຂີ່ລົດຄັນດັ່ງກ່າວນັ້ນ ຊື່ ທ້າວກົດ, ອາຍຸ 33 ປີ, ອາຊີບຂັບລົດ, ບ້ານຢູ່ລົມສັກເໜື, ເມືອງບາຈຽງ, ແຂວງຈຳປາສັກ.

ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງສາລະວັນ ຈຶ່ງປະສານຫາ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ເພື່ອຕິດຕາມເປົ້າໝາຍຊ່ວຍ.
ຕົກມາຮອດ ເວລາ 15 ໂມງ 00 ນາທີ, ຂອງວັນທີ 22 ສິງຫາ 2023 ທາງເຈົ້າໜ້າທີ່ ຈຶ່ງສາມາດກັກຕົວຜູ້ກ່ຽວເອົາໄວ້ໄດ້ ຢູ່ພາຍໃນແຂວງຈຳປາສັກ ແລະ ຈາກນັ້ນຈຶ່ງໄດ້ປະສານງານ ນຳຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ ຢູ່ທີ່ກອງບັນຊາການ ປກສ ແຂວງສາລະວັນ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...