spot_img
Homeຂ່າວພາຍ​ໃນໂຈະການສະໜອງໄຟຟ້າໃຫ້ໂຄງການຂຸດຄົ້ນຊັບສິນດິຈິຕອນ

ໂຈະການສະໜອງໄຟຟ້າໃຫ້ໂຄງການຂຸດຄົ້ນຊັບສິນດິຈິຕອນ

Published on

ໃນວັນທີ 24 ສິງຫາ 2023 ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການ ໂຈະຮັບເອກະສານຄໍາຮ້ອງສະເໜີຂໍຊົມໃຊ້ໄຟຟ້າ ເຂົ້າໃນໂຄງການຂຸດຄົ້ນຊັບສິນດິຈິຕອນ.

ເນື່ອງຈາກໃນໄລຍະ 6 ເດືອນຕົ້ນ ປີ 2023, ສປປ ລາວ ໄດ້ພົບສະພາບໄພແຫ້ງແລ້ງ, ເປັນຊ່ວງທີ່ອາກາດຮ້ອນອົບເອົ້າ ເຮັດໃຫ້ມີຄວາມຕ້ອງການ ຊົມໃຊ້ໄຟຟ້າສູງທີ່ສຸດຂອງປີ; ປະລິມານນໍ້າທໍາມະຊາດທີ່ໄຫຼເຂົ້າອ່າງຕົວຈິງຂອງແຕ່ລະເຂື່ອນ ແມ່ນຫຼຸດຈາກແຜນຄາດຄະເນຈໍານວນຫຼາຍ ແລະ ອີງຕາມການພະຍາກອນຂອງ ກົມອຸຕຸນິຍົມສາກົນ ແມ່ນຄາດຄະເນວ່າ ຈະເປັນປີ El Nino (ເປັນປີທີ່ແຫ້ງແລ້ງ) ອາດມີການແກ່ຍາວເປັນເວລາ 2 ປີ ຕິດຕໍ່ກັນ. ແຫຼ່ງຜະລິດພະລັງງານໄຟຟ້າພາຍ ໃນປະເທດ ສ່ວນໃຫຍ່ທີ່ມີສັນຍາຂາຍໄຟຟ້າເຂົ້າລະບົບ ຂອງ ຟຟລ ແມ່ນເປັນພະລັງງານນໍ້າ ກວມເອົາ 95% ຂອງ ສັດສ່ວນທັງໝົດ.

ສະນັ້ນ, ຕໍ່ກັບສະພາບການທີ່ກ່າວມານັ້ນ ເພື່ອເປັນການວາງແຜນຮັບມືໃນການບໍລິຫານຈັດການ ພະລັງງານ ບໍ່ໃຫ້ຕິດລົບກັບສັນຍາແລກປ່ຽນພະລັງງານລາວ-ໄທ ກັບການໄຟຟ້າຝ່າຍຜະລິດ ແຫ່ງ ປະເທດໄທ (EGAT) ແລະ ເພື່ອໃຫ້ສາມາດສະໜອງພະລັງງານໄຟຟ້າຮັບໃຊ້ແກ່ສັງຄົມພຽງພໍ ໃນຊ່ວງປີ 2023 ແລະ ລະດູແລ້ງ ປີ 2024 ທີ່ຈະມາເຖິງນີ້; ຟຟລ ຈຶ່ງແຈ້ງຂໍໂຈະຮັບເອກະສານ ຄໍາຮ້ອງສະເຫນີຂໍຊົມໃຊ້ໄຟຟ້າ ເຂົ້າໃນໂຄງການຂຸດຄົ້ນຊັບສິນດິຈິຕອນໄວ້ກ່ອນ, ນັບຕັ້ງແຕ່ວັນທີ 28/8/2023 ເປັນຕົ້ນໄປ ຈົນກວ່າ ຟຟລ ຈະມີຄວາມ ພ້ອມໃນການສະໜອງພະລັງງານໄຟຟ້າ ແລະ ມີແຈ້ງການປ່ຽນແທນສະເພາະຕື່ມ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...