spot_img
Homeຂ່າວພາຍ​ໃນປກສ ແຂວງອຸດົມໄຊ ຈູດທໍາລາຍສິນຄ້າໝົດອາຍຸບໍລິໂພກຫຼາຍລາຍການ

ປກສ ແຂວງອຸດົມໄຊ ຈູດທໍາລາຍສິນຄ້າໝົດອາຍຸບໍລິໂພກຫຼາຍລາຍການ

Published on

ໃນຄັ້ງວັນທີ 13 ສິງຫາ 2023 ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງອຸດົມໄຊໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີນັກທຸລະກິດຈໍານວນໜຶ່ງນໍາເອົາສີນຄ້າສໍາເລັດຮູບທີ່ໝົດອາຍຸບໍລິໂພກມາວາງຂາຍຢູ່ຕະຫຼາດນັດ (ເດີ່ນກິລາແຂວງອຸດົມໄຊ), ຄະນະພັກ-ຄະນະບັນຊາຫ້ອງຕໍາຫຼວດຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຕົວຈິງເຫັນວ່າມີມູນຄວາມຈິງແທ້ ທາງເຈົ້າໜ້າທີ່ຈີ່ງໄດ້ນໍາພາຫະນະທີ່ບັນຈຸສິນຄ້າເຂົ້າມາຫ້ອງຕໍາຫຼວດ ເພື່ອກວດຄົ້ນພ້ອມນໍາຕົວເຈົ້າ ຂອງສິນຄ້າ, ມາດໍາເນີນການສືບສວນ-ສອບສວນຕາມຂັ້ນຂັ້ນຕອນຂອງກົດໝາຍ.

ພັທ ບຸນທ່ຽງ ເມກທະນົງໄຊ ຫົວນ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ສິນຄ້າສໍາເລັດຮູບໝົດອາຍຸບໍລິໂພກຈໍານວນດັ່ງກ່າວທີ່ກວດພົບລວມມີ ປະເພດ ຊີ້ນໄກ່ອົບ, ຂາໄກ່ອົບ ຈໍານວນ 694 ກັບ, ຕີນໄກ່ດອງຈໍານວນ 307 ຖົງໃຫ່ຍ, ປີກເປັດອົບ, ປີກໄກ່ອົບ 306 ກັບ ແລະ 280 ຖົງນ້ອຍ, ຫົວບົວ 80 ຖົງ, ເຕົາຮູ້ກາກຸ້ງ 274ຖົງໃຫຍ່, ຖົ່ວຂຽວຈໍານວນ 369 ຖົງໃຫຍ່ ແລະ 60 ຖົງນ້ອຍ, ເຂົ້າຫນົມມັນຝຣັ່ງ 290 ຖົງໃຫ່ຍ, ປະເພດໝີ່ປ໋ອງ 356 ປ໋ອງ, ໝີ່ຖົງ 323 ຖົງ, ເຂົ້າໜົມຖົ່ວດີນທອດຈໍານວນ 5 ແກັດ, ນໍາຫວານຈໍານວນ 14 ກັບ ແລະ ສິນຄ້າບໍລິໂພກອື່ໆອີກຈໍານວນໜຶ່ງ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ຢວນເວີຍຈົ່ງ ອາຍຸ 36 ປີ, ເຈົ້າຂອງສິນຄ້າ ໄດ້ໃຫ້ການສາລະພາບວ່າ: ສິນຄ້າ ທີ່ເຈົ້າໜ້າທີ່ກວດກາພົບເຫັນແມ່ນຂອງຕົນແທ້ເຊິ່ງໄດ້ຊັ່ງຊື້ສິນຄ້າມາຈາກ ສປ ຈີນ, ໂດຍແມ່ນ ທ້າວ ຈູເຢ ອາຍຸ 46 ປີ, ສັນຊາດຈີນ ເປັນຜູ້ຂັບລົດບັນທຸກສິນຄ້າດັ່ງກ່າວ, ເຊິ່ງເປັນການກະທໍາຜິດໃນມາດຕາ 275 ແລະ 283 ປະມວນກົດໝາຍອາຍາຕໍ່ບັນຫາດັ່ງກ່າວທາງເຈົ້າໜ້າທີ່ໄດ້ດໍາເນີນການສຶກສາອົບຮົມ-ກ່າວເຕືອນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ມາໃນຕອນເຊົ້າວັນທີ 24 ສິງຫາ 2023 ຈຶ່ງໄດ້ຈັດພິທີຈູດທໍາລາຍສິນຄ້າດັ່ງກ່າວຢູ່ທີ່ ພະແນກ ກວດກາ ແລະ ຄວມຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນປະທານຂອງພັທ ສອນເພັດ ວົງພະສິດ ຄະນະພັກ ຮອງຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ມີຜູ້ຕາງໜ້າຈາກບັນດາຂະແໜງການອ້ອມຂ້າງແຂວງພ້ອມດ້ວຍເຈົ້າໜ້າທີ່ພະແນກກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ ປກສ ແຂວງອຸດົມໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...