spot_img
Homeຂ່າວພາຍ​ໃນສາເຫດຂອງລົດທະຫານປີ້ນຢູ່ພູສາມສູມ ເມືອງໝອກ ແຂວງຊຽງຂວາງ

ສາເຫດຂອງລົດທະຫານປີ້ນຢູ່ພູສາມສູມ ເມືອງໝອກ ແຂວງຊຽງຂວາງ

Published on

ຕໍ່ກັບອຸບັດຕິເຫດລົດທະຫານແຂວງຊຽງຂວາງ ທີ່ຈະໄປສົ່ງນັກສຶກສາ ຢູ່ນະຄອນຫຼວງວຽງຈັນ ເສຍຫຼັກປີ້ນຂວ້ຳ ຢູ່ພູສາມສູມ ເມືອງໝອກ ແຂວງຊຽງຂວາງ ໃນວັນທີ 24 ສິງຫາ.

ໃນວັນທີ 25 ສິງຫາ 2023 ທ່ານ ພັທ ທອງພິມ ບຸນພາວົງ ຫົວໜ້າພະແນກຈະລາຈອນແຂວງຊຽງຂວາງ ໄດ້ລາຍງານຕໍ່ກັບສາເຫດທີ່ເກີດອຸບັດຕິເຫດ ພ້ອມລາຍງານສະພາບເສັ້ນທາງໃນແຂວງຊຽງຂວາງ ການນຳໃຊ້ລົດແມ່ນມີຄວາມຫຍຸ້ງຍາກ ແລະ ມີຈຸດໜຶ່ງທີ່ດິນເຈື່ອນຢູ່ ເສັ້ນທາງ 1D ເມືອງຄູນ-ເມືອງທ່າໂທມ ແຂວງຊຽງຂວາງ ເຮັດໃຫ້ລົດຕິດ ການໄປມາກໍຫຍຸ້ງຍາກ, ແຕ່ປັດຈຸບັນ ແມ່ນສາມາດໄປມາໄດ້ແລ້ວ.

ສ່ວນການເກີດອຸບັດຕິເຫດຂອງ ລົດກອງກຳລັງປ້ອງກັນຊາດ ປີ້ນຢູ່ລະຫວ່າງເສັ້ນທາງບ້ານນ້ຳເກັງ ເມືອງໝອກ ແຂວງຊຽງຂວາງ ແມ່ນລົດໄດ້ປີ້ນເອງ ເຊິ່ງລົດດັ່ງກ່າວເປັນລົດຮັບສົ່ງນັກສຶກສາທະຫານ 30 ກວ່າຄົນ ທີ່ຈະໄປຮຽນຕໍ່ຢູ່ນະຄອນຫຼວງວຽງຈັນ ພໍໄປຮອດເຂດພູສາມສູມ ບ້ານນ້ຳຈິງ ເມືອງໝອກ ລົດກໍໄດ້ປີ້ນ ຍ້ອນວ່າເປັນເສັ້ນທາງຄ້ອຍຊັນ, ທາງຄົດໂຄ້ງ, ສະພາບອາກາດມີຝົນຕົກ, ເຮັດໃຫ້ເສັ້ນທາງມື່ນ, ພາຫະນະມີການບັນທຸກເຄື່ອງ ແລະ ຈຳນວນພົນຫຼາຍພໍສົມຄວນ ເຊິ່ງເຫດການໃນຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 2 ຄົນ ເຈັບສາຫັດ 1 ຄົນ ເຈັບພໍສົມຄວນ 3 ຄົນ ແລະ ຈຳນວນໜຶ່ງກໍເຈັບເລັກໜ້ອຍ, ປັດຈຸບັນ ຜູ້ບາດເຈັບທັງໝົດ 30 ກວ່າຄົນໄດ້ນຳສົ່ງເຖິງໂຮງໝໍເປັນທີ່ຮຽບຮ້ອຍ.

ທ້າຍນີ້ ຍັງຮຽກຮ້ອງໃຫ້ຜູ້ຂັບຂີ່ລະວັງ ເພາະໃນຊ່ວງໃນເປັນລະດູຝົນ ອາດກໍ່ໃຫ້ເກີດອຸບັດຕິເຫດໄດ້ງ່າຍ ແລະ ຄວນກວດກາລົດກ່ອນອອກເດີນທາງ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...