spot_img
Homeຂ່າວຕ່າງປະເທດພົບ 3 ຄົນເສຍຊີວິດຈາກການກິນນົມປັ່ນໃນອາເມຣິກາ

ພົບ 3 ຄົນເສຍຊີວິດຈາກການກິນນົມປັ່ນໃນອາເມຣິກາ

Published on

ຄົນມັກກິນກະແລັມເຖິງຕ້ອງຄິດໜັກ ພາຍຫຼັງກວດພົບເຊື້ອແບັກທີເລຍໃນເຄື່ອງເຮັດກະແລັມໃນຮ້ານອາຫານທີ່ວໍຊິງຕັນ ສະຫະລັດອາເມຣິກາ ໂດຍພົບຜູ້ເສຍຊີວິດທີ່ມີຄວາມກ່ຽວຂ້ອງແລ້ວຢ່າງໜ້ອຍ 3 ຄົນ.

ທາງດ້ານສາທາລະນະສຸກຂອງສະຫະລັດອາເມຣິກາ ລາຍງານວ່າພົບເຊື້ອແບັກທີເລຍ “ລິສທີເລຍ” ປົນເປື້ອນໃນນົມປັ່ນຈາກເຄື່ອງເຮັດກາແລັມທີ່ຮ້ານອາຫານຟຣູກັສ ໃນທາໂຄມາ ລັດວໍຊິງຕັນ ສະຫະລັດອາເມຣິກາ ເປັນສາເຫດທີ່ເຮັດໃຫ້ຄົນທີ່ກິນເຂົ້າໄປ ມີອາການບໍ່ສະບາຍຈົນເຂົ້າໂຮງໝໍ ຕັ້ງແຕ່ວັນທີ 27 ກຸມພາ-22 ກໍລະກົດ ລວມມີທັງໝົດ 6 ຄົນທີ່ເຂົ້າໂຮງໝໍ ໃນນັ້ນມີ 3 ຄົນທີ່ເສຍຊີວິດໃນເວລາຕໍ່ມາ ເຊິ່ງຄາດວ່າສາເຫດມາຈາກການອະນາໄມບໍ່ຖືກວິທີ ເຮັດໃຫ້ເກີດເຊື້ອພະຍາດດັ່ງກ່າວ.

ໂດຍໜ່ວຍງານສາທາລະນະສຸກລະບຸວ່າ ທາງຮ້ານໄດ້ຢຸດການໃຊ້ເຄື່ອງເຮັດກາແລັມແຕ່ວັນທີ 8 ສິງຫາ ທີ່ຜ່ານມາ ແຕ່ຍັງມີເຊື້ອແບັກທີເລຍຢູ່ ແລະ ສາມາດເຮັດໃຫ້ຄົນບໍ່ສະບາຍໄດ້ໃນໄລຍະເວລາ 70 ມື້ຫຼັງຈາກທີ່ກິນໄປ.

ທັ້ງນີ້ ໜ່ວຍງານສາທາລະນະສຸກຂອງລັດວໍຊິງຕັນ ລະບຸວ່າ ເຊື້ອແບັດທີເລຍ ເປັນສາເຫດທີ່ເຮັດໃຫ້ອາຫານເນົ່າ ແລະ ມັກພົບໃນສັດປີກ ນ້ຳນົມ ແລະ ຜະລິດຕະພັນນົມຕ່າງໆ ໂດຍສ່ວນໃຫຍ່ຄົນທີ່ກິນອາຫານປົນເປື້ອນເຊື້ອແບັກທີເລຍຊະນິດນີ້ ມັກຈະບໍ່ສະບາຍດ້ວຍອາການທີ່ບໍ່ຮຸນແຮງ ແຕ່ຖ້າຫາກເປັນ ແມ່ມານ ຫຼື ຜູ້ສູງອາຍຸ 65 ປີຂຶ້ນໄປ ຫຼື ຜູ້ທີ່ບໍ່ມີລະບົບຄຸ້ມກັນແຂງແຮງ ຄວນໄດ້ໄປປຶກສາແພດໝໍ ເມື່ອກິນເຂົ້າໄປ.

ຮ້ານອາຫານຟຣູກັສ ກໍໄດ້ໂພສຂໍ້ຄວາມໃນ Instagram ວ່າ: ທາງຮ້ານກຳລັງຮ່ວມກັບໜ່ວຍງານສາທາລະນະສຸກ ແລະ ຮູ້ສຶກເສຍໃຈຫຼາຍທີ່ຕ້ອງມີຄົນບໍ່ສະບາຍ ຫຼື ເສຍຊີວິດຈາກເຫດການນີ້ ໂດຍຕອນນີ້ມີການສົ່ງເຄື່ອງດັ່ງກ່າວໄປໂຮງງານທຳຄວາມສະອາດ ເພື່ອອະນາໄມຂ້າເຊື້ອ ແລະ ກວດອີກຄັ້ງເພື່ອຄວາມໝັ້ນໃຈວ່າ ເຄື່ອງເຮັດກະແລັມຈະບໍ່ມີເຊື້ອແບັກທີເລຍປົນເປື້ອນມາອີກ.

ແຫຼ່ງຂ່າວ ABC

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...