spot_img
Homeຂ່າວພາຍ​ໃນກົນໂກງແບບໃໝ່ແຮັກເຟສບຸກຄົນຮູ້ຈັກມາຂໍຢືມບັນຊີທະນາຄານ

ກົນໂກງແບບໃໝ່ແຮັກເຟສບຸກຄົນຮູ້ຈັກມາຂໍຢືມບັນຊີທະນາຄານ

Published on

ກົນໂກງຮູບແບບໃໝ່ ແຮັກເຟສບຸກຄົນຮູ້ຈັກ ມາຂໍຢືມບັນຊີທະນາຄານ ແລ້ວວ່າຈະໃຫ້ຄ່າຢືມມູນຄ່າຫຼາຍກວ່າ 1 ລ້ານກີບ.

ໃນເມື່ອບໍ່ດົນມານີ້ ແກ້ງຕົ້ມຕຸ໋ນລະບາດໜັກໃນສັງຄົມອອນລາຍ ໂດຍສະເພາະເຟສບຸກ ພົບວ່າຫຼາຍຄົນຖືກແຮັກເຟສບຸກ ແລ້ວເອົາເຟສບຸກສ່ວນຕົວແຊັດໄປມາຄົນທີ່ຮູ້ຈັກ ເພື່ອຂໍຢືມບັນຊີທະນາຄານໃນໂທລະສັບ ແລ້ວບອກວ່າຈະໃຫ້ຄ່າຢືມປະມານ 1-4 ລ້ານກີບ.

ຈາກການເຜີຍແຜ່ຂອງຜູ້ຖືກຕົວະໃນເຟສບຸກໄດ້ຮູ້ວ່າ: ແກ້ງນີ້ຈະແຮັກເອົາເຟສບຸກສ່ວນຕົວຂອງຄົນໃດຄົນໜຶ່ງ ແລ້ວເລືອກແຊັດຫາຄົນໃກ້ຕົວຂອງ ເຈົ້າຂອງບັນຊີທີ່ຖືກແຮັກນັ້ນ, ຈາກນັ້ນ ຈຶ່ງໄດ້ມີການສັງເກດວິທີການສົນທະນາເພື່ອໃຫ້ການສົນທະນາຄ້າຍຄືກັບຄົນໃນບັນຊີທີ່ຖືກແຮັກໄປ.

ຕໍ່ມາແກ້ງຕົ້ມຕຸ໋ນກໍຈະຖາມວ່າ “ມີບັນຊີບໍ” ແລ້ວບອກໃຫ້ແຄັບໜ້າຈໍເອົາອີເມວ ແລະ ລະຫັດຜ່ານຂອງບັນຊີທະນາຄານເທິງໂທລະສັບໃຫ້ ຫຼັງຈາກນັ້ນກໍຂໍຢືມບັນຊີໃຊ້ປະມານ 2-3 ມື້ ແລ້ວຈະເອົາເງິນຄ່າຢືມໃຫ້.

ທັ້ງນີ້ ໃນຈຸດປະສົງຂອງການຢືມກໍເພື່ອຕົວະເອົາຄົນທີ່ຫຼົງເຊື່ອ ເມື່ອເຂົ້າບັນຊີຂອງຄົນອື່ນໄດ້ກໍຈະເອົາໄປເຮັດແນວບໍ່ດີ ຫຼື ອາດຈະໂອນເງິນໃນບັນຊີອອກຈົນໝົດ.

ນອກນີ້ແລ້ວ ແກ້ງຕົ້ມຕຸ໋ນຍັງໃຊ້ວິທີການຖາມວ່າ “ແມ່ນເຈົ້າບໍຢູ່ໃນຮູບ” ແລ້ວບອກໃຫ້ກົດລິ້ງທີ່ສົ່ງໃຫ້ ເມື່ອຄົນຫຼົງກົດລິ້ງແລ້ວ ທາງແກ້ງຕົ້ມຕຸ໋ນກໍຈະສາມາດແຮັກໂທລະສັບ ຫຼື ບັນຊີເຟສບຸກເຮົາໄດ້.

ຢ່າງໃດກໍຕາມ ກໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວ ບໍ່ຕົກເປັນເຫຍື່ອຂອງແກ້ງຕົ້ມຕຸ໋ນ ບໍ່ໃຫ້ຄົນຢືມ ຫຼື ເອົາບັນຊີທະນາຄານເຮົາໄປໄດ້ ທີ່ສຳຄັນຫ້າມກົດເຂົ້າລິ້ງມົ່ວ.

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...