spot_img
Homeຂ່າວຕ່າງປະເທດປະຫວັດຫຍໍ້ຂອງ ທ່ານ ເສດຖາ ທະວີສິນ ວ່າທີ່ນາຍົກຄົນທີ 30 ຂອງປະເທດໄທ

ປະຫວັດຫຍໍ້ຂອງ ທ່ານ ເສດຖາ ທະວີສິນ ວ່າທີ່ນາຍົກຄົນທີ 30 ຂອງປະເທດໄທ

Published on

ເສດຖາ ທະວີສິນ ຊື່ຫຼິ້ນ “ນິດ” ເກີດວັນທີ 15 ກຸມພາ 1963 ປັດຈຸບັນອາຍຸ 60 ປີ, ຈົບການສຶກສາລະດັບປະລິນຍາໂທສາຂາການເງິນຈາກໂຮງຮຽນ Claremont Graduate School ສະຫະລັດອາເມລິກາ, ເລີ່ມເຮັດວຽກໃນປີ 1986 ເປັນຜູ້ຊ່ວຍຜູ້ຈັດການຜະລິດຕະພັນບໍລິສັດ P&G ປະເທດໄທ (ຈຳກັດ) ກ່ອນເຂົ້າຮັບຕໍາແໜ່ງປະທານອຳນວຍການ ແລະ ກຳມະການຜູ້ຈັດການໃຫຍ່ ທີ່ບໍລິສັດ ແສນສິຣິ (ມະຫາຊົນ)

ໃນຕົ້ນເດືອນເມສາ 2023, ເສດຖາ ໄດ້ປະກາດລາອອກຈາກທຸກຕໍາແຫນ່ງ ແສນສິຣິ ທັງຫມົດ, ພ້ອມໂອນຫຸ້ນທັງໝົດຂອງບໍລິສັດ ແສນສິຣິ ຈຳກັດ (SIRI) ຈຳນວນ 661,002,734 ຮຸ້ນ ໃຫ້ກັບ ນາງຊະນັນດາ ທະວີສິນ ຜູ້ເປັນລູກສາວ ໂດຍບໍ່ມີຄ່າຕອບແທນ ​ເພື່ອ​ສະ​ແດງ​ຄວາມ​ບໍລິສຸດໃຈຂອງ​ຕົນ, ກະກຽມ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເມືອງ​ໃນ​ຖານະ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຂອງ​ພັກເພື່ອໄທ.

ຫຼັງຈາກການວາງມືຂອງຕົນກ່ຽວກັບບົດບາດຂອງນັກທຸລະກິດ ໂດຍເລີ່ມໜ້າທີ່ນັກການເມືອງຂອງ ທ່ານ ເສດຖາ ທະວີສິນ, ກໍໄດ້ລົງເຄື່ອນໄຫວໂຄສະນາຫາສຽງປະຊາຊົນຢູ່ເຂດຕ່າງໆໃນທົ່ວປະເທດ, ຕາມຜົນການເລືອກຕັ້ງໃນເດືອນພຶດສະພາ 2023, ພັກເພື່ອໄທ ໄດ້ຮັບທັງໝົດ 141 ສຽງ, ເປັນອັນດັບທີ 2 ຂອງຜົນການເລືອກຕັ້ງ ແລະ​ໄດ້​ກາຍ​ເປັນ​ພັກ​ຈັດຕັ້ງລັດ​ຖະ​ບານ​ ໃນຖານະ​ເປັນ​ຜູ້​ສະໝັກ​ຂອງ​ພັກ​ເພື່ອໄທ ຈຶ່ງ​ກະ​ກຽມ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທີ 30 ຫຼື ນາຍົກລັດຖະມົນຕີຄົນໃໝ່ຂອງ​ປະເທດໄທ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...