spot_img
Homeຂ່າວພາຍ​ໃນພຣອຍ ດາລານັກສະແດງຊື່ດັງຂອງໄທ ເລົ່າປະສົບການມາທ່ຽວຫຼວງພະບາງ

ພຣອຍ ດາລານັກສະແດງຊື່ດັງຂອງໄທ ເລົ່າປະສົບການມາທ່ຽວຫຼວງພະບາງ

Published on

ພຣອຍ ດາລານັກສະແດງຊື່ດັງຂອງໄທ ເລົ່າປະສົບການ ແລະ ຄວາມປະທັບໃຈໃນການມາທ່ຽວຫຼວງພະບາງ.

ໃນວັນທີ 20 ສິງຫາ 2023 ພຣອຍ ດາລານັກສະແດງໄທ ພ້ອມເປັນ Youtuber ຊື່ດັງ ໄດ້ມາເລົ່າປະສົບການທີ່ມາທ່ຽວຫຼວງພະບາງ ແລະ ບັນລະຍາຍການໄປສະຖານທີ່ຕ່າງໆ ພ້ອມກັບບອກວ່າຫຼົງຮັກ ສປປ ລາວ ແລະ ຕ້ອງລອງມາທ່ຽວຫຼວງພະບາງ.

ພຣອຍ ໄດ້ລະບຸວ່າ: ໃນຊ່ວງລະດູຝົນ 2 ຝາກທາງງາມຫຼາຍ ເປັນພາບພູເຂົາທີ່ມີໝອກລົງ.

ຫຼວງພະບາງເມືອງມໍລະດົກໂລກ ມີບັນຍາກາດສະຫງົບ ໃຊ້ຊີວິດຊ້າໆ ມີເຮືອນເກົ່າທີ່ໜ້າຮັກໄປຕະຫຼອດເສັ້ນທາງ ແລະ ພຣອຍກໍ ໄດ້ແຕ່ງໂຕເປັນສາວລາວ ເພື່ອທ່ຽວຖ່າຍຮູບຕາມສະຖານທີ່ຕ່າງໆ.

ນອກນີ້ ສິ່ງທີ່ຂາດບໍ່ໄດ້ແມ່ນຕ້ອງຕື່ນມາໃສ່ບາດເຂົ້າໜຽວ ເຊິ່ງຜູ້ຄົນຈຳນວນຫຼາຍກໍຍັງໃສ່ແພບ່ຽງກັນອອກມາໃສ່ແບບປົກກະຕິ ເຊິ່ງມັນເປັນພາບທີ່ໜ້າຮັກຫຼາຍ.

ສຸດທ້າຍ ພຣອຍ ຍັງກ່າວຕື່ມອີກວ່າ ຖ້າໃຜຢາກຮູ້ວ່າການຫຼົງຮັກ ສປປ ລາວ ມັນເປັນແບບໃດ ຕ້ອງມາທ່ຽວຫຼວງພະບາງ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...