spot_img
Homeຂ່າວພາຍ​ໃນສະຖິຕິອຸບັດຕິເຫດທົ່ວປະເທດ ປະຈໍາເດືອນກໍລະກົດ 2023

ສະຖິຕິອຸບັດຕິເຫດທົ່ວປະເທດ ປະຈໍາເດືອນກໍລະກົດ 2023

Published on

ສະຖິຕິອຸບັດຕິເຫດທົ່ວປະເທດ ປະຈໍາເດືອນກໍລະກົດ 2023 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ ຊີ້ໃຫ້ຮູ້ວ່າ ໃນເດືອນດຽວ ມີອຸບັດຕິເຫດທາງລົດ ເກີດຂຶ້ນໃນທົ່ວປະເທດ ທັງໝົດ 560 ຄັ້ງ, ມີຜູ້ເສຍຊີວິດ ທົ່ວປະເທດ 92 ຄົນ ເພີ່ມຂຶ້ນ 37 ຄົນ ທຽບໃສ່ເດືອນ ມິຖຸນາ 2023.

ສາເຫດ ຂອງການເກີດ ອຸບປະຕິເຫດ ຫຼາຍທີ່ສຸດ ແມ່ນໃຊ້ການໃຊ້ຄວາມໄວເກີນ 203 ກໍລະນີ, ດື່ມເຫຼົ້າ 124 ກໍລະນີ, ຕາມລໍາດັບ.

ອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນຢູ່ໃນໄລຍະ 17:00-24:00 ເກີດຂຶ້ນເຖິງ 403 ກໍລະນີ ເຊິ່ງວັນເກີດອຸບປະຕິເຫດ ຫຼາຍທີ່ສຸດແມ່ນ ວັນເສົາ, ວັນສຸກ ແລະ ວັນອາທິດ ຕາມລໍາດັບ.

ອາຊີບ ຂອງຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ ແມ່ນ ອາຊີບຂັບລົດ, ກໍາມະກອນ, ອາຊີບວ່າງງານ ແລະ ນັກສຶກສາ ຕາມລໍາດັບ.

ກຸ່ມອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 16-30 ປີ ມີເຖິງ 864 ກໍລະນີ ແຂວງທີ່ເກີດ ອຸບັດຕິເຫດຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ຕາມລໍາດັບ.

ຄົນຕ່າງປະເທດ ທີ່ເກີດອຸບັດຕິເຫດຫຼາຍທີ່ສຸດແມ່ນ ໄທ, ຫວຽດນາມ ແລະ ຈີນ ຕາມລໍາດັບ.

ແຫຼ່ງຂ່າວ FM90

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...