spot_img
Homeຂ່າວຕ່າງປະເທດສຸກີ້ຕີນ້ອຍມີແຜນທີ່ຈະຂະຫຍາຍສາຂາເພີ່ມໃນລາວ ແລະ ກຳປູເຈຍ

ສຸກີ້ຕີນ້ອຍມີແຜນທີ່ຈະຂະຫຍາຍສາຂາເພີ່ມໃນລາວ ແລະ ກຳປູເຈຍ

Published on

ສຸກີ້ຕີນ້ອຍ ຮ້ານສຸກີ້ບຸບເຟ່ຊື່ດັງທີ່ປະເທດໄທ ມີແຜນທີ່ຈະຂະຫຍາຍສາຂາເພີ່ມໃນປີນີ້ປະມານ 60​ ສາຂາ ພ້ອມກັບສຶກສາການຂະຫຍາຍສາຂາໃນ ລາວ ແລະ ກຳປູເຈຍ.

ປັດຈຸບັນ ທາງບໍລິສັດຢູ່ໃນລະຫວ່າງການສຶກສາຂະຫຍາຍສາຂາໃນຕ່າງປະເທດເພີ່ມ ໂດຍໄດ້ເຈລະຈາໃນປະເທດກຳປູເຈຍ ເພື່ອສຶກສາຄວາມເປັນໄປໄດ້ຂອງຕະຫຼາດ ສະຖານທີ່ຕັ້ງ ແລະ ແຜນທຸລະກິດ ໂດຍຄາດວ່າຈະມີຄວາມຊັດເຈນຂຶ້ນໃນປີ 2024 ພ້ອມກັບສຶກສາການຂະຫຍາຍສາຂາໄປແຂວງອຸດອນ ແລະ ອຸບົນລາດສະທານີ ເພື່ອຫາໂອກາດໃນການຂະຍາຍມາ ສປປ ລາວ ແຕ່ປັດຈຸບັນຍັງບໍ່ມີລາຍລະອຽດ.

ທັ້ງນີ້ ສຸກີ້ຕີນ້ອຍ ຫຼື ລາວເຮົາເອີ້ນວ່າຮ້ານຈຸ່ມ ເຊິ່ງເປີດຕົວໃນປີ 2020 ເປັນຮ້ານບຸບເຟ່ຊື່ສຽງໂດ່ງດັງຂອງໄທ ທີ່ມີຜູ້ຄົນຈຳນວນຫຼາຍຕໍ່ແຖວຍາວເພື່ອທີ່ຈະໄດ້ກິນ ເຮັດໃຫ້ທຸລະກິດເຕີບໃຫຍ່ໄວວາ ແລະ ມີການຂະຫຍາຍສາຂາໄປໃນທົ່ວປະເທດໄທ ນອກນີ້ ຮ້ານສຸກີ້ຕີນ້ອຍ ຍັງມີສື່ສຽງມາຮອດປະເທດລາວເຊັ່ນກັນ ກໍມີຄົນລາວຫຼາຍຄົນທີ່ສົນໃຈຢາກໄປລອງຊິມ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...