spot_img
Homeຂ່າວຕ່າງປະເທດສາວຈີນເກັບຂີ້ເຫຍື້ອໄວ້ໃນຫ້ອງເປັນເວລາ 1 ປີ

ສາວຈີນເກັບຂີ້ເຫຍື້ອໄວ້ໃນຫ້ອງເປັນເວລາ 1 ປີ

Published on

ເຈົ້າຂອງຫ້ອງເຊົ່າຕ້ອງອຸກໃຈກັບສາວຄົນນີ້​ເມື່ອພົບກອງຂີ້ເຫຍື້ອເຕັມຫ້ອງເຊົ່າ ແລະ ຜູ້ເຊົ່າກໍຍັງບໍ່ຍອມອອກຈາກຫ້ອງເຊົ່າ ນັ່ງຫຼິ້ນໂທລະສັບໃນກອງຂີ້ເຫຍື້ອ.

ບໍ່ເທົ່າໃດມື້ມານີ້ ເປັນທີ່ໂດ່ງດັງຫຼາຍໃນສັງຄົມອອນລາຍໃນຈີນ ທີ່ແຊເລື່ອງຂອງເຈົ້າຂອງຫ້ອງເຊົ່າແຫ່ງໜຶ່ງໃນເມືອງຊິງເຕົ່າ ມົນທົນຕົງ ປະເທດຈີນ ໂດຍເຈົ້າຂອງຫ້ອງເຊົ່າໄດ້ຮັບການຮ້ອງຮຽນຈາກຫ້ອງເຊົ່າທາງຂ້າງວ່າມີກິ່ນເໝັນອອກມາຈາກຫ້ອງເຊົ່າ ແລະ ເມື່ອເຈົ້າຂອງຫ້ອງເຊົ່າເຂົ້າໄປເບິ່ງກໍຕ້ອງຕົກໃຈກັບພາບທີ່ເຫັນ, ຍິ່ງໄປກວ່ານັ້ນກໍແມ່ນກິ່ນເໝັນອອກມາແຮງ ເນື່ອງຈາກພາຍໃນຫ້ອງເຕັມໄປດ້ວຍຂີ້ເຫຍື້ອຈົນບໍ່ມີທາງຍ່າງ ແລະທີ່ຕົກໃຈໄປກວ່ານັ້ນກໍແມ່ນເຈົ້າຂອງຫ້ອງນີ້ແມ່ນຜູ້ຍິງໄວລຸ້ນ ໂດຍລາວກໍນັ່ງຫຼິ້ນໂທລະສັບຢ່າງໜ້າຕາເສີຍ ໂດຍລະບຸວ່າ ບໍ່ໄດ້ເອົາຂີ້ເຫຍື້ອອອກໄປຖິ້ມ 1 ປີແລ້ວ.

ຫຼັງຈາກນັ້ນ ທາງດ້ານເຈົ້າຂອງຫ້ອງເຊົ່າກໍໄດ້ໄລ່ສາວຄົນນີ້ອອກເພື່ອໄປຊອກເຊົ່າບ່ອນໃໝ່ ໂດຍໃຫ້ເວລາ 2-3 ມື້ ກ່ອນທີ່ຈະເອົາພະນັກງານເຂົ້າມາອະນາໄມຫ້ອງ ແຕ່ຍິງສາວຄົນດັ່ງກ່າວກໍບໍ່ຍອມອອກ ພ້ອມນັ່ງຫຼິ້ນໂທລະສັບໂດຍບໍ່ສົນໃຈຫຍັງ.

ພະນັກງານຕ້ອງໃຊ້ເວລາ 5 ຊົ່ວໂມງໃນການອະນາໄມຫ້ອງໃຫ້ກັບມາເປັນປົກກະຕິ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...