spot_img
Homeຂ່າວພາຍ​ໃນເມືອງຄູນຄໍາ ແຂວງຄໍາມ່ວນ ເສຍຫາຍຈາກນ້ຳຖ້ວມລວມມູນຄ່າ 111 ຕື້ກີບ

ເມືອງຄູນຄໍາ ແຂວງຄໍາມ່ວນ ເສຍຫາຍຈາກນ້ຳຖ້ວມລວມມູນຄ່າ 111 ຕື້ກີບ

Published on

ຕາມການໃຫ້ຂໍ້ມູນຂອງຄະນະກໍາມະການຄຸ້ມຄອງໄພພິບັດເມືອງຄູນຄໍາ ແຂວງຄໍາມ່ວນ ໃນວັນທີ 15 ສິງຫາ 2023 ນີ້ວ່າ : ນັບແຕ່ມື້ນໍ້າຖ້ວມຈົນມາຮອດປະຈຸບັນເຊິ່ງຢູ່ໃນໄລຍະນໍ້າບົກແຫ້ງເຫັນວ່າ ເນື້ອທີ່ທຳການຜະລິດ ແລະ ຂົງເຂດອື່ນໆໄດ້ຮັບຜົນກະທົບຈາກນໍ້າຖ້ວມເສຍຫາຍເຊັ່ນ:

  1. ຂົງເຂດກະສິກໍາ ແລະ ປ່າໄມ້ ຄາດຄະເນມູນຄ່າຄວາມເສຍຫາຍທັງໝົດ 104.722.550.000 ກີບ, ໃນນັ້ນ ດ້ານການປູກຝັງ ຄາດຄະເນມູນຄ່າຄວາມເສຍຫາຍ 92.730.600.000 ກີບ, ດ້ານກົນຈັກກະສິກໍາຄາດຄະເນມູນຄ່າເສຍຫາຍ 619.400.000 ກີບ, ດ້ານການລ້ຽງສັດ ແລະ ການປະມົງຄາດຄະເນມູນຄ່າຄວາມເສຍຫາຍ 11.356.550.000 ກີບ, ດ້ານຊົນລະປະທານຄາດຄະເນມູນຄ່າຄວາມເສຍຫາຍ 160.000.000 ກີບ.
  2. ຂົງເຂດໂຍທາທິການ ແລະ ຂົນສົ່ງ ຄາດຄະເນມູນຄ່າຄວາມເສຍຫາຍທັງໝົດ 5.765.294.930 ກີບ ໃນນັ້ນລວມມີເສັ້ນທາງ 6 ເສັ້ນ, ມີຄວາມຍາວ 33.702 ກິໂລແມັດ.
  3. ຂົງເຂດສຶກສາທິການ ແລະ ກິລາ ຄາດຄະເນມູນຄ່າຄວາມເສຍຫາຍທັງໝົດ 451.184.000 ກີບ.
  4. ຂົງເຂດອຸດສະຫະກຳ ແລະ ການຄ້າ ຄາດຄະເນມູນຄ່າຄວາມເສຍຫາຍທັງໝົດ 658.000.000 ກີບ ໃນນັ້ນລວມມີຫົວໜ່ວຍທຸລະກິດ 21 ຫົວໜ່ວຍ ເສັ້ນທາງ 06 ເສັ້ນ , ມີຄວາມຍາວ 33.702 ກິໂລແມັດ.
  5. ຂົງເຂດສາທາລະນະສຸກ ຄາດຄະເນມູນຄ່າຄວາມເສຍຫາຍທັງໝົດ 270.000.000 ກີບ.

ລວມມູນຄ່າຄວາມເສຍຫາຍທັງໜົດ (ຂໍ້ມູນເບື້ອງຕົ້ນ) ຈຳນວນ 111.867.028.930 ກີບ. ສໍາລັບການຊ່ວຍເຫຼືອບັນເທົາທຸກຈາກພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ບໍລິສັດ, ຫ້າງຮ້ານ, ມູນນິທິຕ່າງໆ ແລະ ສັງຄົມ ແຕ່ວັນທີ 4 ສິງຫາ 2023 ມາຮອດປະຈຸບັນ ຄິດເປັນມູນຄ່າທັງໝົດ 3.311.380.000 ກີບ, ເງິນສົດຈຳນວນ 296.795.000 ກີບ.

ນອກຈາກນັ້ນຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຈັດແບ່ງເຄື່ອງອຸປະໂພກ-ບໍລິໂພກເປັນຕົ້ນ ເຂົ້າສານ, ນໍ້າດື່ມ, ອາຫານແຫ້ງທີ່ພາກລັດ ແລະ ເອກະຊົນ, ບັນດາບໍລິສັດ,ຫ້າງຮ້ານ, ມູນນິທິຕ່າງໆ ໃຫ້ການຊ່ວຍເຫຼືອ ເຊິ່ງມີເຂົ້າສານຈຳນວນ 32 ໂຕນ, ນໍ້າດຶ່ມ ແລະ ອາຫານແຫ້ງເປັນຈຳນວນຫຼວງຫຼາຍ ທີ່ມອບເຂົ້າສູນບໍລິຈາກຂອງເມືອງ ແລະ ໄດ້ລົງແຈກຢາຍໃຫ້ປະຊາຊົນທີ່ຢູ່ໃນສອງສູນ ແລະ 14 ບ້ານໄດ້ສຳເລັດ. ນອກນັ້ນຍັງມີຫົວໜ່ວຍທຸລະກິດພາກເອກະຊົນ, ບຸກຄົນ, ນິຕິບຸກຄົນ ລົງມອບເອງໃຫ້ປະຊົນທີ່ຖືກນໍ້າຖ້ວມໃນ 14 ບ້ານຕື່ມອີກ (ບໍ່ສາມາດເກັບກຳຈຳນວນຄື່ອງດັ່ງກ່າວນັ້ນໄດ້). ພ້ອມກັນນັ້ນພະແນກສາທາແຂວງຄຳມ່ວນ ໄດ້ນຳເອົາລົດຜະລິດນໍ້າສະອາດຈຳນວນ 2 ຄັນ ມາຜະລິດນໍ້າແຈກຢາຍໃຫ້ປະຊາຊົນໄດ້ທັງໜົດ 300.000 ລິດ , ຈໍານວນ 10 ບ້ານ.

ທົ່ວເມືອງມີບັນດາບ້ານທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ, ມີພົນລະເມືອງ 12.767 ຄົນ,ຍິງ 6.320 ຄົນ, ມີ 2.575 ຫຼັງຄາ, ມີ 2.812 ຄອບຄົວ ,ບ້ານທີ່ຖືກນໍ້າຖ້ວມໜັກກວ່າໝູ່ປະກອບມີບ້ານກອງລໍ, ບ້ານອໍ້, ບ້ານກູບ, ບ້ານນາກາຍ, ບ້ານນາຄໍາ, ບ້ານໂພນແຍງ, ບ້ານແກ້ງ, ບ້ານມ່ວງນໍ້າສາງ, ບ້ານຄູນມະນີ (ຄຸ້ມໂພນທອງ -ໜອງຮາງເກົ່າ). ສໍາລັບເຫດການດິນເຊາະເຈື່ອນເຊິ່ງມີລົດຕົກຄ້າງ 110 ຄັນ, ດິນເຈື່ອນທັບຖົມ 6 ຄັນ, ຕົກເຫວ 5 ຄັນ ແລະ ມີຄົນຕົກຄ້າງ 68 ຄົນ ແລະ ເຈົ້າໜ້າທີ່ໄດ້ນຳພາລົງມາເຂດປອດໄພ ແລະ ໄດ້ກັບຄືນຄອບຄົວແລ້ວ, ການເກັບກຳຂໍ້ມູນທະບຽນລົດທັງໝົດ 83 ຄັນ ໃນນັ້ນ, ມີລົດປ້າຍລາວຈຳນວນ 50 ຄັນ, ລົດປ້າຍຫວຽດຈຳນວນ 33 ຄັນ (ຂໍ້ມູນລະອຽດນຳເຈົ້າໜ້າທີ ປກສ ເມືອງ) ສ່ວນລົດທີ່ຍັງເຫຼືອບໍ່ສາມາດເກັບກໍາປ້າຍໄດ້. ປະຈຸບັນມີຄົນມາແຈ້ງທະບຽນລົດຕໍ່ເຈົ້າໜ້າທີ່ເປັນຈຳນວນຫຼາຍແລ້ວ ແຕ່ຍັງບໍ່ທັນເຄື່ອນຍ້າຍລົດໄດ້ ລໍຖ້າການບຸກທະລຸເສັ້ນທາງເຊື່ອມຈອດກັນກ່ອນ.

ສ່ວນການຄົ້ນຫາຜູ້ທີ່ສູນຫາຍ (ຄົນຫວຽດນາມ) ເລີ່ມຕັ້ງແຕ່ວັນທີ 5 ສິງຫາ 2023 ເປັນຕົ້ນມາທີ່ໜ່ວຍງານຕ່າງໆ ທັງຂັ້ນສູນກາງ, ແຂວງ ແລະ ເມືອງໄດ້ພ້ອມກັນຄົ້ນຫາຜູ້ສູນຫາຍຈາກເຫດດິນເຈື່ອນຢູ່ເສັ້ນທາງເລກ 8A ໂດຍພັດປ່ຽນທີມກັນຂຶ້ນໄປຄົ້ນຫາ ຈົນມາຮອດວັນທີ່ 14 ສິງຫາ 2023 ກົນຈັກຫນັກ ທີມຄົ້ນຫາຈຶ່ງເຂົ້າເຖິງພື້ນທີ່ເກີດເຫດໄດ້ ແລະ ໃນເວລາ 10 ໂມງ 40 ນາທີ ກໍ່ໄດ້ພົບເຫັນສົບຜູ້ກ່ຽວ ຖືກດິນເຈື່ອນ, ໄມ້ຫັກທັບຖົມ ຢູ່ໃກ້ກັບລົດຂອງຜູ້ກ່ຽວຂັບມາ ແລະ ຫ່າງຈາກທາງເລກທີ່ 8A ປະມານ 6,90 ແມັດ ຊື່ ທ້າວ ເດື່ອງ ກົງລ໋ອງ ເປັນໂຊເຟີລົດ ຂອງບໍລີສັດແຮງເຊິນ ສສ ຫວຽດນາມ. ພາຍຫລັງຈາກພົບສົບແລ້ວ ທາງທີມງານໄດ້ເລັ່ງກູ້ຊາກສົບຂຶ້ນມາ ແລະ ນຳອອກມາຈາກທີ່ເກີດເຫດ, ຜ່ານການສັນນະສູດຊາກສົບ ການເສຍຊີວິດແມ່ນເນື່ອງມາຈາກຂາດອາກາດຫາຍໃຈ ແລະ ຊາກສົບແມ່ນເນົ່າ ເພາະເສຍຊີວິດຫລາຍມື້ແລ້ວ. ປະຈຸບັນນີ້ເຈົ້າໜ້າທີ່ແຕ່ລະຂັ້ນຂອງເມືອງຄູນຄໍາ ແຂວງຄໍາມ່ວນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊໄດ້ເຮັດບົດບັນທຶກກັບພີ່ນ້ອງຂອງຜູ້ຕາຍເພື່ອນໍາສົບໄປປະກອບພິທີທາງສາສະໜາຢູ່ປະເທດຫວຽດນາມ.

ສໍາລັບສາຍຕາຂ່າຍໄຟຟ້າແຕ່ເມືອງຄຳເກີດ ຫາ ເມືອງຄູນຄຳ ຈຸດພຸໄຮເຊາະເຈື່ອນທັບ ມີປະມານ 8,10 Km (ບໍ່ສາມາດປະເມີນລາຄາໄດ້) ເຮັດໃຫ້ໄຟຟ້າບໍ່ສາມາດໃຊ້ໄດ້ໃນທົ່ວເມືອງ, ໜໍ້ນັບໄຟທີ່ເສຍຈາກນໍ້າຖ້ວມ 14 ບ້ານ ເສຍຫາຍທັງໝົດ 332 ໜ່ວຍ, ຄິດປັນມູນຄ່າປະມານ 106.240.000 ກີບ. ປັດຈຸບັນສາມາດຊົມໃຊ້ໄຟຟ້າໄດ້ແລ້ວຈຳນວນ 6 ບ້ານຄື: ບ້ານຄູນຄຳ, ບ້ານຄູນແກ້ວ, ບ້ານນາຂາມ, ບ້ານກາງ, ບ້ານນໍ້າສະນາມ ແລະ ບ້ານພູຊາດ.

ພ້ອມນັ້ນ ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງຍັງໄດ້ສະເໜີຂັ້ນເທິງຊ່ວຍປຸກລະດົມເຄື່ອງອຸປະໂພກ-ບໍລິໂພກໃນທົ່ວສັງຄົມ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດພາຍໃນເມືອງໃນຄັ້ງນີ້ເປັນຕົ້ນອາຫານ, ເຂົ້າສານ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງນຸ່ງຮົ່ມ, ອື່ນໆທີ່ຈໍາເປັນເຊັ່ນ : ຊ່ວຍແກ້ໄຂບັນຫາການຕິດຕໍ່ສື່ສານໂດຍສະເພາະສັນຍານໂທລະສັບໃຫ້ກັບຄືນສູ່ສະພາບປົກກະຕິ, ເພີ່ມກົນຈັກໜັກ ແລະ ພ້ອມດ້ວຍວິຊາການຄົມມະນາຄົມມາປຸກທະລຸເສັ້ນທາງພູໄຮ ຈຸດດິນເຈື່ອນໃຫ້ນຳໃຊ້ໄດ້ໂດຍໄວ, ສະໜອງຢາປົວພະຍາດ ໂດຍສະເພາະພະຍາດຖອກທ້ອງ, ຕີນເປື່ອຍ ແລະ ຢາອື່ນໆ.

ແຫຼ່ງຂ່າວ Khammouane News

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...