spot_img
Homeຄົນເສຍຊີວິດເຄື່ອນຍ້າຍຮ່າງຜູ້ເສຍຊີວິດ ຈາກເຫດການດິນເຈື່ອນຢູ່ເສັ້ນທາງເລກທີ 8

ເຄື່ອນຍ້າຍຮ່າງຜູ້ເສຍຊີວິດ ຈາກເຫດການດິນເຈື່ອນຢູ່ເສັ້ນທາງເລກທີ 8

Published on

ປະຕິບັດການຄົ້ນຫາຮ່າງຜູ້ເສຍຊີວິດຊາວຫວຽດນາມ ຈາກເຫດດິນເຈື່ອນຢູ່ເສັ້ນທາງເລກ 8A ເລີ່ມຕັ້ງແຕ່ວັນທີ 05 ສິງຫາ 2023 ເປັນຕົ້ນມາທີ່ໜ່ວຍງານຕ່າງໆ ທັງຂັ້ນສູນກາງ, ແຂວງ ແລະ ເມືອງໄດ້ພ້ອມກັນລະດົມກຳລັງຄົ້ນຫາຢ່າງເຕັມທີ່ ຈົນມາຮອດວັນທີ 14 ສິງຫາ 2023 ກົນຈັກຫນັກ ທີມຄົ້ນຫາຈຶ່ງເຂົ້າເຖິງພື້ນທີ່ເກີດເຫດໄດ້ ແລະ ໃນເວລາ 10 ໂມງ 40 ນາທີ ໄດ້ພົບເຫັນສົບຜູ້ກ່ຽວ ຖືກດິນເຈື່ອນ, ໄມ້ຫັກທັບຖົມ ຢູ່ໃກ້ກັບລົດຂອງຜູ້ກ່ຽວຂັບມາ ແລະ ຫ່າງຈາກທາງເລກທີ 8A ປະມານ 6,90 ແມັດ.

ຕາມການລາຍງານເບື້ອງຕົ້ນຜູ້ເສຍຊີວິດຊື່ ທ້າວ ເດື່ອງ ກົງລ໋ອງ ເປັນໂຊເຟີລົດ ຂອງບໍລີສັດແຮງເຊິນ ສສ ຫວຽດນາມ. ພາຍຫລັງຈາກພົບສົບແລ້ວ ທາງທີມງານໄດ້ເລັ່ງກູ້ຊາກສົບຂຶ້ນມາ ແລະ ນຳອອກມາຈາກທີ່ເກີດເຫດ, ຜ່ານການສັນນະສູດຊາກສົບ ການເສຍຊີວິດແມ່ນເນື່ອງມາຈາກຂາດອາກາດຫາຍໃຈ ແລະ ຊາກສົບແມ່ນເນົ່າ ເພາະເສຍຊີວິດຫລາຍມື້ແລ້ວ.

ມາຮອດເວລາ 15:00 ໂມງຂອງວັນດຽວກັນ ທາງການນຳເມືອງຄູນຄຳ ພ້ອມດ້ວຍກຳລັງ ປກຊ-ປກສ ຈາກແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ຈຶ່ງພ້ອມກັນເຮັດບົດບັນທຶກມອບ-ຮັບສົບ ໃຫ້ກັບຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ເພື່ອໄປປະກອບພິທີທາງສາສະຫນາ ຢູ່ປະເທດຫວຽດນາມ. ການເຄື່ອນຍ້າຍສົບແມ່ນເຄື່ອນຍ້າຍອອກໄປເສັ້ນທາງເລກທີ 8A ບ້ານຫນອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...